ສົງຄາມ 335 ປີ ສົງຄາມທີ່ຍາວນານທີ່ສຸດໃນໂລກ  ແຕ່ສູນເສຍໜ້ອຍທີ່ສຸດ


ສົງຄາມ 335 ປີ (Three Hundred and Thirty Five Years’ War) ເປັນສົງຄາມທີ່ຖືກບັນທຶກວ່າເປັນສົງຄາມທີ່ຍາວນານທີ່ສຸດໃນໂລກ ໂດຍເປັນສົງຄາມລະຫວ່າງເນເທີແລນກັບເກາະຊິລລີ (Isles of Scilly) ທີ່ຕັ້ງຢູ່ທາງຕາເວັນຕົກສຽງໃຕ້ຂອງອັງກິດ. ເຖິງຈະເປັນສົງຄາມທີ່ຍາວນານແຕ່ຄົນເສຍຊີວິດມີພຽງ 0 ຄົນເທົ່ານັ້ນ ຄົນເຈັບກໍບໍ່ມີຈັກຄົນ ຖືວ່າເປັນສິ່ງທີ່ແປກປະຫຼາດໃຈໃຫ້ກັບໃຜຫຼາຍໆຄົນ.

ຖ້າຢ້ອນກັບໄປໃນປີ 1651 ເຊິ່ງໃນຕອນັ້ນອັງກິດເກີດສົງຄາມກາງເມືອງລະຫວ່າງຝ່າຍນິຍົມກັບຝ່າຍລັດຖະສະພາ ໂດຍທາງເນເທີແລນ ຫຼື ໃນຕອນນັ້ນຄືສາທາລະນະລັດດັສ ໄດ້ຕັດສິນໃຈເຂົ້າຮ່ວມສົງຄາມໂດຍການສະໜັບສະໜູນຝ່າຍລັດຖະສະພາ. ເນີເທີແລນໄດ້ສົ່ງກອງເຮືອຮົບເຂົ້າຮ່ວມສົງຄາມ ໂດຍການສະໜັບສະໜູນຝ່າຍລັດຖະສະພາ.

ເນີເທີແລນສົ່ງເຮືອຮົບເຂົ້າຮ່ວມໃນສົງຄາມ ເຊິ່ງເຮືອຮົບດັສກໍໄດ້ປະທະກັບເຮືອຂອງຝ່າຍນິຍົມເຈົ້າໃນບໍລິເວນຊ່ອງແຄບຂອງອັງກິດ ເຮັດໃຫ້ເຮືອຮົບດັສໄດ້ຮັບຄວາມເສຍຫາຍ ລວມໄປເຖິງເຮືອສິນຄ້າດັສບາງລຳກໍຖືກຝ່າຍນິຍົມປຸ້ນໄປ. ເວລາຕໍ່ມາ ຝ່າຍນິຍົມເຈົ້າກໍຕົກເປັນຝ່າຍເສຍປຽບ ແລະ ໃກ້ປະລາໄຊສົງຄາມ ຝ່າຍນິຍົມເຈົ້າມີຖານທີ່ໝັ້ນສຸດທ້າຍກໍຄື ເກາະຊິລລີ. ທາງດ້ານຝ່າຍດັສ ເມື່ອເຫັນຕົນເອງມີໂອກາດວ່າຕົນສາມາດຮຽກຮ້ອງຄ່າເສຍຫາຍຈາກຝ່າຍນິຍົມເຈົ້າໄດ້, ດັ່ງນັ້ນ ຜູ້ບັນຊາການຂອງກອງເຮືອດັສ ພົນເຮືອເອກ ມາຕິນ ທຣອມ “Maarten Tromp” ຈຶ່ງສົ່ງເຮືອຮົບ 12 ລຳ ປິດອ້ອມເກາະຊິລລີ.

ຝ່າຍນິຍົມເຈົ້າກໍບໍ່ໄດ້ສົນໃຈຂໍ້ຮຽກຮ້ອງຂອງດັສ ເຮັດໃຫ້ທຣອມຕັດສິນໃຈປະກາດສົງຄາມຕໍ່ເກາະຊິລລີໃນວັນທີ 30 ມີນາ 1651 ສົງຄາມຂອງທັງສອງຈຶ່ງເລີ່ມຂຶ້ນ. ແຕ່ຫຼັງຈາກປະກາດສົງຄາມ ກໍກັບບໍ່ໄດ້ເກີດການປະທະກັນເລີຍ ເຮືອຮົບດັສກໍເຮັດພຽງແຕ່ອ້ອມໝູ່ເກາະໄວ້ ສຸດທ້າຍຜ່ານໄປສາມເດືອນ ຝ່າຍນິຍົມເຈົ້າໃນເກາະຊິລລີກໍຍອມຈຳນົນຕໍ່ຝ່າຍລັດຖະສະພາ ເມື່ອເຫັນວ່າທຸກຢ່າງຈົບລົງແລ້ວ ດັສກໍໄດ້ຍົກກອງທັບເຮືອກັບປະເທດໄປ. ດັສປະກາດຍຸຕິສົງຄາມກັບໝູ່ເກາະຊິລລີ ເພາະຕາມທຳນຽມບູຮານເລີ່ມຕົ້ນສົງຄາມກໍຕ້ອງປະກາດສົງຄາມ ແຕ່ຖ້າສົງຄາມຈົບລົງກໍຕ້ອງປະກາດຍຸຕິສົງຄາມດ້ວຍ. ເວລາຜ່ານໄປກວ່າ 335 ປີ ໃນປີ 1985 ກໍໄດ້ມີນັກປະຫວັດສາດທ້ອງຖິ່ນຊາວໝູ່ເກາະຊິລລີທີ່ຊື່ ຣອຍ ດັນແຄນ (Roy Duncan) ໄດ້ພົບເລື່ອງລາວຂອງສົງຄາມນີ້ ດັນແຄນ ຈຶ່ງຕິດຕໍ່ໄປຍັງສະຖານທູດເນເທີແລນປະຈຳກຸງລອນດອນ ເພື່ອຂໍໃຫ້ເນເທີແລນຍຸຕິສົງຄາມຕໍ່ໝູ່ເກາະຊິລລີຢ່າງເປັນທາງການ ແລະ ວັນທີ 17 ເມສາ 1985Rein Huydecoper ເອກອັກຄະລັດຖະທູດເນເທີແລນປະຈຳອັງກິດໃນຕອນນັ້ນ ກໍໄດ້ເດີນທາງມາຍັງເກາະຊິລລີ ແລະ ລົງນາມໃນຂໍ້ຕົກລົງຍຸຕິຕໍ່ໝູ່ເກາະຊິລລີ ເປັນອັນວ່າສົງຄາມ 335 ປີ ກໍຈົບລົງ.

ຂໍ້ມູນໂດຍ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/