ພະລັງແຫ່ງ Deadline ແຮງຂັບເຄື່ອນຂ້າມຄືນ


“ບໍ່ຮອດມື້ກຳນົດສົ່ງ ບໍ່ມີໄຟໃນການເຮັດວຽກ” ປະໂຫຍກທີ່ຫຼາຍຄົນອາດເຄີຍໄດ້ຍິນ ແລະ ເຄີຍເປັນ. ໂດຍສ່ວນໃຫຍ່ມັກຈະເກີດຂຶ້ນໃນໄວຮຽນ ແລະ ໄວເຮັດວຽກ ເນື່ອງຈາກຄົນເຮົາມີຫຼາຍສິ່ງທີ່ຕ້ອງເຮັດ, ຫຼາຍວຽກທີ່ຍັງໄດ້ຮັບຜິດຊອບ. ໃນບາງຄັ້ງອາດຫຼົງລືມ ຫຼື ບໍລິຫານເວລາຍັງບໍ່ໄດ້ດີ. ແຕ່ມີຄົນຈຳນວນບໍ່ໜ້ອຍ ສາມາດຜ່ານວິກິດນີ້ໄປໄດ້ ສົ່ງວຽກຕາມເດດລາຍທັນເວລາ. ເຮົາມາຮູ້ນຳກັນວ່າ ການຈະເຮັດວຽກໃນ Deadline ຈະມີຂໍ້ດີ ຫຼື ຂໍ້ເສຍແນວໃດ?

ປະໂຫຍດຂອງ Deadline ທີ່ຫຼາຍຄົນອາດຄາດບໍ່ເຖິງ

ເດດລາຍ ຄືສິ່ງທີ່ດຶງສັກກະຍະພາບຂອງເຮົາອອກມາ ໂດຍນັກຈິດຕະວິທະຍາກ່າວໄວ້ວ່າ ໃນເວລາທີ່ສະໝອງໄດ້ຮັບຄວາມກົດດັນ ຄົນເຮົາຈະຊອກຫາວິທີຈັດການສິ່ງນັ້ນໃຫ້ສຳເລັດ ເມື່ອທຸກຢ່າງສຳເລັດຕາມກຳນົດເວລາ ມັນຈະຊ່ວຍໃຫ້ພວກເຮົາຕັດຄວາມກົດດັນອອກໄປ ແລະ ຫັນມາໂຟກັສຈຸດໝາຍຫຼາຍຂຶ້ນ.

Steve Job ເອງກໍໃຊ້ເດດລາຍ ໃນການຊຸກຍູ້ທີມງານຂອງຕົນໂດຍລາວມັກຈະຕັ້ງ Impossible Deadline ເຊິ່ງໝາຍເຖິງການກໍານົດເສັ້ນຕາຍທີ່ເບິ່ງຄືວ່າເປັນໄປບໍ່ໄດ້ໃຫ້ກັບທີມງານ ເຊິ່ງ Steve job ບໍ່ໄດ້ກໍານົດເສັ້ນຕາຍເພື່ອທໍາຮ້າຍລູກທີມຂອງລາວ. ແຕ່ມັນເປັນການເຝິກຝົນໃຫ້ທີມງານຫາມຸມມອງໃໝ່ໆ, ຊອກວິທີແກ້ໄຂບັນຫາໃຫ້ເຮັດວຽກສຳເລັດຕາມກຳນົດເວລາໂດຍໃຊ້ເວລາໜ້ອຍທີ່ສຸດ.

ກ່າວໄດ້ວ່າເດດລາຍເຮັດໃຫ້ທຸກຢ່າງເກີດຂຶ້ນໄດ້ ເພາະມັນຄືສິ່ງກະຕຸ້ນຊ່ວຍໃຫ້ຄົນເຮົາຊອກຫາວິທີການທີ່ສ້າງສັນຫຼາຍກວ່າເຄີຍມີມາ ເພື່ອໃຫ້ວຽກງານສໍາເລັດວ່ອງໄວຂຶ້ນ ແລະ ປະຢັດເວລາຫຼາຍຂຶ້ນ ກ່າວໄດ້ວ່າ ເດດລາຍນີ້ຊ່ວຍໃຫ້ເຮົາຕັດສິນໃຈໄດ້ຄ່ອງແຄ້ວຫຼາຍຂຶ້ນ.

Deadline ເຮັດໃຫ້ຮູ້ຄຸນຄ່າຂອງເວລາ ແລະ ສາມາດຈັດສັນຊີວິດໄດ້ດີຂຶ້ນວ່າ​ສິ່ງ​ໃດຄວນ​ເຮັດ​ກ່ອນ, ເຮັດຫຼັງ, ມີ​ລະ​ບົບ​ລະ​ບຽບ​ການ​ ແລະ​ ​ວາງ​ແຜນ​ທີ່​ດີກ​ວ່າ. ໂດຍສະເພາະໃນເວລາມີຫຼາຍໆສິ່ງຕ້ອງເຮັດ ການມີເດດລາຍຈະສ້າງໃຫ້ເຮົາເປັນຄົນມີລະບຽບຫຼາຍຂຶ້ນ.

ໃນທາງກົງກັນຂ້າມ ຫາກມີເດດລາຍ ແຕ່ບໍ່ເຮັດໄວ້ກ່ອນມີກຳນົດສົ່ງ ແນ່ນອນວ່າສົ່ງຜົນກະທົບຕໍ່ຜົນງານຢ່າງແທ້ຈິງ.

ເນື່ອງຈາກໃນ​ຄືນ​ສຸດ​ທ້າຍ​ກ່ອນສົ່ງວຽກ ຄົນສ່ວນຫຼາຍ​ມັກ​ຈະ​ເຮັດ​ວຽກ​ເດິກດື່ນທ່ຽງ​ຄືນ ໂດຍດື່ມເຄື່ອງດື່ມຄາເຟອີນ ເຊັ່ນ: ກາເຟ ເພື່ອເຮັດໃຫ້ບໍ່ເຫງົານອນ ເຊິ່ງຫາກດື່ມຫຼາຍເກີນໄປຈະສົ່ງຜົນເສຍຕໍ່ສຸຂະພາບ. ນອກນີ້ ຄວາມກົດດັນທີ່ເກີດຂື້ນກ່ອນກໍານົດເວລາຍັງສົ່ງຜົນກະທົບຕໍ່ລະບົບຍ່ອຍອາຫານ ແລະ ອາການເຈັບຫົວ. 

ສຳລັບຫຼາຍໆຄົນແລ້ວ ຫາກເດດລາຍຍັງອີກດົນ ອາດຍັງບໍ່ຈົດຈໍ່ລົງມືເຮັດ ແລະ ເລື່ອນມື້ເລື່ອນວັນຈົນກາຍເປັນນິດໄສທີ່ບໍ່ສາມາດຄວບຄຸມໄດ້. ແນ່ນອນວ່າ ມັນອາດຈະສົ່ງຜົນກະທົບຕໍ່ການເຮັດວຽກ ແລະ ປະສິດທິພາບຂອງງານ  ເພາະການເຮັດວຽກຢ່າງຮີບດ່ວນມີຄວາມສ່ຽງເຮັດຜິດພາດ, ຍ້ອນບໍ່ມີເວລາທົບທວນ ຫຼື ສົ່ງວຽກຊ້າເກີນກຳນົດ ກໍ່ໃຫ້ເກີດຜົນກະທົບຕໍ່ທັດສະນະ ແລະ ຄວາມໜ້າເຊື່ອຖືໜ້ອຍລົງ.

ມື້ນີ້, LaoX ໄດ້ນຳເອົາ 5 ວິທີ​ທີ່​ເຮົາ​ຈະສາມາດ​ເອົາ​ຊະນະ​ເສັ້ນ​ຕາຍ​ຂອງ​ຕົນ​ເອງ ​ເພື່ອ​ບໍ່​ໃຫ້​ມັນກັບມາ​ທຳ​ຮ້າຍ​ຕົວ​ເຮົາ.

1. ຢຸດຄິດວ່າດຽວຄ່ອຍເຮັດ ມັນບໍ່ຜິດທີ່ຈະເຮັດຕາມໃຈຕົນເອງໃນບາງເລື່ອງ ຖ້າເປັນເລື່ອງເລັກໆນ້ອຍໆທີ່ບໍ່ມີຜົນກະທົບຕໍ່ຄົນອື່ນ. ແຕ່ຖ້າມັນເປັນສິ່ງຕ້ອງເຮັດໃນມື້ນີ້ ເພື່ອໃຫ້ມີເວລາເຮັດສິ່ງອື່ນ ຫຼື ດຳເນີນຂັ້ນຕອນຕໍ່ໄປໃຫ້ລົງມືເຮັດເລີຍ

2. ໃຫ້ຮາງວັນຕົນເອງພໍເໝາະສົມ ເພື່ອເປັນແຮງກະຕຸ້ນໃຫ້ເຮົາເຮັດວຽກໄດ້ສຳເລັດເຊັ່ນ: ກິນອາຫານແຊບໆ, ເບິ່ງຊີຣີ້… ເປັນກຳລັງໃຈໃຫ້ເຮົາມີແຮງດຳເນີນພາລະກິດຕໍ່ໄປ

3. ເຮົາກໍານົດ Deadline ຂອງຕົນເອງກ່ອນທີ່ຜູ້ອື່ນຈະກໍານົດມັນ ເຊິ່ງເຮົາສາມາດສ້າງມັນຂຶ້ນມາເອງ ແລະ ເຮັດໃຫ້ສໍາເລັດກ່ອນເດດລາຍ

4. ເຊື່ອໃນຕົນເອງຫຼາຍຂຶ້ນ ບາງເທື່ອເຮົາອາດຂັບເຄື່ອນວຽກໄປຕໍ່ບໍ່ໄດ້ ເພາະ​ເຮົາ​ຂາດ​ຄວາມ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ເຮົາ​ກຳລັງ​ເຮັດ​ນັ້ນ​ຖືກຕ້ອງບໍ່? ມັນດີພໍບໍ່?

5. ລອງຫັນໄປຂໍຄວາມຊ່ວຍເຫຼືອຈາກຄົນມີຄວາມຮູ້ກັບເລື່ອງນັ້ນເພື່ອໃຫ້ໄດ້ຄຳແນະນຳທີ່ດີ.

ສຸດທ້າຍແລ້ວທຸກສິ່ງຢ່າງສາມາດເກີດຂຶ້ນໄດ້ຫາກເຮົາໝັ່ນຮຽນຮູ້ ແລະ ພະຍາຍາມເຮັດມັນຫຼາຍພໍ.

ອ້າງອີງ:

https://cutt.ly/Bwa7eLml

https://bit.ly/3wvksMu

https://bit.ly/3ALHbav

https://bit.ly/3wwyYUi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/