ກະຊວງເສດຖະກິດ ແລະ ການເງິນ ຂອງສາທາລະນະລັດເກົາຫຼີ ເປີດເຜີຍວ່າ: ລັດຖະບານຈະປັບຫຼຸດອັດຕາພາສີນຳເຂົ້າສິນຄ້າ 76 ລາຍການໃນປີໜ້າ ເຊິ່ງເປັນໜຶ່ງໃນຄວາມພະຍາຍາມໃນການສ້າງຄວາມສາມາດໃນການແຂ່ງຂັນດ້ານອຸດສາຫະກຳ ແລະ ຄວບຄຸມອັດຕາເງິນເຟີ້.
ຖະແຫຼງການຂອງກະຊວງເສດຖະກິດ ແລະ ການເງິນຂອງ ສ.ເກົາຫຼີ ລະບຸວ່າ: ລັດຖະບານຈະປັບອັດຕາພາສີນຳເຂົ້າສຳລັບຜະລິດຕະພັນອຸດສາຫະກຳ ແລະ ອາຫານ ເລີ່ມແຕ່ວັນທີ 1 ມັງກອນ 2024 ຜ່ານລະບົບໂກຕາພາສີຂອງປະເທດ ເຊິ່ງລັດຖະບານຈະປັບປ່ຽນອັດຕາພາສີຂັ້ນພື້ນຖານ ສໍາລັບສິນຄ້ານຳເຂົ້າ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານອຸດສາຫະກຳ ແລະ ຮັກສາສະຖຽນລະພາບດ້ານລາຄາ.
ຜະລິດຕະພັນທີ່ລັດຖະບານປັບຫຼຸດພາສີນຳເຂົ້າ ປະກອບດ້ວຍ: ຜະລິດຕະພັນ 19 ລາຍການໃນອຸດສາຫະກຳເກີດໃໝ່ ເຊັ່ນ: ວັດສະດຸສຳລັບການຜະລິດເຊມີຄອນດັກເຕີ (ຊິບ), ແບັດເຕຣີ ແລະ ໄຮໂດຣເຈນ ລວມເຖິງສິນຄ້າ 18 ລາຍການທີ່ກ່ຽວຂ້ອງກັບອຸດສາຫະກຳຍານຍົນ ເຫຼັກ ແລະ ເຄມີ.
ສ່ວນສິນຄ້າອີກ 18 ລາຍການ ເຊັ່ນ: ນ້ຳຕານ, ຖົ່ວເຫຼືອງ, ກາເຟ, ສາລີ, ໄກ່, ແກສທຳມະຊາດ ແລະ ນ້ຳມັນດິບທີ່ໃຊ້ຜະລິດຕະພັນແກັສປີໂຕລຽມແຫຼວ ແລະ ແນຟທາ. ຈະລວມຢູ່ໃນລາຍການທີ່ຈັດເກັບພາສີຫຼຸດລົງ ເພື່ອຊ່ວຍບັນເທົາອັດຕາເງິນເຟີ້.
ເຖິງແນວໃດກໍຕາມ ລັດຖະບານ ສ.ເກົາຫຼີ ຈະປັບອັດຕາພາສີເພີ່ມຂຶ້ນ ສຳລັບສິນຄ້ານຳເຂົ້າອາຫານສົດ 13 ລາຍການ, ໃນນັ້ນລວມມີ ເຂົ້າ, ກຸ້ງເຄັມ, ເຫັດຫອມ ເພື່ອປົກປ້ອງອຸດສາຫະກຳໃນທ້ອງຖິ່ນ.
ຂໍ້ມູນຈາກ: Infoquest
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/