ປີ 2024 ເກົາຫຼີໃຕ້ ຈະຫຼຸດພາສີນໍາເຂົ້າສິນຄ້າ 76 ລາຍການ ເພີ່ມການແຂ່ງຂັນ ແລະ ຫຼຸດອັດຕາເງິນເຟີ້


ກະຊວງເສດຖະກິດ ແລະ ການເງິນ ຂອງສາທາລະນະລັດເກົາຫຼີ ເປີດເຜີຍວ່າ: ລັດຖະບານຈະປັບຫຼຸດອັດຕາພາສີນຳເຂົ້າສິນຄ້າ 76 ລາຍການໃນປີໜ້າ ເຊິ່ງເປັນໜຶ່ງໃນຄວາມພະຍາຍາມໃນການສ້າງຄວາມສາມາດໃນການແຂ່ງຂັນດ້ານອຸດສາຫະກຳ ແລະ ຄວບຄຸມອັດຕາເງິນເຟີ້.

ຖະແຫຼງການຂອງກະຊວງເສດຖະກິດ ແລະ ການເງິນຂອງ ສ.ເກົາຫຼີ ລະບຸວ່າ: ລັດຖະບານຈະປັບອັດຕາພາສີນຳເຂົ້າສຳລັບຜະລິດຕະພັນອຸດສາຫະກຳ ແລະ ອາຫານ ເລີ່ມແຕ່ວັນທີ 1 ມັງກອນ 2024 ຜ່ານລະບົບໂກຕາພາສີຂອງປະເທດ ເຊິ່ງລັດຖະບານຈະປັບປ່ຽນອັດຕາພາສີຂັ້ນພື້ນຖານ ສໍາລັບສິນຄ້ານຳເຂົ້າ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານອຸດສາຫະກຳ ແລະ ຮັກສາສະຖຽນລະພາບດ້ານລາຄາ.

ຜະລິດຕະພັນທີ່ລັດຖະບານປັບຫຼຸດພາສີນຳເຂົ້າ ປະກອບດ້ວຍ: ຜະລິດຕະພັນ 19 ລາຍການໃນອຸດສາຫະກຳເກີດໃໝ່ ເຊັ່ນ: ວັດສະດຸສຳລັບການຜະລິດເຊມີຄອນດັກເຕີ (ຊິບ), ແບັດເຕຣີ ແລະ ໄຮໂດຣເຈນ ລວມເຖິງສິນຄ້າ 18 ລາຍການທີ່ກ່ຽວຂ້ອງກັບອຸດສາຫະກຳຍານຍົນ ເຫຼັກ ແລະ ເຄມີ.

ສ່ວນສິນຄ້າອີກ 18 ລາຍການ ເຊັ່ນ: ນ້ຳຕານ, ຖົ່ວເຫຼືອງ, ກາເຟ, ສາລີ, ໄກ່, ແກສທຳມະຊາດ ແລະ ນ້ຳມັນດິບທີ່ໃຊ້ຜະລິດຕະພັນແກັສປີໂຕລຽມແຫຼວ ແລະ ແນຟທາ. ຈະລວມຢູ່ໃນລາຍການທີ່ຈັດເກັບພາສີຫຼຸດລົງ ເພື່ອຊ່ວຍບັນເທົາອັດຕາເງິນເຟີ້.

ເຖິງແນວໃດກໍຕາມ ລັດຖະບານ ສ.ເກົາຫຼີ ຈະປັບອັດຕາພາສີເພີ່ມຂຶ້ນ ສຳລັບສິນຄ້ານຳເຂົ້າອາຫານສົດ 13 ​ລາຍການ, ໃນນັ້ນລວມມີ ເຂົ້າ, ກຸ້ງເຄັມ, ເຫັດຫອມ ເພື່ອປົກປ້ອງອຸດສາຫະກຳໃນທ້ອງຖິ່ນ.

ຂໍ້ມູນຈາກ: Infoquest

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/