Arthur Hayes ຊີ້ຫົນທາງທີ່ຈະຊ່ວຍໃຫ້ຕະຫຼາດ Crypto ກັບມາຢູ່ໃນໄລຍະຂາຂຶ້ນອີກຄັ້ງ ໂດຍການນຳໃຊ້ AI ເຂົ້າໃນການຄ້າ ແລະ ການຈັດພິມເງິນເພີ່ມຂຶ້ນ


Arthur Hayes ຜູ້ຮ່ວມສ້າງຕັ້ງ BitMEX ໄດ້ກ່າວໃນງານສໍາພາດຄັ້ງຫຼ້າສຸດກັບ Crypto Banter ວ່າ ການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນທາງດ້ານການຄ້າ ແລະ ເຫດການພິມເງິນໃນອະດີດໂດຍ Federal Reserve ເຊິ່ງ 2 ຢ່າງນີ້ຈະນໍາພາໃຫ້ຕະຫຼາດສິນຊັບດິຈິຕອນກັບມາຢູ່ໃນໄລຍະຂາຂຶ້ນຄັ້ງໃຫຍ່ອີກຄັ້ງ.

Arthur Hayes ໄດ້ແນະນໍາທິດສະດີ “double happiness” ໃນງານ Token2049 ເຊິ່ງແມ່ນທິດສະດີທີ່ກ່ຽວກັບຕະຫຼາດຂາຂຶ້ນຂອງສິນຊັບດິຈິຕອນທີ່ກໍາລັງຈະເກີດຂຶ້ນໃນໄວໆນີ້ ອັນເປັນຜົນມາຈາກ 2 ປັດໄຈຫຼັກໆໄດ້ແກ່:

  • ການຈັດທະນະບັດ ໂດຍ FED ໃນປະລິມານທີ່ມະຫາສານໃນໄລຍະ 2 – 3 ປີທີ່ຜ່ານມາ ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນສູງ, ເຊິ່ງເປັນ 1 ໃນປັດໄຈດ້ານບວກສຳລັບສິນຊັບດິຈິຕອນ ເນື່ອງຈາກສິນຊັບດິຈິຕອນມັກຈະຖືກເບິ່ງວ່າເປັນຊັບສິນທີ່ປ້ອງກັນອັດຕາເງິນເຟີ້.
  • ການນຳໃຊ້ປັນຍາປະດິດ ຫຼື AI ເຂົ້າໃນທາງດ້ານການຄ້າ ຈະຊ່ວຍຊຸກຍູ້ການນຳເອົາສິນຊັບດິຈິຕອນໄປໃຊ້ໄດ້ຢ່າງກວ້າງຂວາງ. ເນື່ອງຈາກ AI ສາມາດພັດທະນາຮູບແບບທຸລະກິດ ແລະ ການນຳໃຊ້ crypto ໃນຮູບແບບໃໝ່ໆ ເຊິ່ງມີປະສິດທິພາບສູງ ແລະ ວ່ອງໄວທັນໃຈ

Arthur Hayes ກ່າວຕື່ມວ່າ ປະເທດມະຫາອໍານາດທາງດ້ານເສດຖະກິດເຊັ່ນ: ສະຫະລັດ, ຢູໂຣບ, ແລະ ຈີນຈະສ້າງໜີ້ສິນຈໍານວນຫຼາຍເພື່ອສະໜອງທຶນໃນໂຄງການຕ່າງໆ, ເຊິ່ງນີ້ຈະເປັນຜົນດີສໍາລັບ crypto.

Arthur Hayes ເຊື່ອວ່າໃນອີກ 2 – 3 ປີຂ້າງໜ້າ FED ຈະມີການພີມທະນາບັດໃໝ່ເປັນຈຳນວນຫຼາຍ ເຊິ່ງນີ້ຈະເຮັດໃຫ້ເງິນ Fait ສູນເສຍມູນຄ່າໃນຕົວເອງຢ່າງໄວວາ, ແຕ່ໃນທາງກັບກັນ ສຳລັບສະກຸນເງິນດິຈິຕອນກັບໄດ້ຮັບຜົນທີ່ດີຂຶ້ນ ລວມທັງຮຸ້ນບາງຕົວ. ນີ້ຈຶຶ່ງເປັນໄລຍະຂາຂຶ້ນຂອງສິນຊັບດິຈິຕອນ ແລະ ເປັນໄລຍະຂາລົງຂອງເງິນ Fiat

ທີ່ມາ:

dailyhodl

youtube

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/