SEC ເພີ່ມຄວາມກົດດັນຕໍ່ Ethereum! ກຽມຈັດເຂົ້າເປັນປະເພດຫຼັກຊັບ ຕັດຄວາມຫວັງທີ່ຈະເປີດກອງທຶນ ETF


ອີງຕາມບົດລາຍງານຂອງ Fortune, ຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ເລີ່ມລົນນະລົງທາງດ້ານກົດໝາຍຢ່າງເຂັ້ມງວດເພື່ອຈັດປະເພດ Ethereum ໃຫ້ກາຍເປັນຫຼັກຊັບ.

ໂດຍຂ່າວດັ່ງກ່າວຖືໄດ້ວ່າເປັນອຸປະສັກທີ່ສຳຄັນສຳລັບອຸດສາຫະກໍາ cryptocurrency. ເຊິ່ງໃນເບື້ອງຕົ້ນເຂົາຫວັງວ່າ SEC ຈະອະນຸມັດກອງທຶນ ETF ຂອງ Ethereum, ໂດຍສະເພາະແມ່ນຫຼັງຈາກການອະນຸມັດ Bitcoin ETFs ຫຼາຍໆກອງທຶນໃນຕົ້ນປີນີ້.

ການສືບສວນ Ethereum ຂອງ SEC ລວມເຖິງການຮຽກຮ້ອງໃຫ້ບໍລິສັດຕ່າງໆທີ່ຈະ ສ້າງເອກະສານ ແລະ ບັນທຶກທາງດ້ານການເງິນທີ່ກ່ຽວຂ້ອງກັບການພົວພັນກັບມູນນິທິ Ethereum (Ethereum Foundation), ເຊິ່ງເປັນອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລທີ່ເບິ່ງແຍງການຄຸ້ມຄອງ ແລະ ການພັດທະນາຂອງ Ethereum blockchain.

ແຫຼ່ງຂ່າວຈາກບໍລິສັດທີ່ຫາກໍໄດ້ຮັບຄໍາຮ້ອງຟ້ອງເມື່ອບໍ່ດົນມານີ້ເປີດເຜີຍວ່າ ການສືບສວນຂອງ SEC ກ່ຽວກັບມູນນິທິ Ethereum ທີ່ສະວິດເຊີແລນໄດ້ເລີ່ມຂຶ້ນເມື່ອບໍ່ດົນຫຼັງຈາກ blockchain ໄດ້ຫັນໄປສູ່ໂມເດວການຄຸ້ມຄອງດູແລແບບໃໝ່ທີ່ເອີ້ນວ່າ “proof-of-stake” ໃນເດືອນ ກັນຍາ 2022. ເຊິ່ງຄຳສັ່ງເຫຼົ່ານີ້ຖືກຈຳກັດໃນຂອບເຂດ  ແລະ ມຸ່ງເນັ້ນໄປທີ່ມູນນິທິ Ethereum.

ເຫດການໃນຄັ້ງນີ້ໄດ້ສົ່ງຜົນຕໍ່ລາຄາຂອງ Ethereum ເຮັດໃຫ້ຫຼຸດລົງຫຼາຍເຖິງ 6% ຫຼື ຢູ່ທີ່ 3,200 ໂດລາໃນວັນພຸດທີ່ຜ່ານມາ. ການກໍານົດໃຫ້ ETH ເປັນຫຼັກຊັບທີ່ມີຄວາມປອດໄພນັ້ນ ອາດເຮັດໃຫ້ຄວາມພະຍາຍາມໃນການສ້າງ ETFs ether ໃນສະຫະລັດມີຄວາມຫຍຸ້ງຍາກຂຶ້ນ, ໂດຍ SEC ໄດ້ຂີດເສັ້ນຕາຍໃນເດືອນພຶດສະພາເພື່ອຕັດສິນໃຈກ່ຽວກັບການອະນຸມັດກອງທຶນດັ່ງກ່າວ.

ນັກວິເຄາະຂອງ Bloomberg Intelligence ກ່າວໃນວັນອັງຄານທີ່ຜ່ານມາວ່າ ລາວບໍ່ຄາດຫວັງວ່າກອງທຶນດັ່ງກ່າວຈະໄດ້ຮັບການອະນຸມັດໃນເດືອນພຶດສະພາ, ເນື່ອງຈາກໜ່ວຍງານຄຸ້ມຄອງດູແລຂາດການມີສ່ວນຮ່ວມກັບຜູ້ອອກຫຼັກຊັບທີ່ມີສັກກະຍະພາບ, ເຊິ່ງ ກົງກັນຂ້າມກັບການສົນທະນາຢ່າງຫ້າວຫັນກ່ຽວກັບ Spot Bitcoin ETFs ກ່ອນທີ່ພວກເຂົາຈະໄດ້ຮັບການອະນຸຍາດໃນເດືອນມັງກອນ.

ໃນຂະນະທີ່ຂຽນ, Ethereum ໄດ້ມີການຊືຶ້ຂາຍກັນຢູ່ທີ່ 3,539 ໂດລາ, ເພີ່ມຂຶ້ນ 8.84% ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ coinmarketcap.

ທີ່ມາ:

bitcoinsistemi

coindesk

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/