ບໍລິສັດຍັກໃຫຍ່ໃນຈີນໃຈປ້ຳ ປະກາດລົງທຶນ 100 ລ້ານໂດລາສຳລັບສະກຸນເງິນດິຈິຕອນ


ເຖິງແມ່ນວ່າປະເທດຈີນຈະຍັງສືບຕໍ່ຮັກສາຈຸດຢືນຢ່າງເຄັ່ງຄັດກ່ຽວກັບ Bitcoin ແລະ ພາກສ່ວນທີ່ກ່ຽວຂ້ອງກັບ crypto, ແຕ່ເຖິງແບບນັ້ນ ການຍອມຮັບ crypto ໃນດ້ານການລົງທຶນກໍຍັງສືບຕໍ່ເພິ່ມຂຶ້ນເລື້ອຍໆ.

Boyaa Interactive ແມ່ນໜຶ່ງໃນບໍລິສັດເກມຊັ້ນນຳທີ່ໃຫຍ່ທີ່ສຸດຂອງຈີນ ແລະ ໄດ້ຈົດທະບຽນຢູ່ໃນຕະຫຼາດຫຼັກຊັບຮ່ອງກົງ ໄດ້ປະກາດຢ່າງເປັນທາງການວ່າ ບໍລິສັດວາງແຜນທີ່ຈະລົງທຶນໃນ crypto, ໂດຍສະເພາະ Bitcoin (BTC) ແລະ Ethereum (ETH), ໂດຍມີເງື່ອນໄຂວ່າຈະລົງທຶນຈະບໍ່ເກີນ 100 ລ້ານໂດລາພາຍໃນໜຶ່ງປີ.

ການເຄື່ອນໄຫວຂອງບໍລິສັດ Boyaa Interactive ຖືເປັນສັນຍານໃນທາງບວກທີ່ຊີ້ໃຫ້ເຫັນວ່ານັກລົງທຶນສະຖາບັນມີຄວາມສົນໃຈໃນການລົງທຶນ crypto ແລະ ຕະຫຼາດ crypto ຫຼາຍຂຶ້ນ.

ໃນຖະແຫຼງການຂອງ Boyaa Interactive ໄດ້ລະບຸວ່າ ຫຼຽນ crypyto ທີ່ບໍລິສັດວາງແຜນທີ່ຈະຊື້ປະກອບມີ BTC, ETH, USDT ແລະ USDC. ນອກຈາກນີ້ Boyaa Interactive ຍັງໄດ້ກ່າວຕື່ມວ່າ:  

“ປະເພດຂອງສະກຸນເງິນ crypto ທີ່ສາມາດຊື້ໄດ້ຈະຕ້ອງສອດຄ່ອງກັບຄວາມຕ້ອງການຂອງກົນລະຍຸດໃນການພັດທະນາທຸລະກິດຂອງບໍລິສັດ ແລະ ກົນລະຍຸດໃນການຈັດສັນສິນຊັບ, ໂດຍຈະຕ້ອງໄດ້ຮັບການປະເມີນ ແລະ ອະນຸມັດຈາກຝ່າຍບໍລິຫານສິນຊັບສະເໝືອນຈິງຂອງບໍລິສັດ ແລະ ພະແນກຄວບຄຸມຄວາມສ່ຽງ.

ໂດຍ crypto ທີ່ຈະຊື້ຕາມການອະນຸມັດຂອງບໍລິສັດ ຈະຕ້ອງເປັນ crypto ທີ່ມີສະພາບຄ່ອງໃນຕະຫຼາດທີ່ດີ, ມີມູນຄ່າໃນຕະຫຼາດຂະໜາດໃຫຍ່, ເປັນທີ່ຍອມຮັບຢ່າງກວ້າງຂວາງໃນຕະຫຼາດ ແລະ ມີມູນຄ່າການຖືຄອງໄລຍະຍາວ

ເຊິ່ງຫຼຽນ crypto ທີ່ບໍລິສັດວາງແຜນທີ່ຈະຊື້ພາຍໃຕ້ຂອບເຂດອຳນາດໃນການຈັດຊື້ສ່ວນໃຫຍ່ແມ່ນ Bitcoin (BTC) ແລະ Ethereum (ETH).

ບໍລິສັດຄາດວ່າຈະໃຊ້ເງິນປະມານ 45 ລ້ານໂດລາໃນການຊື້ Bitcoin (BTC) ແລະ Ethereum (ETH), ແລະຄາດວ່າຈະໃຊ້ຈ່າຍບໍ່ເກີນ 10 ລ້ານໂດລາໃນການຊື້ Tether (USDT) ແລະ ຫຼຽນໂດລາສະຫະລັດ (USDC)”

ທັງນີ້ ໃນຖະແຫຼງການໃນເດືອນສິງຫາທີ່ຜ່ານມາ ບໍລິສັດກ່າວວ່າພວກເຂົາໄດ້ຈັດສັນງົບປະມານ 5 ລ້ານໂດລາສໍາລັບການລົງທຶນສະກຸນເງິນດິຈິຕອນ ແລະ ບໍລິສັດກໍໄດ້ມີຮ່ວມໃນການຮັບຮອງເອົາ crypto ມາໃຊ້ຫຼາຍຂຶ້ນ, ໂດຍໃນຖະແຫຼງການຄັ້ງນີ້ບໍລິສັດໄດ້ລະບຸວ່າ ພວກເຂົາກໍາລັງຈັດສັນເງິນທຶນເພີ່ມເຕີມສໍາລັບການຊື້ສະກຸນເງິນດິຈິຕອນ.

ທີ່ມາ:

en.bitcoinsistemi

hkexnews.hk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/