ບໍລິສັດແຫ່ງໜຶ່ງ ອະນຸຍາດໃຫ້ພະນັກງານ ພັກຜ່ອນເພື່ອຊ່ວຍຕົນເອງໄດ້ ມື້ລະ 30 ນາທີ ເພື່ອຊ່ວຍໃນການຜ່ອນຄາຍ


ການພັກຜ່ອນ ຖືເປັນເລື່ອງທີ່ຈຳເປັນ ແລະ ສຳຄັນເປັນອັນດັບຕົ້ນໆ ຂອງມະນຸດເຮົາ ເຊິ່ງນອກຈາກຈະພັກຜ່ອນ ຈາກການນອນແລ້ວ ການພັກຜ່ອນ ໃນລະຫວ່າງການເຮັດວຽກ ກໍເປັນສິ່ງສຳຄັນບໍ່ເຊັ່ນກັນ ເພາະນອກຈາກຈະເປັນການຜ່ອນຄາຍສະໝອງແລ້ວ ຫຼາຍເທື່ອ ການພັກຜ່ອນລະຫວ່າງວັນກໍມັກຈະເຮັດໃຫ້ວຽກນັ້ນມີປະສິດຕິພາບຫຼາຍຂຶ້ນ. ເຊັ່ນດຽວກັນກັບ ບໍລິສັດຮູບເງົາຜູ້ໃຫຍ່ຈາກສະວີເດັນຢ່າງ Erika Lust Films ທີ່ໃຫ້ຄວາມສຳຄັນກັບການພັກຜ່ອນ ແຕ່ວິທີການນັ້ນອາດຈະແປກຕາໄປໜ້ອຍໜຶ່ງ.

Erika Lust Films ບໍລິສັດຜະລິດຮູບເງົາຜູ້ໃຫຍ່ ອະນຸຍາດໃຫ້ພະນັກງານຂອງຕົນເອງ ພັກຜ່ອນເພື່ອຊ່ວຍຕົນເອງໄດ້ທຸກມື້ ມື້ລະ 30 ນາທີ ແຖມຍັງກຽມບ່ອນເພື່ອຊ່ວຍຕົົນເອງໄວ້ ທີ່ມີທັງອຸປະກອນ ໃນການຊ່ວຍຕົນເອງ ໄວ້ໃນຫ້ອງການນຳອີກ.

ນາງ ອິຣິກ້າ ລັສ ເຈົ້າຂອງບໍລິສັດ ດັ່ງກ່າວ ຕັດສິນໃຈຈັດເວລາພັກຜ່ອນແບບໃໝ່ນີ້ຂຶ້ນໃນເດືອນ ພຶດສະພາ ໂດຍເອີ້ນໂຄງການນີ້ວ່າ “Masturbation Month” ຫຼັງຈາກທີ່ລາວສັງເກດເຫັນວ່າທີມງານຂອງລາວ ມີຄວາມກະວົນກະວາຍ ແລະ ປະສິດທິພາບໃນການເຮັດວຽກລົດລົງ ໃນໄລຍະທີ່ໂລກກຳລັງຕົກໃຈກັບການລະບາດຂອງພະຍາດໂຄວິດ-19. ດັ່ງນັ້ນລາວຈຶ່ງ ອະນຸຍາດໃຫ້ພະນັກງານມີເວລາພັກຫຼາຍຂຶ້ນ 30 ນາທີ ເພື່ອຊ່ວຍຕົນເອງ ໂດຍຫວັງວ່າມັນຈະຊ່ວຍໃຫ້ພະນັກງານ ມີຊີວິດຊີວາໃນການເຮັດວຽກຫຼາຍຂຶ້ນ.

ໂດຍ ອິຣິກ້າ ກ່າວວ່າ: “ຂ້ອຍໃຫ້ຄວາມສຳຄັນກັບ ພະນັກງານຂອງຂ້ອຍ ແລະ ຂ້ອຍຮູ້ວ່າເມື່ອພວກເຂົາຮູ້ສຶກດີ, ພວກເຂົາຈະເຮັດວຽກໄດ້ດີ” ພ້ອມກ່າວຕື່ມວ່າ: “ມັນເປັນພຽງສິ່ງດຽວທີ່ຈະເຮັດໃຫ້ທຸກຄົນໃນບໍລິສັດຮູ້ສຶກດີໄດ້ຄືກັນໝົດ ນັ້ນກໍຄືການຊ່ວຍຕົນເອງ ຈຶ່ງໄດ້ຈັດສະຖານທີ່ ສຳລັບການຊ່ວຍຕົນເອງ ເພື່ອໃຫ້ເຂົາເຈົ້າມີຄວາມສຸກ”.

ເຊິ່ງພະນັກງານຂອງລາວກໍເບິ່ງຄືວ່າມີຄວາມສຸກຫຼາຍກັບຄວາມຄິດໃໝ່ນີ້. ຈົນເຮັດໃຫ້ບາງຄົນຍັງບອກວ່ານີ້ເປັນແນວຄິດທີ່ຊ່ວຍລົດຄວາມເຄັ່ງຄຽດໃຫ້ກັບພະນັກງານໄດ້ເປັນຢ່າງດີ. ອິຣິກ້າ ຈຶ່ງຕັດສິນໃຈເລື່ອນເດືອນ ແຫ່ງການຊ່ວຍຕົນເອງ ອອກໄປຈົນຮອດປາຍປີນີ້ເລີຍ.

ກ່ຽວກັບເລື່ອງນີ້ ທ່ານ ອາວິວ ຣູອິສ ຄລາກ (Avril Louise Clarke) ນັກເພດວິທະຍາ ແລະ ຜູ້ຈັດການໂຄງການ The Porn Conversation ໄດ້ອອກມາສະແດງຄວາມຄິດເຫັນວ່າ: ການຊ່ວຍຕົນເອງ ບໍ່ພຽງແຕ່ເຮັດໃຫ້ທ່ານມີຄວາມສຸກ, ຜ່ອນຄາຍ ແລະ ມີສະມາທິ ແຕ່ມັນຍັງດີສໍາລັບຄວາມຄິດສ້າງສັນ ແລະ ເພີ່ມແຮງກະຕຸ້ນໃນການເຮັດສິ່ງຕ່າງໆ, ເພາະວ່າມັນປ່ອຍ ເອັນໂດຟີນ (endorphins) ທີ່ລົດຄວາມກົດດັນອອກມານັ້ນເອງ.

ອິຣິກ້າ ຍັງໄດ້ອອກມາສະເໜີໃຫ້ຜູ້ບໍລິຫານບໍລິສັດອື່ນ ລອງເອົາແນວທາງຂອງລາວໄປປະຕິບັດເບິ່ງ ໂດຍຫວັງວ່າມື້ໃດມື້ໜຶ່ງ ການຊ່ວຍຕົນເອງ ອາດຈະກາຍເປັນເລື່ອງທຳມະດາ ທີ່ທຸກຄົນສາມາດເຮັດໄດ້ໃນບ່ອນເຮັດວຽກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/