“Crypto Emporium” ຕະຫຼາດອອນລາຍທີ່ດີທີ່ສຸດໃນປີ 2023 ໂດຍສາມາດຊື້ຜະລິດຕະພັນຕ່າງໆໄດ້ດ້ວຍ Crypto


Crypto Emporium ເເມ່ນເເພລັດຟອມອີຄອມເມີຊສໍາລັບຊາວ crypto ທີ່ອະນຸຍາດໃຫ້ລູກຄ້າສາມາດຊື້ຜະລິດຕະພັນຕ່າງໆຜ່ານຮ້ານຄ້າອອນລາຍໄດ້ດ້ວຍຫຼຽນ crypto ເຊັ່ນ Bitcoin, Dogecoin XRP, Tether, Ethereum ແລະ ຫຼຽນອື່ນໆ.

ໂດຍໃນເເພລັດຟອມດັ່ງກ່າວຈະມີສິນຄ້າໃຫ້ເລືອກຫຼາກຫຼາຍ ເເລະ ຍັງເປັນໜຶ່ງໃນຕະຫຼາດອອນລາຍຈໍານວນໜ້ອຍທີ່ຮັບການຊຳລະເງິນດ້ວຍຫຼຽນ crypto, ເຊິ່ງໃນປັດຈຸບັນເເພລັດຟອມຕະຫຼາດອອນລາຍນີ້ໄດ້ເປີດໃຫ້ບໍລິການເເລ້ວກວ່າ 125 ປະເທດ.

ປັດຈຸບັນ ລູກຄ້າທີ່ເຂົ້າມາໃຊ້ບໍລິການໃນເເພລັດຟອມສາມາດຊື້ສິນຄ້າໃນລະດັບສູງທີ່ຫຼາກຫຼາຍໄດ້ເຊັ່ນ: ລົດ, ລົດຖີບ, ໂມງ, ເຮືອ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ, ສິນຄ້າ, ຫຼື ແມ່ນແຕ່ອະສັງຫາລິມະສັບ. ນອກຈາກນີ້ ໃນເເພລັດຟອມຍັງມີບໍລິການຈັດສົ່ງ ເພື່ອໃຫ້ຜູ້ໃຊ້ສາມາດໝັ້ນໃຈໄດ້ວ່າເຄື່ອງທີ່ຊື້ຈາກ Crypto Emporium ຈະປອດໄພ ເເລະ ເຖິງມືລູກຄ້າຢ່າງເເນ່ນອນ.

Crypto Emporium ເຮັດວຽກຄືກັບເວັບໄຊອີຄອມເມີຊທົ່ວໄປ ທີ່ຈະເປີດໃຫ້ລູກຄ້າທົ່ວໄປສາມາດເຂົ້າມາຢ້ຽມຊົມ, ຄົ້ນຫາ ແລະ ເລືອກຊື້ຜະລິດຕະພັນທີ່ຫຼາກຫຼາຍ. ລູກຄ້າສາມາດກົດເພີ່ມສິນຄ້າທີ່ຕົນເອງສົນໃຈລົງໃນກະຕ່າ ຈາກນັ້ນກໍເຂົ້າໄປທີ່ໜ້າຊຳລະເງິນ ເເລ້ວເລືອກຫຼຽນ Crypto ທີ່ຕ້ອງການຊໍາລະ, ຫຼັງຈາກນັ້ນກໍໂອນຫຼຽນດັ່ງກ່າວເຂົ້າໃນ crypto wallet ຈາກລະຫັດທີ່ສະເເດງເທິງໜ້າຈໍ. ໂດຍ Crypto Emporium ຈະດໍາເນີນການປະມວນຜົນໃນການຊຳລະເງິນເມື່ອສຳເລັດເເລ້ວ ຈາກນັ້ນກໍຈະຈັດສົ່ງສິນຄ້າໃຫ້ກັບລູກຄ້າໂດຍກົງ.

ຜູ້ຊື້ສາມາດຕິດຕາມສິນຄ້າ ເເລະ ເວລາໃນການຈັດສົ່ງຂອງຕົນພາຍໃນເເພລັດຟອມໄດ້. ນອກຈາກນີ້ Crypto Emporium ຍັງເຮັດໜ້າທີ່ເປັນຕະຫຼາດຊື້ຂາຍເເບບ peer-to-peer ເຊິ່ງໝາຍຄວາມວ່າຜູ້ໃຊ້ສາມາດສະໝັກເປັນສະມາຊິກໃນເເພລັດຟອມເພື່ອຂາຍໄດ້ ໂດຍສາມາດລົງລາຍການສິນຄ້າຕ່າງໆໄດ້ເຖິງ 10,000 ລາຍການ ເເຕ່ຈະມີການເອີ້ນເກັບຄ່າຄອມມິດຊັນຕັ້ງເເຕ່ 2.8% ຫາ 3.2%.

ຕົວຢ່າງສິນຄ້າໃນ Crypto Emporium :

  • ໂມງ ທີ່ມີທັງມືໜຶ່ງ ເເລະ ມືສອງເຊັ່ນ : Rolex, Richard Mille, Patek Phillippe, Omega, Blancpain, Hublot, Audemars Piguet ແລະອື່ນໆ.
  • ຜະ​ລິດ​ຕະ​ພັນ​ເອີເລັກ​ໂທຣ​ນິກ​ ລວມທັງໂທລະສັບມືຖື, ຄອມພິວເຕີ, ລໍາໂພງ, ກ້ອງຖ່າຍຮູບ, ໂດຣນ ແລະອຸປະກອນອື່ນໆ ຂອງຍີ່ຫໍ້ຊັ້ນນໍາເຊັ່ນ Apple, Samsung, Sony, HP ແລະ ອື່ນໆກໍມີເຊັ່ນກັນ.
  • ເຄື່ອງຫຼິ້ນເກມຈາກ Microsoft, Sony ແລະ Nintendo… ລູກຄ້າຍັງສາມາດຊື້ອຸປະກອນຄວບຄຸມ, ອຸປະກອນເສີມ ແລະ ເກມຕ່າງໆໄດ້ອີກດ້ວຍ
  • ມີທັງລົດມືໃໝ່ ເເລະ ມືສອງໃຫ້ເລືອກເຊັ່ນ: ລົດຮຸ່ນ vintage ຈາກບໍລິສັດເຊັ່ນ: Aston Martin, Porsche, Ferrari, Rolls Royce ແລະ ລົດປະເພດອື່ນໆເຊັ່ນ Honda, KTM, Ducati ແລະ Harley Davidson. ອີກທັງຍັງມີລົດຕູ້ ແລະ ລົດບັນທຸກອີກດ້ວຍ.
  • ການລົງທຶນອະສັງຫາລິມະສັບຈາກຫຼາຍເເຫ່ງທົ່ວໂລກເຊັ່ນ ອາພາດເມັ້ນສຸດຫຼູໃນປະເທດກຣີກ, ສະຫະຣາຊະອານາຈັກ, ອິຕາລີ, ອາເຈນຕິນາ ແລະ ປະເທດອື່ນໆ. ເເພລັດຟອມ Crypto Emporium ຍັງມີການສະໜັບສະໜູນທາງດ້ານກົດໝາຍໃນທ້ອງຖິ່ນ ແລະ ທີ່ປຶກສາ-ນາຍໜ້າເພື່ອຊ່ວຍຜູ້ທີ່ສົນໃຈໃນການຊື້ອະສັງຫາລິມະຊັບ. ລວມທັງການບໍລິການໃນການຄຸ້ມຄອງຂະບວນການຊື້ຂາຍ ແລະ ການເຈລະຈາ. ໂດຍຜູ້ຊື້ຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍເພີ່ມເຕີມເຊັ່ນ: ພາສີຊັບສິນ, ຄ່າລົງທະບຽນ, ຄ່າປະກັນໄພ ແລະ ຄ່າໃຊ້ຈ່າຍອື່ນໆ.
  • ນອກຈາກນີ້່ໃນເເພລັດຟອມກໍຍັງມີຂາຍເສື້ອຜ້າຕ່າງໆ, ເຄື່ອງປະດັບ, ຮູບພາບສິລະປະ, ອຸປະກອນທີ່ໃຊ້ໃນການຂຸດ Crypto ເເລະ ຜະລິດຕະພັນອື່ນໆອີກຫຼາກຫຼາຍ.

ຜູ້ໃຊ້ທີ່ຕ້ອງການຊື້ຜະລິດຕະພັນໃນ Crypto Emporium ສາມາດລົງທະບຽນສໍາລັບບັນຊີຜູ້ໃຊ້ງານໂດຍບໍ່ມີການເສຍຄ່າທໍານຽມການລົງທະບຽນໃດໆ, ແຕ່ຈະມີຄ່າຂົນສົ່ງທີ່ຄ້າຍຄືກັນກັບເເອັບຊື້ຂາຍອອນລາຍທົ່ວໄປ. ນອກຈາກນີ້ ໃນເເພລັດຟອມ Crypto Emporium ຍັງມີຝ່າຍບໍລິການທີ່ຈະໃຫ້ຄວາມຊ່ວຍເຫຼືອລູກຄ້າເມື່ອມີບັນຫາໃດໆເກີດຂຶ້ນອີກດ້ວຍ.

ທີ່ມາ:

cryptonews

siamblockchain

cryptoemporium

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/