“ບໍ່ແມ່ນຄົນທີ່ດີທີ່ສຸດສຳລັບວຽກນີ້ແລ້ວ” ຄຳກ່າວຈາກ ນາຍົກໄອຣ໌ແລນ ທີ່ລາອອກກະທັນຫັນ


ວັນທີ 20 ມີນາ 2024 ທີ່ຜ່ານມາ ທ່ານ Leo Eric Varadkar ນາຍົກປະເທດໄອຣ໌ແລນລາອອກຈາກຕຳແໜ່ງຢ່າງກະທັນຫັນ ໂດ້ຍອ້າງເຫດຜົນສ່ວນຕົວ ແລະ ການເມືອງ ແຕ່ສ່ວນໃຫຍ່ເປັນເລື່ອງການເມືອງ ພ້ອມກັບກ່າວວ່າ “ຮູ້ຕົວດີວ່າ ບໍ່ແມ່ນຄົນທີ່ດີທີ່ສຸດສຳລັບວຽກນີ້ແລ້ວ” ໂດຍຈະດຳລົງຕຳແໜ່ງນາຍົກລັດຖະມົນຕີຈົນກວ່າຈະສາມາດເລືອກຜູ້ສືບທອດຕຳແໜ່ງໄດ້.

ທ່ານ Leo Eric Varadkar ເປັນນາຍົກລັດຖະມົນຕີ ເມື່ອປີ 2017 ທ່ານເປັນນາຍົກລັດຖະມົນຕີທີ່ອາຍຸນ້ອຍທີ່ສຸດ ແລະ ເປັນຜູ້ນຳທີ່ເປັນ LGBT ຄົນທຳອິດຂອງປະເທດໄອຣ໌ແລນ ໂດຍທີ່ຜ່ານມາໄດ້ພົບກັບແຮງຕ້ານຫຼາຍເລື່ອງ ເຊັ່ນ ພ່າຍແພ້ການລົງມະຕິ 2 ເທື່ອ ເພື່ອແກ້ກົດໝາຍການແບ່ງແຍກເພດໃນລັດຖະທຳມະນູນ ນອກຈາກນີ້ຍັງມີບັນຫາອື່ນໆທີ່ຕາມມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/