ໂຣກຝີດາດລີງ ລະບາດໃນ ຢູໂຣບ, ອາເມຣິກາແລະ ແຄນາດາ ຫຼັງຈາກພົບຜູ້ຕິດເຊື້ອຄົນທໍາອິດ


ໃນທຸກມື້ນີ້ ໂຄວິດ-19 ແມ່ນຍັງດໍາເນີນການແຜ່ລະບາດໃຫ້ເຮົາເຫັນຢູ່ເລື້ອຍໆ ແລະ ເບິ່ງຄືວ່າມັນຈະຈົບລົງຍາກ ຊ້ຳບໍ່ໜໍາໂລກເຮົາກໍຕ້ອງກຽມພ້ອມຮັບມືກັບໂຣກລະບາດອື່ນທີ່ອາດເກີດຂຶ້ນ ເພາະຫຼ້າສຸດນີ້ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍວ່າພົບຜູ້ຕິດເຊື້ອໂຣກ ‘ຝີດາດລິງ’ ຫຼື (Monkeypox) ທີ່ແຜ່ລະບາດ ອອກຈາກນອກທະວີບອາຟຣິກາ ໂດຍແມ່ນພົບທີ່ອັງກິດ ກ່ອນທີ່ເຈົ້າໜ້າທີ່ສາທາລະນະສຸກຈາກສະເປນ, ໂປຣຕຸເກດ ແລະ ສະຫະລັດອາເມຣິກາ ເລີ່ມພາກັນອອກມາລາຍງານວ່າພົບຜູ້ຕິດເຊື້ອໂຣກດັ່ງກ່າວ.

ໃນວັນທີ 19 ພຶດສະພາ ໄດ້ມີການຢືນຢັນວ່າມີຜູ້ຕິດເຊື້ອໂຣກຝີດາດລີງແລ້ວໃນຫຼາຍປະເທດ ໂດຍເມື່ອວັນທີ 6 ພຶດສະພາທີ່ຜ່ານມາຈົນເຖິງປັດຈຸບັນ ອັງກິດໄດ້ລາຍງານວ່າມີຜູ້ຕິດເຊື້ອສະສົມແລ້ວ 9 ຄົນ, ຂະນະທີໂປຣຕຸເກດກໍໄດ້ອອກມາເຜີຍໃນວັນທີ 18 ພຶດສະພາ ວ່າມີຜູ້ຕິດເຊື້ອ 5 ຄົນ (ຈາກການກວດສອບຜູ້ທີ່ຄາດວ່າອາດຈະຕິດເຊື້ອຈຳນວນ 20 ຄົນ) ເຊັ່ນດຽວກັບສະເປນທີ່ພົບວ່າ ມີ 8 ຄົນທີ່ກວດພົບເຊື້ອ (ຈາກການກວດສອບຜູ້ເຂົ້າຂ່າຍຕິດເຊື້ອ 23 ຄົນ) ແລະ ສະຫະລັດອາເມຣິກາອີກ 1 ຄົນ.

ເສັ້ນທາງແຜ່ເຊື້ອອອກຈາກນອກອາຟຣິກາໃນຄັ້ງນີ້ແມ່ນທາງ WHO ລະບຸວ່າໄດ້ຮັບການຢືນຢັນວ່າມີຜູ້ຕິດເຊື້ອໂຣກນີ້ໃນອັງກິດ ໂດຍມັນໄດ້ເລີ່ມຕົ້ນມາຈາກຊາຍອັງກິດຄົນໜຶ່ງໄດ້ເດີນທາງໄປປະເທດ ໄນຈີເຣຍ  ເພື່ອຢ້ຽມຢາມໝູ່ຂອງລາວ ກ່ອນທີ່ຕໍ່ມາເລີ່ມມີຕຸ່ມຂຶ້ນຕາມຜິວໜັງ ແລະ ໄດ້ເດີນທາງກັບມາຮອດອັງກິດໃນວັນທີ 4 ພຶດສະພາທີ່ຜ່ານມາ ເຊິ່ງໃນມື້ດຽວກັນນັ້ນຊາຍຄົນດັ່ງກ່າວຖືກສົງໄສວ່າຕິດເຊື້ອ ແລະ ລາວກໍໄດ້ຖືກສົ່ງເຂົ້າໂຮງໝໍໃນເວລາຕໍ່ມາ.

ການຕິດເຊື້ອຂອງຊາຍຄົນນີ້ໄດ້ຮັບການຢືນຢັນດ້ວຍຜົນກວດ RT-PCR ໃນຫ້ອງແລັບ ກ່ອນທີ່ພາຍຫຼັງຈະພົບວ່າມີຜູ້ຕິດເຊື້ອເພີ່ມຂຶ້ນອີກໃນອັງກິດ ເຊິ່ງບາງຄົນບໍ່ປາກົດຕົ້ນທາງການຕິດຕໍ່ ແລະ WHO ຍັງເຜີຍຜ່ານຖະແຫຼງການກ່ຽວກັບການລະບາດຂອງໂຣກນີ້ອີກວ່າ ການຕິດຕໍ່ໃນຄັ້ງນີ້ມີໂອກາດທີ່ຈະລະບາດພາຍໃນທ້ອງຖິ່ນຂອງອັງກິດ ແລະ ມີຄວາມເປັນໄປໄດ້ທີ່ຈະພົບຜູ້ຕິດເຊື້ອຄົນອື່ນອີກ.

ຂະນະດຽວກັນກະຊວງສາທາລະນະສຸກຂອງແຄນາດາກໍໄດ້ອອກມາເປີດເຜີຍວ່າກໍລັງສືບສວນກໍລະນີຕ້ອງສົງໄສວ່າມີຜູ້ປ່ວຍຕິດເຊື້ອຝີດາດລີງ ແຕ່ຍັງບໍ່ມີການຢືນຢັນວ່າພົບຜູ້ຕິດເຊື້ອພາຍໃນປະເທດແລ້ວ. ໂດຍກະຊວງສາທາລະນະສຸກກໍາລັງຈັບຕາເບິ່ງການແຜ່ລະບາດໃນຕ່າງປະເທດຢ່າງໃກ້ຊິດ.

ແລະຫຼ້າສຸດທາງດ້ານໜ່ວຍງານສາທາລະນະສຸກຂອງລັດແມສຊາຊູເຊດໃນສະຫະລັດອາເມຣິກາຢືນຢັນວ່າພົບຜູ້ຕິດເຊື້ອຝີດາດລີງເປັນຄົນທໍາອິດ ຫຼັງຈາກຜູ້ຕິດເຊື້ອຄົນນີ້ໄດ້ເດີນທາງກັບມາຈາກປະເທດແຄນາດາ ແລະ ກໍາລັງຢູ່ລະຫວ່າງການສືບສວນໂຣກວ່າການຄິດເຊື້ອຝີດາດລີງໃນຄັ້ງນີ້ມີຄວາມກ່ຽວຂ້ອງກັບການລະບາດໃນຢູໂຣບຫຼືບໍ່.

ສໍານັກງານຄວາມໝັ້ນຄົງດ້ານສຸຂະພາບແຫ່ງຣາຊະອານາຈັກ (UKHSA) ລະບຸວ່າ ຫາກບຸກຄົນໃດຕິດເຊື້ອແມ່ນຈະເລີ່ມດ້ວຍອາການເປັນໄຂ້, ປວດຫົວ, ປວດກ້າມຊີ້ນ, ປວດຫຼັງ, ຕ່ອມນໍ້າເຫຼືອງອັກເສບ, ໜາວສັ່ນ ແລະ ອ່ອນເພຍ ກ່ອນຈະເລີ່ມມີ່ຕຸ່ມຜື່ນຂຶ້ນບໍລິເວນຜິວໜັງ ເຊິ່ງຈະເລີ່ມຈາກໃບໜ້າກ່ອນກະຈາຍໄປທີ່ສ່ວນອື່ນໆ ຂອງຮ່າງກາຍ ກ່ອນຈະເລີ່ມຕົກສະເກັດແລະຫຼຸດອອກໄປ ໂດຍອາການຕິດເຊື້ອຈະຫາຍເອງໄດ້ພາຍໃນ 14 ຫາ 21 ມື້.

ແລ້ວໂຣກນີ້ຕິດຕໍ່ກັນໄດ້ແນວໃດ? ໂຣກຝີດາດລີງຈະຕິດຕໍ່ກັນຜ່ານການສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ໂດຍເຊື້ອສາມາດເຂົ້າສູ່ຮ່າງກາຍຜ່ານຜິວແຕກລອກ, ລະບົບທາງເດີນຫາຍໃຈ, ຊ່ອງທາງຕາ, ຮູດັງ ແລະ ປາກ. ນອກຈາກນີ້ມັນຍັງສາມາດແຜ່ກະຈາຍໄດ້ຜ່ານການສໍາຜັດກັບສັດທີ່ຕິດເຊື້ອເຊັ່ນ ລີງຫຼືໜູ ຕະຫຼອດຈົນຕິດເຊື້ອຜ່ານສິ່ງທີ່ມີໄວຣັສເຈືອປົນຢູ່ເຊັ່ນ: ຕຽງນອນ ຫຼື ເສື້ອຜ້າ ເປັນຕົ້ນ.

ຢ່າງໃດກໍຕາມຜູ້ຊ່ຽວຊານລະບຸວ່າ ຍັງບໍ່ມີການປິ່ນປົວຊັດເຈນ ແຕ່ສາມາດຄວບຄຸມໄດ້ ໂດຍວັກຊີນປ້ອງກັນຝີດາດທີ່ໄດ້ຮັບການພິສູດແລ້ວວ່າມີປະສິດທິພາບປ້ອງກັນໂຣກຝີດາດລີງໄດ້ເຖິງ 85%. ຖ້າຫາກມີການຕິດເຊື້ອແລ້ວ ສ່ວນຫຼາຍຈະບໍ່ມີອາການຮຸນແຮງ ແລະ ຫາຍດີໄດ້ເອງພາຍໃນ 2-3 ອາທິດ ແຕ່ບາງກໍລະນີຝີດາດລີງອາດຮຸນແຮງ ແລະ ເຄີຍມີການລາຍງານວ່າພົບຜູ້ເສຍຊີວິດຈາກການຕິດເຊື້ອດັ່ງກ່າວໃນອາຟຣິກາຕາເວັນຕົກແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/