ຜ່ອນຄາຍດ້ວຍສາຍຝົນ ວິທີບຳບັດໃຈດ້ວຍສຽງ


ສຽງມີຢູ່ທົ່ວໄປໃນການດຳລົງຊີວິດ ບໍ່ວ່າຈະເປັນສຽງລົດທີ່ສັນຈອນໄປມາ, ສຽງການເຄື່ອນໄຫວຂອງຜູ້ຄົນ, ສຽງໝໍ້ຕົ້ມນ້ຳຮ້ອນ, ສຽງຕູ້ເຢັນ, ສຽງເພງ, ສຽງເຮືອບິນ ແລະ ອີກຫຼາຍໆສຽງທີ່ຢູ່ອ້ອມຕົວເຮົາ ສຽງກໍຄືແຮງສັ່ນສະເທືອນເຊິ່ງສົ່ງຜົນຕໍ່ວັດຖຸ ແລະ ຄວາມຮູ້ສຶກຮ່າງກາຍເຮົາ ຫຼາຍຄັ້ງສຽງກໍເຮັດໃຫ້ເຮົາເກີດຄວາມຄຽດ ແລະ ວິຕົກກັງວົນ ແຕ່ໃນທາງກົງກັນຂ້າມສຽງໃນຄື້ນຄວາມຖີ່ທີ່ເໝາະສົມກໍສາມາດຊ່ວຍຄາຍຄວາມຄຽດ ແລະ ຄວາມກັງວົນດ້ວຍ Sound Healing ການບຳບັດຈິດໃຈດ້ວຍສຽງ.

Sound Healing ແມ່ນການບຳບັດຈິດໃຈດ້ວຍສຽງຈາກການໃຊ້ຄື້ນຄວາມຖີ່ທີ່ແຕກຕ່າງກັນມາປອບປະໂລມຈິດໃຈຂອງຜູ້ຄົນ. ການສັ່ນສະເທືອນ ຫຼື ຄວາມຖີ່ຄືອົງປະກອບຫຼັກຂອງສຽງ ສິ່ງມີຊີວິດ ແລະ ສິ່ງຂອງມີແຮງສັ່ນສະເທືອນແຕກຕ່າງກັນ ເມື່ອມີການສຳຜັດກັນສິ່ງມີຊີວິດ ຫຼື ວັດຖຸອີກອັນກໍຈະສັ່ນຕາມ ຂະບວນການນີ້ສົ່ງຜົນຕໍ່ຮ່າງກາຍ ແລະ ອາລົມຈຶ່ງເຮັດໃຫ້ເກີດຄວາມຮູ້ສຶສະຫງົບ, ສະບາຍ ແລະ ມີສະມາທິ.

ນັກບຳບັດ ແລະ ຜູ້ຊ່ຽວຊານອະທິບາຍວ່າຄື້ນສຽງບຳບັດເປັນການສື່ສານລະຫວ່າງເຊວປະສາດ ແລະ ຄື້ນຄວາມຖີ່ທີ່ແຕກຕ່າງຂອງສະໝອງທັງ 4 ປະເພດຄື: ຄື້ນ Alpha, ຄື້ນ Beta, ຄື້ນ Theta, ຄື້ນ Delta. ໂດຍຄື້ນ Alpha ແລະ ຄື້ນBeta ເປັນຄື້ນຫຼັກໃນຂະນະທີ່ຮ່າງກາຍຕື່ນ, ສ່ວນຄື້ນ Theta ແລະ ຄື້ນ Delta ຄືເວລາທີ່ຮ່າງກາຍນອນຫຼັບ ນັ້ນໝາຍຄວາມວ່າເມື່ອສະໝອງມີຄື້ນຄວາມຖີ່ຕ່ຳເທົ່າກັບຮ່າງກາຍກຳລັງໄດ້ຮັບການຜ່ອນຄາຍນັ້ນເອງ.

ສຽງຈາກທຳມະຊາດ

ຫຼາຍຄົນຄົງຈະມັກຄວາມຮູ້ສຶກທີ່ນອນຫຼັບຂະນະທີ່ຝົນຕົກ ບາງຄົນເຖິງຂະໜາດເປີດ ASMR ສຽງຝົນຂະນະເຮັດວຽກ ຫຼື ເວລາພັກຜ່ອນ ສຽງເມັດຝົນທີ່ກະທົບຫຼັງຄາ, ກະທົບພື້ນຕົກລົງເປັນຈັງຫວະດັງຕໍ່ເນື່ອງເລື້ອຍໆ ສຽງຝົນມັກຈະມີຈັງຫວະຄວາມຖີ່ທີ່ໃກ້ຄຽງກັນ ແລະ ດັງຕໍ່ເນື່ອງເປັນເວລາດົນ ບໍ່ແມ່ນສຽງດັງແລ້ວງຽບດັງແລ້ວງຽບ ເຊິ່ງໂດຍທົ່ວໄປຈະເຮັດໃຫ້ມີຄວາມຖີ່ຂອງຮ່າງກາຍ 0 – 20kHz ເປັນໄລຍະສຽງທີ່ເຮັດໃຫ້ສະໝອງຂອງເຮົາປະມວນຜົນວ່າສຽງເຫຼົ່ານີ້ເປັນສຽງທີ່ຜ່ອນຄາຍ, ຊ່ວຍໃຫ້ເຮົາຮູ້ສຶກປອດໄພ, ບໍ່ເປັນອັນຕະລາຍ ເໝືອນຊ່ວຍຢຽວຢາຈິດໃຈເຮັດໃຫ້ຮູ້ສຶກຜ່ອນຄາຍ ແລະ ອຸ່ນໃຈ ເຮັດໃຫ້ເຮົານອນຫຼັບສະບາຍ ແລະ ມີສະມາທິຫຼາຍຂຶ້ນ.

ນອກຈາກສຽງຝົນແລ້ວສຽງຈາກທຳມະຊາດຍັງມີສຽງລົມ, ສຽງປ່າໄມ້, ສຽງຄື້ນທະເລ…ລ້ວນເປັນສຽງທີ່ລຽບ ແລະ ມີຄວາມຖີ່ສະໝ່ຳສະເໝີ. ການຟັງສຽງເຫຼົ່ານີ້ຊ້ຳໄປຊ້ຳມາຈະຊ່ວຍປັບການສື່ສານໃນສະໝອງ, ຊ່ວຍປົກປ້ອງເຮົາຈາກສຽງລົບກວນອື່ນໆ ຈຶ່ງສາມາດຫຼຸດຄວາມຄຽດ ແລະ ຄວາມວິຕົກກັງວົນໄດ້ອີກດ້ວຍ.

ການອາບສຽງ (Sound Bath)

ການອາບສຽງເປັນສ່ວນໜຶ່ງຂອງການບຳບັດດ້ວຍສຽງ ເຊິ່ງວິທີນີ້ມີມາຍາວນານຕັ້ງແຕ່ສະໄໝອີຢິບບູຮານ ໂດຍບໍ່ຕ້ອງມີອຸປະກອນໃຫ້ຫຍຸ້ງຍາກ ພຽງປ່ອຍໃຈໃຫ້ສະບາຍ,ຖິ້ມສິ່ງກັງວົນໃຈ,ນອນໃນທ່າທີ່ສະບາຍ, ຫຼັບຕາຟັງສຽງທີ່ນັກບຳບັດສ້າງຂຶ້ນ.

  • Gong bath: ຄືການໃຫ້ຄວາມທຸ້ມສຸຂຸມຂອງການຕີຄ້ອງສະທ້ອນຜ່ານຫູ ແລະ ອາບໄປທົ່ວຮ່າງກາຍຂະນະນອນຫຼັບ.
  • Tibetan bowl: ນັກບຳບັດເລືອກໃຊ້ມາບຳບັດສຽງເພາະມັນຊ່ວຍເປີດລະບົບປະສາດສູ່ການປົດປ່ອຍ ຊ່ວຍປັບອາລົມໝົ່ນໝອງໃຫ້ບັນເທົາລົງໄປຈົນເຖິງລົດອາການເຈັບປວດ.
  • Tuning fork: ເມື່ອກ່ອນທາງການແພດໃຊ້ເປັນອຸປະກອນກວດການໄດ້ຍິນ ປັດຈຸບັນຖືກນຳມາປະຍຸກໃຊ້ໃນການບຳບັດສຽງດ້ວຍຄວາມເຊື່ອວ່າການສັ່ນສະເທືອນ Tuning fork ຊ່ວຍປັບຄວາມສົມດຸນຂອງທາດໃນຮ່າງກາຍ, ເຮັດໃຫ້ລະບົບໄຫຼວຽນເລືອດດີຂຶ້ນ.

ການບຳບັດດ້ວຍສຽງຍັງຊ່ວຍໃຫ້ເຮົາຢູ່ກັບປັດຈຸບັນແບບບໍ່ຕ້ອງຄິດ ຜ່ານການຟັງເຊິ່ງອາດເຮັດໃຫ້ຄົ້ນພົບບາງຢ່າງກ່ຽວກັບຕົນເອງ ລວມເຖິງເລື່ອງທີ່ຍັງຕົກຄ້າງ ແລະ ຍັງບໍ່ໄດ້ຈັດການ.

ການບຳບັດດ້ວຍສຽງກໍເປັນການບຳບັດຈິດໃຈຮູບແບບໜຶ່ງທີ່ຊ່ວຍປອບປະໂລມຈິດໃຈໃນມື້ທີ່ເສົ້າໝອງໃຫ້ຈິດໃຈກັບມາເບີກບານ ມີຊີວິດຊີວາຂຶ້ນອີກຄັ້ງ.

ຂອບໃຈຂໍ້ມູນຈາກ:

https://cutt.ly/lwh8QAXT

https://cutt.ly/Hwh8QVKZ

https://cutt.ly/Mwh8WiGc

https://cutt.ly/ewh8Wcli

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/