ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຄາດວ່າຈະເພີ່ມການສົ່ງອອກໃຫ້ໄດ້ 6% ໃນປີ 2024 ເຊິ່ງຈະເປັນການເກີນດຸນການຄ້າເປັນເວລາ 9 ປີລຽນຕິດ ແລະ ຄາດວ່າຈະສາມາດບັນລຸຕົວເລກການຄ້າ ໄດ້ທີ່ 15 ຕື້ໂດລາ.
ໂດຍອີງຕາມການລາຍງານຂອງ Vietnam news ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຂໍ້ມູນວ່າ ການເຄື່ອນໄຫວການນຳເຂົ້າ ແລະ ສົ່ງອອກຄາດວ່າຈະມີການເຄື່ອນໄຫວທີ່ຫຼາຍຂຶ້ນ ຍ້ອນສະພາບເສດຖະກິດທົ່ວໂລກ ແລະ ພາຍໃນປະເທດທີ່ມີຄວາມຫຍຸ້ງຍາກໜ້ອຍລົງ ປະກອບດ້ວຍທ່າແຮງ ຈາກການພົວພັນດ້ານການເມືອງທີ່ເຂັ້ມແຂງກັບບັນດາປະເທດເຊັ່ນ: ຈີນ, ອາເມຣິກາ ແລະ ອີຢູ ໄດ້ສ້າງຕັ້ງການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ນອກຈາກນີ້ ກໍຍັງມີ ການລົງທຶນໃນສັນຍາການຄ້າເສລີ (FTA) ໃນປັດຈຸບັນ ແລະ ການລົງນາມໃນຂໍ້ຕົກລົງກັບບັນດາຕະຫຼາດໃໝ່ຄື ອິດສະຣາເອວ ແລະ UAE ກໍຍັງຈະເປັນສິ່ງສຳຄັນເພື່ອຊຸກຍູ້ການຄ້າ, ດຶງດູດການລົງທຶນ, ເພີ່ມທະວີການສົ່ງອອກໃນຊຸມປີທີ່ຈະມານີ້.
ທ່ານ Trương Văn Cẩm ປະທານສະມາຄົມຕຳ່ແຜ່ນຕັດຫຍິບຫວຽດນາມ ໃຫ້ຮູ້ວ່າອຸດສາຫະກຳຕຳ່ແຜ່ນຕັດຫຍິບໃນປີນີ້ຈະສາມາດບັນລຸມູນຄ່າການຄ້າໄດ້ 44 ຕື້ ໂດລາ, ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ປີ 2023 ທີ່ບັນລຸໄດ້ 40,3 ຕື້ໂດລາ.
ການສົ່ງອອກການປະມົງຄາດວ່າຈະບັນລຸ 9,5 ຕື້ໂດລາ ແລະ ຜ່ານຜ່າສິ່ງທ້າທາຍຕ່າງໆທາງການຄ້າ, ໂດຍສະເພາະແມ່ນການເຕືອນໄພກ່ຽວກັບການຫາປາ ຫຼື ການປະມົງທີ່ຜິດກົດໝາຍຂອງຫວຽດນາມ ຈາກຄະນະກໍາມະການຢູໂຣບ.
ເພື່ອເພີ່ມມູນຄ່າການຄ້າ ໃນໄລຍະທີ່ຜ່ານມາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ດຳເນີນການເຈລະຈາການຄ້າ, ການເຊື່ອມໂຍງ, ຂໍ້ຕົກລົງ, ພ້ອມທັງຊຸກຍູ້ FTA ກັບບັນດາຄູ່ຮ່ວມມືທີ່ມີທ່າແຮງຄື UAE ແລະ ບັນດາປະເທດໃນອາເມຣິກາໃຕ້ ເພື່ອຜັນຂະຫຍາຍຕະຫຼາດສົ່ງອອກ, ຜະລິດຕະພັນ ແລະ ການສະໜອງວັດຖຸດິບ ໃຫ້ແກ່ຜູ້ຜະລິດ ເພື່ອສົ່ງອອກ.
ອົງການດັ່ງກ່າວຈະໜູນບັນດາວິສາຫະກິດໃນການນຳໃຊ້ FTA ເພື່ອຊຸກຍູ້ການສົ່ງອອກ ຄຽງຄູ່ກັບການສ້າງຍີ່ຫໍ້ ຫຼື ສ້າງແບຣນຂອງຕົນເອງຢ່າງມີປະສິດທິຜົນ; ສົມທົບກັບບັນດາທ້ອງຖິ່ນ, ສະມາຄົມ, ວິສາຫະກິດເພື່ອເປີດກວ້າງຕະຫຼາດ, ເຝິກອົບຮົມໃຫ້ກັບບັນດາທຸລະກິດກ່ຽວກັບການປ່ຽນແປງນະໂຍບາຍການສົ່ງອອກ ແລະ ເງື່ອນໄຂຕ່າງໆ ເພື່ອວາງແຜນການຜະລິດ ແລະ ສົ່ງອອກຂອງພວກເຂົາ.
https://vietnamnews.vn/economy/1639205/vietnamese-industries-eye-ambitious-export-goals-in-2024.html
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/