7 ສິ່ງທີ່ຄວນພິຈາລະນາກ່ອນຈະປ່ຽນວຽກ


ເມື່ອເວົ້າເຖິງການຍ້າຍວຽກ ຫຼາຍຄົນກໍຄົງຄິດໜັກ ບໍ່ກ້າທີ່ຈະຕັດສິນໃຈ ບໍ່ໝັ້ນໃຈວ່າມັນຈະດີຫຼືບໍ່ ເພາະການຍ້າຍວຽກບໍ່ພຽງແຕ່ເປັນການປ່ຽນແປງໃນສາຍອາຊີບເທົ່ານັ້ນ ແຕ່ຍັງລວມເຖິງການປ່ຽນແປງຮູບແບບການໃຊ້ຊີວິດ ແລະ ອາດຈະມີຜົນຕໍ່ອະນາຄົດຂອງເຮົານຳ ດັ່ງນັ້ນກ່ອນທີ່ຈະຕັດສິນໃຈປ່ຽນວຽກ ຫຼື ຍ້າຍວຽກເຮົາຈຶ່ງຕ້ອງພິຈາລະນາຫຼາຍຢ່າງໃຫ້ຖີ່ຖ້ວນເສຍກ່ອນ.

ຕໍ່ໄປນີ້ຄື 7 ສິ່ງທີ່ຈະຕ້ອງຄິດທົບທວນກ່ອນຈະຕັດສິນໃຈປ່ຽນວຽກ:

1. ທົບທວນສາເຫດທີ່ຕ້ອງປ່ຽນວຽກ

ລອງຕັ້ງຄຳຖາມ ແລະ ຫາຄຳຕອບທີ່ຊັດເຈນວ່າຍ້ອນຫຍັງເຮົາຈຶ່ງຢາກປ່ຽນວຽກ ອາດຈະເປັນເພາະບໍ່ມີຄວາມສຸກ, ຕ້ອງການຄວາມທ້າທາຍໃໝ່, ຕ້ອງການເຮັດວຽກໃນສະພາບແວດລ້ອມທີ່ແຕກຕ່າງ, ຢາກຫາໂອກາດໃນການພັດທະນາຕົນເອງ. ຕັ້ງຄຳຖາມເຖິງສິ່ງທີ່ເຮົາຕ້ອງການແທ້ໆ ແລ້ວບ່ອນເຮັດວຽກນີ້ສາມາດໃຫ້ເຮົາໄດ້ ຫຼື ບໍ່ໄດ້ແນວໃດ ເພື່ອທີ່ຈະໄດ້ເຂົ້າໃຈເຫດຜົນທີ່ແທ້ຈິງທີ່ເຮົາຢາກປ່ຽນວຽກ.

    2. ວິເຄາະທັກສະ ແລະ ປະສົບການຂອງຕົນເອງ

    ທັກສະ ແລະ ປະສົບການຂອງເຮົາເໝາະສົມຫຼືບໍ່ທີ່ຈະໄປເຮັດວຽກທີ່ເຮົາຢາກໄປເຮັດນັ້ນ ຫາກມີທັງສະທີ່ຍັງຂາດຈະກຽມຕົວແນວໃດເພື່ອໃຫ້ມີຄວາມພ້ອມ, ສົມມຸດວ່າເຮົາມີທັກສະ ແລະ ປະສົບການທາງດ້ານການຕະຫຼາດ ແຕ່ສົນໃຈ ແລະ ຢາກເຮັດໃນດ້ານການອອກແບບ ຕ້ອງໃຫ້ໝັ້ນໃຈກ່ອນວ່າເຮົາມີທັກສະ ແລະປະສົບການຫຼາຍພໍທີ່ຈະໄປເຮັດ.

    3. ວາງແຜນທາງການເງິນໃຫ້ດີ

    ການປ່ຽນວຽກອາດຈະເຮັດໃຫ້ເຮົາຂາດລາຍໄດ້ໃນໄລຍະໜຶ່ງ ຈຶ່ງຄວນວາງແຜນທາງການເງິນໃຫ້ດີກ່ອນຕັດສິນໃຈເພື່ອຮັບມືກັບສະຖານະການການເງິນທີ່ຈະເກີດຂຶ້ນໂດຍການກຽມເງິນສຸກເສີນໄວ້ຢ່າງຕຳ່ໃຫ້ໝັ້ນໃຈວ່າຈະພຽງພໍສຳລັບ 3-6 ເດືອນທີ່ບໍ່ມີລາຍໄດ້, ປັບຫຼຸດຄ່າໃຊ້ຈ່າຍ, ວາງແຜນສຳລັບຄ່າໃຊ້ຈ່າຍທີ່ບໍ່ຄາດຄິດເຊັ່ນ: ຄ່າໃຊ້ຈ່າຍສຳລັບຍ້າຍບ່ອນຢູ່, ຄ່າເຝິກອົບຮົມເພື່ອພັດທະນາທັກສະເປັນຕົ້ນ, ຫຼີກເວັ້ນໜີ້ສິນ ແລະ ຫາລາຍໄດ້ເສີມ.

    4. ສຳຫຼວດແຮງງານ ແລະ ຕະຫຼາດອຸດສາຫະກຳ

    ສຶກສາຕະຫຼາດແຮງງານອຸດສາຫະກຳທີ່ເຮົາຢາກເຂົ້າໄປເພື່ອພິຈາລະນາແນວໂນ້ມ ແລະ ໂອກາດທີ່ມີຢູ່ໃນນັ້ນ, ສຶກສາບັນດາບໍລິສັດທີ່ຢູ່ໃນອຸດສາຫະກຳດັ່ງກ່າວ ທັກສະທີ່ພວກເຂົາຕ້ອງການ, ອັດຕາການຈ້າງ, ເງິນເດືອນ, ແນວໂນ້ມທີ່ບໍລິສັດ ແລະ ອຸດສາຫະກຳນັ້ນໆຈະເຕີບໂຕເປັນໄປແນວໃດ.

    5. ສ້າງເຄືອຂ່າຍໃໝ່ໆ

    ການມີເຄືອຂ່າຍທີ່ດີສາມາດເປີດໂອກາດໃນການຫາວຽກໃໝ່ໄດ້ ບໍ່ວ່າການເຂົ້າຮ່ວມງານກິດຈະກຳກ່ຽວກັບອາຊີບທີ່ເຮົາສົນໃຈ, ການທຳຄວາມຮູ້ຈັກຄົນໃໝ່ໆໃນວົງການນັ້ນໆ, ການໂອ້ລົມສົນທະນາກັບໝູ່ຮ່ວມວຽກເກົ່າ ຫຼື ຄົນທີ່ເຮັດວຽກໃນດ້ານນັ້ນໆ.

    6. ເຮົາພ້ອມສຳລັບການປ່ຽນແປງຫຼືບໍ່?

    ການປ່ຽນວຽກອາດນຳສູ່ການປ່ຽນແປງຫຼາຍໆຢ່າງໃນຊີວິດ ທັງຄວາມຄຽດ ຄວາມທ້າທາຍຈະກາຍເປັນເລື່ອງທີ່ເຮົາຕ້ອງໄດ້ປັບຕົວໃຫ້ໄດ້ ດັ່ງນັ້ນເຮົາຕ້ອງກຽມຕົວກຽມໃຈໃຫ້ພ້ອມສຳລັບການປ່ຽນແປງ

    7. ຟັງສຽງຫົວໃຈຕົນເອງ

    ເຮົາຄວນໃຫ້ຄວາມສຳຄັນກັບຄວາມຮູ້ສຶກຂອງຕົນເອງ ສິ່ງທີ່ເຮົາກຳລັງຈະຕັດສິນໃຈນັ້ນເປັນສິ່ງທີ່ເຮົາຕ້ອງການແທ້ຫຼືບໍ່? ວຽກນັ້ນຈະເໝາະສົມກັບເຮົາຫຼືບໍ່ ເພາະການປ່ຽນວຽກປຽບເໝືອນກັບເປັນການເດີນທາງໃນເສັ້ນທາງໃໝ່ທີ່ຕ້ອງມີຄວາມກ້າ ແລະ ການວາງແຜນທີ່ຮອບຄອບ ແຕ່ທັງໝົດນັ້ນກໍເປັນໂອກາດທີ່ດີໃນການຮຽນຮູ້ ແລະ ພັດທະນາຕົນເອງ

    ຖ້າເຈ້າກຳລັງເປັນຄົນໜຶ່ງທີ່ຄິດເລື່ອງນີ້ຢູ່ ຢາກໃຫ້ເຈົ້າຟງສຽງຫົວໃຈຂອງຕົນເອງ ແລະ ຂໍໃຫ້ໂຊກດີກັບການເດີນທາງຄັ້ງໃໝ່.

    ທີ່ມາ:

    https://cutt.ly/KwGu9Ugm

    ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/