Bitkub ກຽມພ້ອມທີ່ເຂົ້າສູ່ຕະຫຼາດຮຸ້ນ ເພື່ອມຸ່ງສູ່ການກາຍເປັນຜູ້ໃຫ້ບໍລິການດິຈິຕອນແອັກເຊສໃນລະດັບພູມິພາກ


ຈິຣະຍຸດ ຊັບສີພາ ຜູ້ກໍ່ຕັ້ງ ແລະ ຊີອີໂອຂອງບໍລິສັດ Bitkub ໄດ້ເປີດເຜີຍວ່າ Bitkub ພ້ອມທີ່ຈະລົງທະບຽນຢູ່ໃນຕະຫຼາດຫຼັກຊັບຂອງປະເທດໄທ. ໂດຍ​ໄດ້​ຜ່ານ​ເກນມາດຕະຖານ​ທັງ​ໝົດ​ໃນ​ດ້ານ​ທຶນ​ຈົດ​ທະບຽນ, ກຳ​ໄລ, ຍອດ​ມູນ​ຄ່າ​ຕະຫຼາດ, ບັນ​ຊີ​ຊຸດ​ໃຫຍ່, ລວມທັງ​ມາດຕະຖານ​ໃໝ່​ຂອງ​ຕະຫຼາດ​ຫຼັກ​ຊັບທີ່ມີຄວາມເຂັ້ມຂຸ້ນຫຼາຍຂຶ້ນ

ໃນປັດຈຸບັນ, Bitkub ກໍາລັງຢູ່ໃນຂະບວນການຄັດເລືອກທີ່ປຶກສາທາງດ້ານການເງິນ ແລະ ຜູ້ກວດສອບພາຍໃນ ເຊິ່ງຄາດວ່າຈະໃຊ້ເວລາ 1-2 ປີ. ຫຼັງຈາກໄດ້ຮັບທີ່ປຶກສາທາງດ້ານການເງິນ ແລະ ຜູ້ກວດສອບພາຍໃນເເລ້ວ, Bitkub ຈະຍື່ນຂໍເຂົ້າລົງທະບຽນຕະຫຼາດຫຼັກຊັບ.

​ຈິ​ລະ​ຍຸດ​ ກ່າວ​ຕື່ມ​ວ່າ, Bitkub ຍັງ​ມີ​ຄວາມ​ສົນ​ໃຈ​ເຂົ້າ​ຕະຫຼາດ​ຫຼັກ​ຊັບຮ່ອງ​ກົງ. ເນື່ອງຈາກວ່າຮ່ອງກົງຕ້ອງການເປັນດິຈິຕອນ ສູນການໃນການເຂົ້າເຖິງຂອງໂລກ ແລະ BitKub ເປັນຜູ້ໃຫ້ບໍລິການສິນຊັບດິຈິຕອນທີ່ໃຫຍ່ທີ່ສຸດໃນອາຊຽນ.

ຕໍ່ກັບການຈົດທະບຽນຢູ່ໃນຕະຫຼາດຫຼັກຊັບ, ຈິຣະຍຸດ ໄດ້ອະທິບາຍວ່າ Bitkub ຕ້ອງການລະດົມທຶນເພື່ອຂະຫຍາຍທຸລະກິດໄປສູ່ບໍລິສັດບໍລິການເຂົ້າເຖິງດິຈິຕອນລະດັບພູມິພາກທີ່ໃຫ້ບໍລິການໃນຫຼາຍປະເທດທົ່ວໂລກ. ລວມໄປເຖິງຕ້ອງການເປີດໂອກາດໃຫ້ປະຊາຊົນເຂົ້າມາມີສ່ວນຮ່ວມໃນ Bitckub.

​ຈິ​ລະ​ຍຸດ ​ເເນມເຫັນວ່າ​ສິນ​ຊັບ​ດິ​ຈິ​ຕອນ​ເປັນ​ສິນ​ຊັບ mainstream ​​ທີ່​ມີ​ຄວາມ​ສ່ຽງ​ຫຼຸດ​ລົງ ແລະ ນັກລົງທຶນມີຄວາມຮູ້ ຄວາມເຂົ້າໃຈຫຼາຍຂຶ້ນໂດຍສະຖາບັນການເງິນທີ່ເຂົ້າມາໃຫ້ບໍລິການຫຼາຍຂຶ້ນ.

ໃນປີນີ້, Bitkub ຈະສຸມໃສ່ AI ແລະ ເປີດຕົວຜະລິດຕະພັນໃໝ່. ອອກມາສູ່ຕະຫຼາດເປັນຈໍານວນຫຼວງຫຼາຍ Bitkubventure ຈະຂະຫຍາຍການລົງທຶນໃຫ້ແກ່ SMEs ເພື່ອຊ່ວຍໃຫ້ SMEs ປັບຕົວເຂົ້າກັບໂລກໃນອະນາຄົດ.

“Bitkub ເຫັນວ່າການແຂ່ງຂັນເປັນເລື່ອງທີ່ດີ ທີ່ເຮັດໃຫ້ທຸກຄົນຕື່ນຕົວ ແລະ ຜະລິດຕະພັນໃໝ່ໄດ້ຖືກປ່ອຍອອກມາ ລູກຄ້າຈະໄດ້ຮັບຜົນປະໂຫຍດສູງສຸດ”

ຈິ​ລະ​ຍຸດ​ເຫັນ​ວ່າ, ຕະຫຼາດ​ຊັບ​ສິນ​ດິ​ຈິ​ຕອນ​ຂອງ​ໄທ​ຍັງ​ສາມາດ​ເຕີບ​ໂຕ​ຂຶ້ນໄປໄດ້ອີກ ເເລະ  ກໍາລັງຈະກາຍເປັນອຸດສາຫະກໍາທາງດ້ານການເງິນທີ່ສໍາຄັນ ແລະ ພາກລັດມີນະໂຍບາຍສົ່ງເສີມການ tokenization.

Bitkub Capital Group Holdings Co., Ltd. ເປັນບໍລິສັດເຕັກໂນໂລຊີຊັ້ນນໍາໃນຂົງເຂດ blockchain ແລະ ສິນຊັບດິຈິຕອນໃນປະເທດໄທ. ເຊິ່ງໄດ້ຖືກສ້າງຕັ້ງຂຶ້ນໃນປີ 2018 ດ້ວຍວິໄສທັດ “ນໍາພາໂລກໄປສູ່ຍຸກດິຈິຕອນແບບຍືນຍົງ”

Bitkub ມີການໃຫ້ບໍລິການທີ່ຫຼາກຫຼາຍເຊັ່ນ: ສູນການຄ້າສິນຊັບດິຈິຕອນ, ບໍລິການ Blockchain, ບໍລິການນາຍໜ້າຊື້ຂາຍສິນຊັບດິຈິຕອນ, ບໍລິການເກັບຮັກສາສິນຊັບດິຈິຕອນ ແລະ ການບໍລິການອື່ນໆ ທີ່ກ່ຽວຂ້ອງ

ໃນປັດຈຸບັນ, BitKub ມີຜູ້ໃຊ້ຫຼາຍກວ່າ 5 ລ້ານຄົນ ແລະ ປະລິມານການຊື້ຂາຍຊັບສິນດິຈິຕອນຫຼາຍກວ່າ 100 ຕື້ບາດຕໍ່ມື້.

ທີ່ມາ:

thansettakij

th.linkedin

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/