ບໍລິສັດ ພັດທະນາກະສິກຳ ຈາກຫວຽດນາມ ກຽມລົງທຶນກວ່າ 720 ລ້ານໂດລາ ເພື່ອປູກໝາກໄມ້ ແລະ ລ້ຽງງົວ ໃນ ສປປ ລາວ


ໜັງສືພິມ VnEpress ຈາກຫວຽດນາມ ລາຍງານ ບໍລິສັດ HAGL Agrico ເຊິ່ງເປັນບໍລິສັດພັດທະນາດ້ານການກະສິກຳລາຍໃຫຍ່ ຈາກຫວຽດນາມ ກຽມຈົກເງິນລົງທຶນກວ່າ 720 ລ້ານໂດລາ ເພື່ອປູກໝາກໄມ້ ແລະ ລ້ຽງງົວ ໃນ ສປປ ລາວ.

ໂດຍໃນລາຍງານລະບຸວ່າ ໂຄງການດັ່ງກ່າວຈະແນໃສ່ການປູກໝາກກ້ວຍ, ໝາກມ່ວງ, ໝາກອະງຸ່ນ, ໝາກຖົ່ວລຽນ ໃນໄລຍະເວລາ 50 ປີ, ຄາດວ່າຈະເລີ່ມຕົ້ນປະຕິບັດໂຄງການໃນປີ 2028.

ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດໂດຍບໍລິສັດ Southern Laos Agri, ທີ່ບໍລິສັດ HAGL Agrico ເປັນເຈົ້າຂອງທັງໝົດ ດ້ວຍທຶນຈົດທະບຽນ 400 ລ້ານໂດລາສະຫະລັດ.

ບໍລິສັດ HAGL Agrico ຈົດທະບຽນເຂົ້າໃນຕະຫຼາດທຶນຂອງຫວຽດນາມ ຕັ້ງແຕ່ປີ 2010. ປັດຈຸບັນ ບໍລິສັດດັ່ງກ່າວ ກໍາເນີນທຸລະກິດ ການກະສິກໍາ ໂດຍມີ ຢາງພາລາ ແລະ ໝາກໄມ້ ເປັນຜະລິດຕະພັນຫຼັກ.

ຢ່າງໃດກໍຕາມ, ສະຖານະການທາງການເງິນຂອງ HAGL Agrico ເບິ່ງຄືວ່າກໍາລັງປະເຊີນກັບສິ່ງທ້າທາຍຢ່າງໜັກ, ໂດຍ VnEpress ລາຍງານວ່າ HAGL Agrico ມີການດໍາເນີນການແບບຂາດທຶນມາ 3 ປີຕິດຕໍ່ກັນ ຕັ້ງແຕ່ປີ 2021, ສະນັ້ນໃນເດືອນ ກຸມພາ 2024 ທີ່ຜ່ານມານີ້ ຕະຫຼາດຫຼັກຊັບ ໂຮ່ຈີມິນ ສັງເກດເຫັນຄວາມເປັນໄປໄດ້ທີ່ຮຸ້ນຂອງ ບໍລິສັດ HAGL Agrico ອາດຖືກຖອດຖອນອອກໄປໄດ້.

https://e.vnexpress.net/news/business/companies/hagl-agrico-eyes-720m-fruit-cattle-project-in-laos-4714927.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/