ນາຍົກອອກຄຳສັ່ງໃຫ້ ທຫລ ເລັ່ງແກ້ໄຂບັນຫາເງິນເຟີ້ ແລະ ຄວບຄຸມອັດຕາແລກປ່ຽນທີ່ເພີ່ມສູງຂຶ້ນ ໃຫ້ກັບມາເປັນປົກກະຕິໂດຍໄວ


ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍຄືລັດຖະບານ ໄດ້ອອກຄໍາສັ່ງ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໂດຍມອບໃຫ້ບັນດາກະຊວງ, ຂະແໜງການ ທີ່ກ່ຽວຂ້ອງ ເລັ່ງແກ້ໄຂ ບັນຫາຕ່າງໆທີ່ເຄັ່ງຮ້ອນ ໂດຍສະເພາະມອບໝາຍໃຫ້ ທະນາຄານແຫ່ງ ສປປ ລາວ (ທຫລ) ເລັ່ງແກ້ໄຂບັນຫາອັດຕາເງິນເຟີ້, ຮັກສາສະຖຽນລະພາບຂອງເງິນເກີບ ທີ່ອ່ອນຄ່າລົງ ແລະ ອັດຕາແລກປ່ຽນ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນປັດຈຸບັນ ໃຫ້ກັບມາຢູ່ໃນເກນປົກກະຕິໂດຍໄວ.

ໂດຍລັດຖະບານ ໄດ້ອອກຄຳສັ່ງໃຫ້ ທະນາຄານແຫ່ງລັດ ເລັ່ງຄຸ້ມຄອງປະລິມານເງິນ M2 ໃຫ້ຢູ່ໃນຂອບທີ່ສາມາດຄວບຄຸມໄດ້  ຈໍາກັດການເພີ່ມຂຶ້ນ ເຮັດໃຫ້ຫຼຸດລົງ ພ້ອມທັງສຸມໃສ່ການຄວບຄຸມລາຄາສິນຄ້າທີ່ສົ່ງຜົນກະທົບໄວຕໍ່ເງິນເຟີ້ຂອງ ສປປ ລາວ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ຄຸ້ມຄອງການເຄື່ອນໄຫວທາງດ້ານການເງິນ ຂອງບັນດາທະນາຄານທຸລະກິດ ຢ່າງໃກ້ຊິດ, ຮັບປະກັນບໍ່ໃຫ້ມີການປັ່ນປ່ວນ ແລະ ແລກປ່ຽນເງິນຕາທີ່ຜິດກົດໝາຍ; ໃຫ້ນຳໃຊ້ມາດຕະການທີ່ເດັດຂາດຕໍ່ຜູ້ລະເມີດ ແລະ ກະທຳຜິດຕໍ່ກົດໝາຍ, ຕໍ່ຜູ້ສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດທີ່ບໍ່ຊອບທຳ ແລະ ຜິດກົດໝາຍ ໂດຍບໍ່ມີການຍົກເວັ້ນ; ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແກ້ໄຂການແລກປ່ຽນເງິນຕາ ທີ່ບໍ່ຖືກຕ້ອງ ແລະ ດໍາເນີນຄະດີ ຕໍ່ບຸກຄົນ, ນິຕິ ບຸກຄົນ ຜູ້ທີ່ຍັງເຄື່ອນໄຫວແລກປ່ຽນເງິນຕາແບບຊະຊາຍ ສ້າງຄວາມປັ່ນປ່ວນ, ພ້ອມທັງ ກຸ່ມເປົ້າໝາຍ ທີ່ມີການນຳໃຊ້ບັນຊີສ່ວນຕົວ ເຂົ້າໃນການແລກປ່ຽນເງິນຕາເບຜິດດໝາຍ, ຖ້າພົບເຫັນພະນັກງານ ແລະ ເຈົ້າໜ້າທີ່ສວຍໃຊ້ ໜ້າທີ່ອຳນວຍຄວາມສະດວກ ຕ້ອງໄດ້ດຳເນີນຕາມຂະບວນການຂວງກົດໝາຍ ຢ່າງເຂັ້ມງວດ.

ກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ໃນລາວ ລັດຖະບານໄດ້ມອບໃຫ້ ທຫລ ຈັດຕັ້ງປະຕິບັດຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ ລົງ ວັນທີ 14 ກໍລະກົດ 2023 ຢ່າງເຂັ້ມງວດ ກໍຄືການ ປັບປຸງລະບົບຊຳລະພາຍໃນປະເທດໃນຮູບແບບອີເລັກໂທຣນິກ, ພັດທະນາລະບົບຊຳລະ ແລະ ອອກລະບຽບການ; ໃຫ້ເກັບລາຍຮັບ ແລະ ພັນທະງົບປະມານອື່ນເປັນເງິນກີບ, ລາຍຮັບງົບປະມານແຫ່ງລັດ ທີ່ເປັນເງິນຕາ ແລະ ເຄື່ອນໄຫວຜ່ານກະຊວງການເງິນໃຫ້ ຝາກໄວ້ນໍາທະນາຄານແຫ່ງ ສປປ ລາວ; ຊື້ຂາຍພາຫະນະ ແລະ ວັດຖຸມີຄ່າ, ຄ່າບໍລິການໃຫ້ຄຳປຶກສາເປັນເງິນກີບ; ຊື້ຂາຍສິດນໍາໃຊ້ທີ່ດິນ, ສິ່ງປຸກສ້າງ ເປັນເງິນກີບ; ກຳນົດຄ່າຮັບເໝົາກໍ່ສ້າງ, ຄ່າບໍລິການຂົນສົ່ງ ແລະ ໂດຍສານ ເປັນເງິນກີບ; ຄ່າບໍລິການ ການສຶກສາ ແລະ ວິທະຍາສາດ, ຄ່າກິລາ-ກາຍະກຳ ເປັນເງິນກີບ; ຄ່າປິ່ນປົວ, ຄ່າຢາ, ຄ່າຜະລິດຕະພັນການແພດ ໃຫ້ເປັນເງິນກີບ; ຄ່າບໍລິການວຽກງານສື່ມວນຊົນ, ຄ່າບໍລິການດ້ານການທ່ອງທ່ຽວ, ຄ່າອາ ຫານ ແລະ ເຄື່ອງດື່ມຕາມສະຖານທີ່ບໍລິການ ໃຫ້ເປັນເງິນກີບ; ກຳນົດຄ່າແຮງງານຢູ່ ສປປ ລາວ ເປັນເງິນກີບ, ສຳລັບແຮງງານທີ່ມາຈາກຕ່າງປະເທດ ສາມາດກຳນົດ ຫຼື ເບີກຈ່າຍ ເປັນເງິນຕາຕ່າງປະເທດ. ພ້ອມທັງ ໃຫ້ປະຊາຊົນທີ່ຢູ່ໃນ ສປປ ລາວ ກຳນົດລາຄາ ແລະ ຊຳລະເປັນເງິນກີບເທົ່ານັ້ນ.

ນອກຈາກນີ້ ຄຳສັ່ງດັ່ງກ່າວ ຍັງໄດ້ມອບໝາຍໃຫ້ ທຫລ ໃຫ້ຄຸ້ມຄອງ, ຕິດຕາມ ແລະ ຈໍາກັດການເໜັງຕີງ ຂອງອັດຕາແລກປ່ຽນ ແລະ ຫັນການແລກປ່ຽນເງິນຕາ ໃຫ້ເຂົ້າສູ່ ລະບົບ ໃນລະດັບຄວບຄຸມໄດ້; ຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ນະໂຍບາຍອັດຕາແລກປ່ຽນ ໃຫ້ສອດຄ່ອງກັບຕົວຈິງ, ກຳນົດອັດຕາແລກປ່ຽນປະຈຳວັນ ໃຫ້ມີຄວາມຫົດຢືດຂຶ້ນ; ດັດສົມເງິນຕາຕ່າງປະເທດ ຕໍ່ສິນຄ້າທີ່ຈຳເປັນຮັບໃຊ້ການຜະລິດ ແລະ ການດຳລົງຊີວິດ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/