ສະໜາມບິນບໍ່ແກ້ວພ້ອມເປີດບໍລິການທ້າຍປີນີ້ ມູນຄ່າລົງທຶນລວມ 175 ລ້ານໂດລາສະຫະລັດ


ສະໜາມບິນນານາຊາດແຫ່ງໃໝ່ໃນແຂວງບໍ່ແກ້ວ ສປປ.ລາວ ກຽມເປີດໃຫ້ບໍລິການພາຍໃນທ້າຍປີນີ້ ໂດຍໂຄງການກໍ່ສ້າງສະໜາມບິນແຫ່ງຊາດບໍ່ແກ້ວ ມີມູນຄ່າການລົງທຶນລວມ 175 ລ້ານໂດລາສະຫະລັດ ໄດ້ຮັບທຶນສະໜັບສະໜູນຈາກບໍລິສັດ Greater Bay Area Investment and Development ເລີ່ມດຳເນີນການໃນເດືອນກັນຍາ 2020 ແລະ ນັບຕັ້ງແຕ່ນັ້ນເປັນຕົ້ນມາ ໂຄງການນີ້ກໍມີຄວາມກ້າວໜ້າຢ່າງມີວິໄນສຳຄັນ ລວມເຖິງການກໍ່ສ້າງຣັນເວ ທາງຂັບ ແລະ ລານຈອດເຮືອບິນທີ່ສຳເລັດເປັນທີ່ຮຽບຮ້ອຍແລ້ວ ເຊິ່ງປັດຈຸບັນໄດ້ເນັ້ນໄປທີ່ການຕົບແຕ່ງໃນຂັ້ນຕອນສຸດທ້າຍ ເຊັ່ນ: ການຕົບແຕ່ງພາຍໃນ ແລະ ການຕິດຕັ້ງສິ່ງອຳນວຍຄວາມສະດວກຕ່າງໆທີ່ຈຳເປັນ.

ພ້ອມກັນນີ້ ສະໜາມບິນດັ່ງກ່າວຕັ້ງຢູ່ທີ່ຈຸດຍຸດທະສາດໃກ້ກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ ພ້ອມທີ່ຈະຕ້ອນຮັບນັກທ່ອງທ່ຽວຈຳນວນຫຼາຍຂຶ້ນ ໂດຍເນັ້ນໄປທີ່ນັກທ່ອງທ່ຽວຈາກຈີນ ອອກແບບມາເພື່ອຮອງຮັບເຮືອບິນຂະໜາດໃຫຍ່ ເຊັ່ນ: ໂບອິ້ງ 747 ແລະ ແອບັສ 320 ດຳເນີນການພາຍໃຕ້ສຳປະທານທີ່ລັດໃຫ້ສິດທິແກ່ເອກະຊົນເປັນຜູ້ອອກແບບກໍ່ສ້າງ ແລະ ບໍລິການຈັດການ (BOT) ໂດຍຖືສຳປະທານ 50 ປີ.

ຂໍ້ມູນຈາກ:

ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/