ຊຸມຊົນ Crypto ໄດ້ພາກັນແຫ່ສ້າງຫຼຽນມີມ Theme ເອລ່ຽນ ຫຼາຍກວ່າ 50 ລາຍການ! ຫຼັງຈາກພົບຫຼັກຖານວ່າມະນຸດຕ່າງດາວມີຢູ່ແທ້


David Grusch ອະດີດ​ສະມາຊິກ​ຂອງ​ກອງ​ບັນຊາ​ການ​ປະຕິບັດ​ໜ້າ​ທີ່​ທາງ​ອາກາດ​ທີ່​ບໍ່​ສາມາດ​ອະທິບາຍ​ໄດ້ (UAP) ​ຂອງ Pentagon ໄດ້​ອອກ​ມາ​ກ່າວເຖິງ​ການ​ພິຈາລະນາ​ຄະດີ​ທີ່​ວ່າ ລັດຖະບານ​ສະຫະລັດ​ໄດ້​​ປົກ​ປິດ​ການມາ​ຢ້ຽມຢາມ​ຂອງ​ມະນຸດຕ່າງດາວ.

ເຖິງແມ່ນວ່າ David Grusch ຈະບໍ່ສາມາດໃຫ້ຄໍາຕອບທີ່ແນ່ນອນໄດ້, ເນື່ອງຈາກຂໍ້ມູນສ່ວນໃຫຍ່ຍັງຖືກເກັບຮັກສາໄວ້ເປັນຄວາມລັບ ​ແຕ່​ເຂົາກໍ​ຢືນ​ຢັນ​ວ່າ ລັດຖະບານ​ອາ​ເມ​ຣິ​ກາ​ກຳລັງຄອບ​ຄອງ​ຍານ​ອາ​ວະ​ກາດ “ທີ່ບໍ່ແມ່ນມະນຸດສ້າງຂຶ້ນ”, ນອກຈາກນີ້ຍັງມີການພົບເຫັນ “ຊີວະວັດຖຸທີ່ບໍ່ແມ່ນຂອງມະນຸດ” ຢູ່ເທິງຍານອະວະກາດນັ້ນ, ໂດຍມີ Ryan Graves ຜູ້ອໍານວຍການບໍລິຫານຂອງ Americans for Safe Aerospace ແລະ David Fravor ​ຜູ້ບັນຊາ​ການ​ກອງທັບ​ເຮືອ​ບໍານານ David Fravor ​ໃຫ້​ການ​ເປັນ​ພະຍານ. ອ້າງອີງຈາກແຫຼ່ງຂໍ້ມູນຂອງ Pentagon ທີ່ຍັງເຮັດວຽກຢູ່ໃນໂຄງການ UAP.

ໂດຍການພິຈາລະນາຄະດີໃນ​ວັນ​ທີ 27 ກໍລະກົດ​ທີ່ຜ່ານມາ ໄດ້ກາຍເປັນກະແສເຮັດໃຫ້ຊຸມຊົນຊາວ Crypto ພາກັນແຫ່ສ້າງໂທເຄັນທີ່ເປັນ theme ກ່ຽວກັບມະນຸດຕ່າງດາວ, UFO ຫຼື ຫຼຽນ crypto theme ນອກໂລກອື່ນໆຢ່າງໄວວາ. ອີງຈາກຂໍ້ມູນຂອງ DexTools ແພລັດຟອມຕິດຕາມຂໍ້ມູນໂທເຄັນພົບວ່າ ຫຼຽນມີມ theme ເອລ່ຽນເຊັ່ນ: ALIENX, UFO ແລະ ALIEN ສ້າງຂຶ້ນມາໃໝ່ຫຼາຍກວ່າ 50 ລາຍການໃນ 24 ຊົ່ວໂມງທີ່ຜ່ານມາ.

ເປັນທີ່ໜ້າສັງເກດວ່າ ຫຼຽນມີມໃໝ່ທີ່ຖືກສ້າງຂຶ້ນໃນໂລກ Crypto ຕາມກະແສເປັນຈຳນວນຫຼາຍນີ້ອາດເປັນການຫຼອກລວງຜູ້ລົງທຶນໂດຍໃຊ້ຜົນປະໂຫຍດຈາກກະແສດັ່ງກ່າວ ແລະ ອາດມີກົນໄກປ້ອງກັນບໍ່ໃຫ້ນັກລົງທຶນທີ່ກຳລັງ FOMO ເພື່ອເທຂາຍຫຼຽນທີ່ພວກເຂົາຊື້ໄປ. ທັງນີ້ ໂທເຄັນສ່ວນໃຫຍ່ທີ່ພວມຖືກສ້າງຂຶ້ນໄດ້ມີການເທຣດພຽງເລັກນ້ອຍເທົ່ານັ້ນ ເຖິງແມ່ນວ່າກະແສດັ່ງກ່າວຈະໄດ້ຮັບຄວາມນິຍົມຈາກການຄົ້ນຫາໃນ Twitter ຫຼື Google ກໍຕາມ.

ຢ່າງໃດກໍຕາມ, ຫຼຽນມີມມະນຸດຕ່າງດາວບາງຕົວໄດ້ມີລາຄາເພີ່ມຂຶ້ນເລັກນ້ອຍ ຫຼັງ​ຈາກ​ຂ່າວ​ນີ້ເຜີຍແຜ່​ອອກ​ມາ. ອີງຕາມຂໍ້ມູນຈາກ CoinGecko, ຫຼຽນມີມຊື່ UFO Gaming Token (UFO) ມີລາຄາເພີ່ມຂຶ້ນ 2,4%, ໃນຂະນະທີ່ AlienFi token (ALIEN) ເພີ່ມຂຶ້ນ 5,9% ໃນ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

cointelegraph

twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/