ປະຫວັດ ຖ້ຳຕິ່ງ ຫຼື ຖ້ຳປາກອູ


ຖ້ຳຕິ່ງແມ່ນຖ້ຳທຳມະຊາດ ທີ່ມີຄວາມສວຍງາມ ທີ່ເກີດຈາກພູຫີນຜາ ເຊິ່ງຕັ້ງຢູ່ຕາມແຄມຝັ່ງຂອງແມ່ນ້ຳຂອງ ທາງຝັ່ງຕາເວັນຕົກ, ກົງກັນຂ້າມກັບບ້ານປາກອູ ບ່ອນທີ່ນ້ຳອູໄຫຼເຊື່ອມຕໍ່ໃສ່ແມ່ນ້ຳຂອງ ຫຼື ມີຊື່ເອີ້ນອີກຢ່າງໜຶ່ງວ່າ: ຖ້ຳປາກອູ (ຍ້ອນສະຖານທີ່ຂອງຖ້ຳ ຕັ້ງຢູ່ຈຸດເຊື່ອມຕໍ່ ຂອງນ້ຳອູ ສູ່ແມ່ນ້ຳຂອງ), ຖ້ຳຕິ່ງ ຕັ້ງຢູ່ຫ່າງຈາກຕົວເມືອງຫຼວງພະບາງ ໄປທາງທິດເໜືອປະມານ 30 ກິໂລແມັດ ເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ມີຊື່ສຽງ ຂອງແຂວງຫຼວງພະບາງ ແລະ ໃນ ສປປ ລາວ.

ຖ້ຳຕິ່ງແບ່ງອອກເປັນ 2 ຖ້ຳຄື: ຖ້ຳເທິງ ແລະ ຖ້ຳລຸ່ມ ເຊິ່ງມີເສັ້ນທາງຍ່າງເຊື່ອມຕໍ່ຫາກັນ ແຕ່ລະຖ້ຳກວ້າງຂວາງ ແລະ ມີພະພຸດທະຮູບໄມ້ສັກສິດຫຼາຍກວ່າ 4,000 ອົງ. ຕາມຄວາມເຊື່ອຖືຂອງປະຊາຊົນລາວແລ້ວ ຖ້ຳຕິ່ງເຄີຍເປັນບ່ອນອາໄສຂອງຄົນບູຮານ ຕໍ່ມາໄດ້ມີການປະຕິສັງຂອນ, ປະດິດສະຖານຂອງພະພຸດທະຮູບໄມ້ ສະໄໝກ່ອນໃນແຕ່ລະປີ ປະຊາຊົນໃນພູມລຳເນົາແຫ່ງນີ້ ໄດ້ພາກັນສ້າງພະພຸດທະຮູບມາປະດິດສະຖານ ໄວ້ຖ້ຳຕິ່ງແຫ່ງນີ້ ເພື່ອຂາບໄຫວ້ຕາມຮີດຄອງປະເພນີ ແລະ ການເຊື່ອຖືຂອງທ້ອງຖິ່ນ. ມາເຖິງສະຕະວັດທີ XVII – XX ເມື່ອຮອດປິໃໝ່ລາວຂອງທຸກໆປີ ເຈົ້າຊີວິດ ພ້ອມດ້ວຍບໍລິວານໄພ່ຟ້າລາຊະດອນ ໄດ້ພາກັນຫົດສົງພະທີ່ຖ້ຳຕິ່ງ ແລະ ທ່ຽວຊົມທຳມະຊາດ, ປະເພນີຫົດສົງພະດັ່ງກ່າວ ແມ່ນຍັງສືບທອດກັນມາເຖິງທຸກວັນນີ້.

ຄຳວ່າຖ້ຳຕິ່ງ ນັ້ນ, ມີຊື່ມາຕັ້ງແຕ່ເມື່ອໃດແມ່ນບໍ່ມີໃຜຮູ້ໄດ້ ແຕ່ໜັງສືລາວພື້ນຂຸນບູລົມໄດ້ກ່າວເຖິງຖ້ຳຕິ່ງ ແມ່ນມີຊື່ມາຕັ້ງແຕ່ສະໄໝຂຸນລໍ ປະຖົມກະສັດຂອງລາວ ຕຳນານບູຮານກ່າວວ່າຂຸນບູລົມໄດ້ຍົກພົນມາຕາມນ້ຳອູ ແລະ ນ້ຳຂອງ ມາຕັ້ງທັບຢູ່ ສົບອູ (ບໍລິເວນບ້ານປາກອູ) ແລະ ຜາຕິ່ງ. ໃນສະໄໝຕໍ່ມາ ເມື່ອກາງສະຕະວັດທີ XIV ແຫ່ງຄິດຕະສັງກາດ ເຈົ້າຟ້າງຸ່ມມະຫາລາດໄດ້ເຕົ້າໂຮມ ແລະ ກໍ່ຕັ້ງອານາຈັກລ້ານຊ້າງ ເອກະພາບ ໄດ້ຍົກທັບມາແຕ່ປະເທດຂະເໝນ ກໍໄດ້ຕັ້ງຫຼັກຢູ່ບ້ານປາກອູ ແລະ ຜາຕິ່ງເຊັ່ນດຽວກັນ. ດັ່ງນັ້ນ, ຄຳວ່າຖ້ຳຕິ່ງມີຊື່ມາດົນນານແລ້ວ ແລະ ອີກບັນຫາໜຶ່ງຖ້ຳຕິ່ງມີຍອຍຕິ່ງຍ້ອຍລົງມາຕາມຜາພູ ແລະ ໃນຮູຖ້ຳເປັນຈຳນວນຫຼວງຫຼາຍ ເຊິ່ງເອີ້ນຢາງໜຶ່ງວ່າ ນົມຜາ. ຈາກເຫດຜົນດັ່ງກ່າວປະຊາຊົນທ້ອງຖິ່ນ ຈຶ່ງເອີ້ນວ່າຖ້ຳຕິ່ງ.

   ຕາມທັດສະນະທາງບູຮານວິທະຍາ ຍ້ອນຂະບວນການທໍລະນີວິທະຍາ ນັບເປັນລ້ານປີມາແລ້ວຖ້ຳເທິງ ແລະ ຖ້ຳລຸ່ມ ເຊິ່ງທັງສອງໄດ້ຈົມຢູ່ພື້ນນ້ຳທະເລ ເຊິ່ງນ້ຳໄດ້ກັດເຊາະເຮັດໃຫ້ພູໜ່ວຍນີ້ເກີດເປັນຖ້ຳ ແລະ ໃນຍຸກຕໍ່ມາ ນ້ຳທະເລໄດ້ເຄື່ອນຍ້າຍເຮັດໃຫ້ຂົງເຂດນີ້ ກາຍເປັນພູຜາປ່າດົງ ແລະ ຮ່ອງຮອຍຖ້ຳຕິ່ງໃຫ້ພວກເຮົາເຫັນປັດຈຸບັນນີ້.

ນັບເປັນເວລາຫຼາຍພັນປີ ຕໍ່ມາໄດ້ມີມະນຸດຍ້າຍເຂົ້າມາອາໄສຢູ່ຖ້ຳຕິ່ງແຫ່ງນີ້, ອາດເປັນບ່ອນພັກອາໄສມະນຸດປະຖົມບູຮານ ເມື່ອຂະບວນວິວັດທະນາການດ້ານກະສິກຳມີການຂະຫຍາຍຕົວ ມະນຸດປະສົບຜົນສຳເລັດໃນການດຳລົງຊີວິດ, ສັງຄົມໄດ້ມີການຂະຫຍາຍຕົວສູງຂຶ້ນ ມະນຸດຈຶ່ງໄດ້ເຄື່ອນຍ້າຍອອກຈາກຖ້ຳມາຕັ້ງບ້ານເຮືອນຢູ່ຕາມເຂດທົ່ງພຽງ ແລະ ເຂດທີ່ອຸດົມສົມບູນ ເຊິ່ງເຂົາມີການຈັດຕັ້ງເປັນກຸ່ມ. ດັ່ງນັ້ນ ຖ້ຳທີ່ເຄີຍອາໄສຢູ່ ເມື່ອກ່ອນຈຶ່ງກາຍເປັນບ່ອນນັບຖື, ເປັນບ່ອນສັກກະລະບູຊາ ແລະ ທັງເປັນບ່ອນບວງສວງເຖິງດວງວິນຍານຂອງບັນພະບູລຸດເຂົາເຈົ້າ ແລະ ເທບພະເຈົ້າຕ່າງໆ ຕາມຄວາມເຊືື່ອຖືຂອງມະນຸດສະໄໝປະຖົມບູຮານ.

ຖ້ຳຕິ່ງ ສະໄໝປະຫວັດສາດລາວ ກ່ອນຍຸກພະພຸດທະສາສະໜາ ຄິດວ່າເບື້ອງຕົ້ນເປັນບ່ອນສັກກະລະບູຊາບວງສວງເຖິງດວງວິນຍານຂອງຜີຟ້າ, ຜີແຖນເທວະດາຖ້ຳຕິ່ງ ແລະ ອື່ນໆ ເຊິ່ງໄດ້ກ່າວຢູ່ໃນຄຳໂອວາດຂອງມະຫາກະສັດ ເຈົ້າຟ້າງຸ່ມ ສະຕະວັດທີ XIV ຜ່ານປະຫວັດສາດມາດົນນານສົມຄວນ. ມາຮອດຕົ້ນສະຕະວັດທີ XVI ແຫ່ງຄິດຕະສັງກາດ 1527 ມີກະສັດອົງໜຶ່ງຊື່ວ່າພະເຈົ້າໂພທິສະລາດ ມີຄວາມເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມີຄຳສັ່ງໃຫ້ປະຊາຊົນຂອງພະອົງ ຍົກເລີກການເຊື່ອຖືຜີ, ຫໍຜີຟ້າຜີແຖນ ແລະ ບ່ອນສັກກະລະບູຊາທາງພຸດທະສາສະໜາ ແລະ ໄດ້ອຸປະຖຳຖ້ຳແຕ່ເວລານັ້ນມາ. ລາຊະວົງໄດ້ແຕ່ງຕັ້ງຊ່າງຫັດຖະກຳຄວັດພະພຸດທະຮູບເພື່ອຖວາຍໄວ້ຖ້ຳ ໃຫ້ປະຊາຊົນໄດ້ສັກກະລະບູຊາ. ເຊິ່ງວ່າພະພຸດທະຮູບສ່ວນຫຼາຍແມ່ນເຮັດດ້ວຍໄມ້ເຄືອບນ້ຳຢາສີແດງ ຫຼື ດຳ ແລະ ພອກດ້ວຍຄຳ.

   ຫຼັກຖານທີ່ແທ້ຈິງ, ໄດ້ປາກົດໃຫ້ເຮົາເຫັນມີພະພຸດທະຮູບຫຼາຍກວ່າ 3,000 ກວ່າອົງ ທີ່ສ້າງຂຶ້ນໃນສະຕະວັດທີ XVII ແລະ XIX ແຫ່ງຄິດຕະສັງກາດ, ສ່ວນພະພຸດທະຮູບທີ່ສ້າງຂຶ້ນໃນສະຕະວັດທີ XVII ແລະ XX ນັ້ນມີຈຳນວນໜ້ອຍ ພະພຸດທະຮູບສ່ວນຫຼາຍເຮັດດ້ວຍໄມ້, ຂີ້ຄັ່ງ, ສ່ວນທອງ ແລະ ຫີນ ແມ່ນມີຈຳນວນໜ້ອຍ. ໃນນັ້ນ ພະພຸດທະຮູບທີ່ມີສິລະປະສວຍງາມ ແລະ ປານີດນັ້ນແມ່ນ ພະພຸດທະຮູບທີ່ສ້າງຂຶ້ນ ໃນຕົ້ນສະຕະວັດທີ XVIII ແລະ XIX. ນອກຈາກນີ້,  ຍັງພົບພະພຸດທະຮູບທີ່ເຮັດດ້ວຍ ຄຳບຸ, ເງິນບຸ, ແຕ່ໜ້າເສຍດາຍໄດ້ມີຄົນບໍ່ດີແກະລອກເອົາໝົດແລ້ວ ປະໄວ້ແຕ່ດິນເຜົາ ແລະ ແກະກາບຂອງພະພຸດທະຮູບ.

   ດັ່ງນັ້ນ, ໃນປັດຈຸບັນ ຖ້ຳຕິ່ງບໍ່ພຽງແຕ່ມີຄວາມໝາຍທາງດ້ານປະຫວັດສາດ ເປັນອັນຍາວນານເທົ່ານັ້ນ ແຕ່ຍັງເປັນບ່ອນສະສົມມໍລະດົກທາງດ້ານວັດທະນະທຳ ຂອງຊາດລາວ ແລະ ຍັງເປັນບ່ອນສຶກສາຄົ້ນຄວ້າຂອງຄົນຮຸ່ນຫຼັງ.

   ຖ້ຳລຸ່ມ: ປາກຖ້ຳລຸ່ມເດ່ອອກຈົນເຫັນໄດ້ຈາກແມ່ນ້ຳຂອງ, ມີເສັ້ນທາງຈາກຖ້ຳລຸ່ມໄປສູ່ຖ້ຳເມິງ ເຊິ່ງມີຄວາມຍາວສູງປະມານ 60 ແມັດ ຈາກແມ່ນ້ຳຂອງ.

ຢູ່ຖ້ຳລຸ່ມມີພະພຸດທະຮູບຄວັດຢູ່ປະມານ 2,500 ອົງ ຈຸດໂຮມຜູ້ໄປຢ້ຽມຖ້ຳ ແມ່ນແທ່ນທີ່ຢູ່ໃກ້ໆທາງເຂົ້າອັນເປັນບ່ອນວາງດອກໄມ້, ທູບທຽນ ເພື່ອສັກກະລະບູຊາ ມີຮູບຄວັດພະລືສີອົງໜຶ່ງພາຍຖົງຢາ ຫຼື ສະໝຸນໄພ ນັ່ງຢູ່ຖ້ຳເທິງຖ້ານທາງເຂົ້າ ແລະ ມີຮູບເຈດີໃຫຍ່ຢູ່ເທິງຖ້ານສູງສຸດ.

   ຖ້ຳເທິງ: ຖ້ຳຕິ່ງເທິງຫາທ່າທຽບບັກ ມີຂັ້ນໄດທັງໝົດ 278 ຂັ້ນ, ເຊິ່ງມີລວງກວ້າງ 17 ແມັດ ແລະ ເລິກ 50 ແມັດ, ​ຢູ່ຖ້ຳເທິງນີ້ກໍມີແທ່ນປະດິດສະຖານພະພຸດທະຮູບຢູ່ເຊັ່ນດຽວກັນ. ພາຍໃນຖ້ຳຍັງມີຮູບຂອງຖ້ຳໃນສະໄໝກ່ອນ ທີ່ຖືກແຕ້ມໂດຍ ຝຣັ່ງຊີກາກນິເອ, ຖືກແຕ້ມຂຶ້ນໃນລະຫວ່າງປີ 1865-1867. ພາຍນອກຖ້ຳ ຍັງມີທາດນ້ອຍອົງໜຶ່ງ ເຊິ່ງຕາມການເລົ່າຂານວ່າທາດດັ່ງກ່າວ, ເປັນທາດດູກຂອງປູ່ເຍີຍ່າເຍີ. ເຊິ່ງໃນທຸກໆປີ ເມື່ອກ່ອນເຈົ້າຊີວິດໄດ້ຂີ່ເຮືອຂຶ້ນມາຫົດສົງນ້ຳພະຢູ່ຖ້ຳ ໃນໄລຍະຂຶ້ນປີໃໝ່. ສ່ວນສີໜ້າ ແລະ ປະຕູຖ້ຳນັ້ນແມ່ນມີການຄວັດດອກດວງໃສ່ຢ່າງສວຍງາມ ຕາມສິລະປະແບບລາວໆ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/