ປະທານາທິບໍດີຂອງຣັດເຊຍກ່າວວ່າ “ລະບົບການເງິນທົ່ວໂລກທີ່ນຳໃຊ້ເງິນໂດລາສະຫະລັດກຳລັງຈະພັງທະລາຍລົງ”


ເມື່ອວັນພະຫັດທີ່ຜ່ານມາ, Vladimir Putin ປະທານາທິບໍດີຂອງຣັດເຊຍໄດ້ກ່າວໃນກອງປະຊຸມໃຫຍ່ຂອງການປະຊຸມຄົບຮອບ 20 ປີຂອງ Valdai Discussion Club ວ່າ

“ລະບົບການເງິນທົ່ວໂລກທີ່ໃຊ້ເງິນໂດລາສະຫະລັດກຳລັງຈະຄ່ອຍໆພັງທະລາຍລົງ. ໃນທ້າຍທີ່ສຸດແລ້ວ, ສະກຸນເງິນແມ່ນມາຈາກອຳນາດທາງເສດຖະກິດຂອງປະເທດທີ່ອອກສະກຸນເງິນນັ້ນໆ”

Vladimir Putin ຍັງໄດ້ກ່າວອີກວ່າ “ລະບົບ Bretton Woods ແມ່ນລະບົບທີ່ຫຼ້າສະໄໝໄປແລ້ວ”, ເປັນທີ່ໜ້າສັງເກດວ່າບໍ່ໄດ້ມີພຽງປະທານາທິບໍດີ Vladimir Putin ພຽງຄົນດຽວເທົ່ານັ້ນທີ່ມີຄວາມຄິດແບບນີ້ ແຕ່ຜູ້ຊ່ຽວຊານທາງຝັ່ງຕາເວັນຕົກກໍມີຄວາມຄິດເຫັນເຊັ່ນດຽວກັນ.

ໂດຍ Vladimir Putin ໄດ້ອະທິບາຍວ່າ “ລະບົບ Bretton Woods ນີ້ຖືກສ້າງຂຶ້ນບົນພື້ນຖານຂອງເງິນໂດລາສະຫະລັດ ແລະ ທຸກຢ່າງກໍກຳລັງຄ່ອຍໆພັງທະລາຍລົງ. ເນື່ອງຈາກສະກຸນເງິນທີ່ໃຊ້ໃນການສ້າງລະບົບ ແມ່ນສະກຸນເງິນມາຈາກອຳນາດທາງເສດຖະກິດຂອງປະເທດທີ່ອອກສະກຸນເງິນນີ້”

Vladimir Putin ຍັງໄດ້ເນັ້ນຢໍ້າວ່າ ສ່ວນແບ່ງເສດຖະກິດຂອງອາເມຣິກາໃນ GDP ໂລກກຳລັງຫຼຸດລົງ, ເຊິ່ງນີ້ແມ່ນຂໍ້ມູນສະຖິຕິທີ່ຊັດເຈນ. ໃນທາງກົງການຂ້າມ ສ່ວນແບ່ງຂອງກຸ່ມປະເທດ BRICS ໃນ​ດ້ານ​ຄວາມ​ສະ​ເໝີ​ພາບຂອງອຳນາດໃນການຊື້ ເມື່ອທຽບກັບກຸ່ມປະເທດ G7 ແມ່ນກຳລັງເຕີບໂຕຂຶ້ນ. ໂດຍສະເພາະແມ່ນຫຼັງຈາກໄດ້ເພີ່ມສະມາຊິກໃໝ່ເຂົ້າມາ ເຊິ່ງເຮັດໃຫ້ເກີດຈຸດປ່ຽນທີ່ມີຄວາມສຳຄັນຫຼາຍ.

ເມື່ອບໍ່ດົນມານີ້, ກຸ່ມປະເທດເສດຖະກິດ BRICS ໄດ້ຕັດສິນໃຈເຊີນ 6 ປະເທດເຂົ້າມາເປັນສະມາຊິກໃໝ່ໄດ້ແກ່: ອາເຈນຕິນາ, ອີຢິບ, ເອທິໂອເປຍ, ອີຣານ, Saudi Arabia ແລະ ສະຫະລັດອາຣັບເອມີເຣດ (UAE) ໃນໄລຍະສະຫຼຸບຂອງກອງປະຊຸມສຸດຍອດ BRICS ໃນເດືອນສິງຫາທີ່ຜ່ານມາ. ຜູ້ນໍາຂອງປະເທດບຣາຊິວ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້ປະກາດວ່າ “ການເພີ່ມສະມາຊິກໃໝ່ເຂົ້າມາມີຄວາມສຳຄັນໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນໃນການຄ້າລະຫວ່າງປະເທດ ແລະ ທຸລະກໍາທາງດ້ານການເງິນ”

ໂດຍປະທານາທິບໍດີຂອງຣັດເຊຍກໍໄດ້ສະແດງຄວາມຄິດເຫັນກ່ຽວກັບກຸ່ມ BRICS ທີ່ສ້າງສະກຸນເງິນຮ່ວມກັນວ່າ:

“ສຳລັບ BRICS ໃນຕອນນີ້ ພວກເຮົາບໍ່ຈໍາເປັນຕ້ອງສ້າງສະກຸນເງິນດຽວ ແຕ່ພວກເຮົາຈຳເປັນຕ້ອງສ້າງລະບົບການຊຳລະເງິນ, ສ້າງລະບົບການຂົນສົ່ງທາງດ້ານການເງິນເພື່ອຮັບປະກັນວ່າການຊຳລະເງິນລະຫວ່າງລັດຂອງພວກເຮົາ ຈະສາມາດປ່ຽນໄປຊຳລະເງິນໃນສະກຸນເງິນປະຈຳຊາດຂອງຕົນ”

ນອກຈາກນັ້ນ, Vladimir Putin ກ່າວຕື່ມວ່າອີກວ່າ “ມື້ວານນີ້ພວກເຮົາໄດ້ປຶກສາຫາລືກ່ຽວກັບບັນຫານີ້ກັບຜູ້ຊ່ຽວຊານຂອງພວກເຮົາ. ລວມໄປເຖິງຄວາມເປັນໄປໄດ້ຂອງການສ້າງສະກຸນເງິນ BRICS , ໃນທາງທິດສະດີ ແມ່ນມີຄວາມເປັນໄປໄດ້, ແຕ່ເພື່ອທີ່ຈະບັນລຸເປົ້າໝາຍນີ້. ພວກເຮົາຈໍາເປັນຕ້ອງບັນລຸຄວາມສະເໝີພາບໃນການພັດທະນາເສດຖະກິດຂອງປະເທດຂອງພວກເຮົາ”

ທີ່ມາ:

news.bitcoin

brics-invites-6-countries-to-join-

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/