ຕູ້ກົດສິນຄ້າແບບເຕີມໄດ້ຈາກ Algramo ຍົກລະດັບການຈໍາໜ່າຍສິນຄ້າແບບຫຼຸດຜ່ອນພລາສຕິກ ແລະ ສາມາດສັ່ງຊື້ຜ່ານແອັບເພື່ອສົ່ງຮອດເຮືອນ


ການນໍາໃຊ້ສິນຄ້າອຸປະໂພກ ແລະ ບໍລິໂພກໃນຍຸກນີ້ ແມ່ນມີການຜະລິດອອກມາໃຫ້ຜູ້ຄົນໄດ້ຊົມໃຊ້ຢ່າງເປັນຈໍານວນຫຼວງຫຼາຍ, ໂດຍສ່ວນໃຫຍ່ແລ້ວເມື່ອໃຊ້ໝົດແລ້ວ ເຮົາກໍຈະຖິ້ມກ່ອງບັນຈຸພັນດັ່ງກ່າວ ໂດຍບໍ່ໄດ້ນໍາກັບມາໃຊ້ຄືນໃນຮູບແບບເດີມຢ່າງເຫັນຄຸນຄ່າ. ເຊິ່ງສິ່ງເຫຼົ່ານີ້ສະແດງອອກໃຫ້ເຫັນເຖິງປະລິມານຂອງຂີ້ເຫຍື້ອພລາສຕິກໃນທົ່ວໂລກທີ່ຖືກນໍາກັບໄປຜະລິດຄືນໃຫມ່ພຽງແຕ່ 9% ໃນແຕ່ລະປີ.

Algramo ເປັນບໍລິສັດສະຕາດອັບຈາກປະເທດ ຊີລີ ທີ່ເລີ່ມສ້າງຕັ້ງແຕ່ປີ 2013, ໄດ້ເລັງເຫັນການຊົມໃຊ້ສິນຄ້າແບບບັນຈຸໃນພລາສຕິກທີ່ມະນຸດນໍາໃຊ້ເປັນສ່ວນໃຫຍ່ໃນຊີວິດປະຈໍາວັນ ຈຶ່ງມີການສ້າງຕູ້ຢອດຫຼຽນແບບນໍາສິນຄ້າມາເຕີມຄືນເພື່ອຍົກລະດັບເສດຖະກິດແບບໝຸນວຽນ, ຫຼຸດຜ່ອນບັນຫາການຈໍາໜ່າຍພລາສຕິກ, ທັງເປັນການຫຼຸດຜ່ອນພາສີຄວາມທຸກຍາກ ໃຫ້ກັບຜູ້ລາຍຮັບຕໍ່າໄດ້ຫຼີກເວັ້ນການເສຍຄ່າໃຊ້ຈ່າຍໃນລາຄາສູງ.

ໂດຍສ່ວນໃຫຍ່ແລ້ວລູກຄ້າທີ່ນໍາບັນຈຸພັນມາເຕີມແມ່ນຈະເລືອກເຕີມປະເພດຢາສະຜົມ, ນໍ້າຢາທໍາຄວາມສະອາດ ແລະ ນໍ້າຢາຊັກຜ້າ. ນອກຈາກນັ້ນ ຜູ້ທີ່ບໍ່ສະດວກໄປເຕີມຜ່ານຕູ້ ກໍສາມາດສັ່ງໃຫ້ໄປສົ່ງເຖິງບ້ານ ແລະ ຊໍາລະເງິນຜ່ານແອັບໄດ້. ໂດຍການນໍາບັນຈຸພັນກັບມາໃຊ້ຊໍ້າ ກໍເປັນການຫຼຸດຜ່ອນວົງຈອນການນໍາໃຊ້ພລາສຕິກທີ່ມະນຸດຊົມໃຊ້ໄດ້ 430 ລ້ານໂຕນຕໍ່ປີ ທີ່ສ່ວນໃຫຍ່ແມ່ນມີທ່າອ່ຽງຈະກາຍເປັນຂີ້ເຫຍື້ອຢ່າງສະສົມ.

ການຊື້ສິນຄ້າກັບຕູ້ກົດຂອງ Algramo ແມ່ນຈະມີລາຄາທີ່ເທົ່າກັນໝົດ ບໍ່ວ່າຈະຊື້ໜ້ອຍຫຼືຫຼາຍກໍຕາມ. ທ່ານ Cristobal Undurraga, ຜູ້ຈັດການຂອງແບຣນ ແມ່ນໄດ້ບອກວ່າ: “ສ່ວນໃຫຍ່ລູກຄ້າຈະໄດ້ຊື້ສິນຄ້າແບບບັນຈຸພລາສຕິກສຳເລັດຮູບໃນຄັ້ງທໍາອິດທີ່ຊື້”, “ສິ່ງນີ້ຈະເປັນການຊ່ວຍໃຫ້ຫຼາຍຄອບຄົວຫຼຸດຄ່າໃຊ້ຈ່າຍທີ່ສຳຄັນລົງ 40% ໃນການຊື້ຜະລິດຕະພັນຂະໜາດນ້ອຍທີ່ລາຄາສູງເກີນໄປ”.

ຈາກຄວາມພະຍາຍາມໃນການຂັບເຄື່ອນທຸລະກິດຢ່າງຍືນຍົງ ແລະ ກະແສການຕອບຮັບທີ່ດີຂອງລູກຄ້າ ເຮັດໃຫ້ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ແບຣນ Algramo ສາມາດດຶງດູດໃຫ້ລູກຄ້ານໍາບັນຈຸພັນມາເຕີມຄືນໃຫມ່ໄປແລ້ວ 900,000 ອັນ ຫຼື ທຽບເທົ່ານໍ້າໜັກຂີ້ເຫຍື້ອພລາສຕິກ 100,000 ກິໂລກຣາມ. ນອກຈາກນັ້ນ ແບຣນຍັງມີການຂະຫຍາຍຂອບເຂດການຈໍາໜ່າຍອອກນອກປະເທດ ໄປໃນເຂດສະຫະຣາຊະອານາຈັກ, ພ້ອມກັບທົດລອງໃຊ້ຕູ້ຈໍາໜ່າຍສິນຄ້າກັບບໍລິສັດ Nestle ໃນສິນຄ້າ Milo ແລະ Koko Krunch ທີ່ປະເທດອິນໂດເນເຊຍ.

ທາງແບຣນ Algramo ຍັງເຫັນວ່າການນໍາໃຊ້ພລາສຕິກຊໍ້າໄປຊໍ້າມາຢ່າງຮູ້ຄຸນຄ່າແມ່ນຈະເປັນການສະດວກຫຼາຍກວ່າ ເມື່ອທຽບໃສ່ກັບການສົ່ງຮວບຮວມພລາສຕິກທີ່ມີປະລິມານມະຫາສານກັບໄປຜະລິດຄືນໃໝ່, ເພື່ອສ້າງພລາສຕິກໃຫມ່ຂຶ້ນມາອີກຄັ້ງ.

ທັງນີ້ ຍັງເປັນການພິສູດໃຫ້ເຫັນວ່າການລົງມືປະຕິບັດຂອງພາກສ່ວນທຸລະກິດເອກະຊົນຕໍ່ການຮັກສາສິ່ງແວດລ້ອມນັ້ນ ບໍ່ພຽງແຕ່ເປັນການຫາຜົນກໍາໄລພຽງຢ່າງດຽວ, ຫາກຕ້ອງການໃຫ້ມີການຂັບເຄື່ອນທີ່ສຳຄັນນັ້ນ ແມ່ນມີຄວາມສຳຄັນທີ່ທາງພາກສ່ວນລັດຖະບານຄວນຊຸກຍູ້ໃຫ້ເປັນນະໂຍບາຍແກ່ປະຊາຊົນໃຫ້ປະຕິບັດຕາມຢ່າງເຄັ່ງຄັດ.

ແຫຼ່ງທີ່ມາ:

https://www.unep.org

https://www.unep.org

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/