ນັກຄົ້ນຄວ້າຂອງສະຫະລັດໄດ້ພົບເຫັນຄວາມກ້າວໜ້າທີ່ຈະປະສົບຜົນສຳເລັດໃນການປູກຖ່າຍໝາກໄຂ່ຫຼັງໝູໄປສູ່ຄົນ


ຄວາມກ້າວໜ້າໃໝ່ໃນການປູກຖ່າຍໝາກໄຂ່ຫຼັງໝູໃຫ້ກັບມະນຸດໂດຍທີມງານນັກຄົ້ນຄວ້າຂອງສະຫະລັດ ຖືເປັນ​​ບາດກ້າວ​ທີ່​ສຳຄັນ​ໃນ​ການ​ພັດທະນາ​ການປູກຖ່າຍໝາກໄຂ່ຫຼັງໃນ​ມະນຸດ ໂດຍການນໍາໃຊ້ເນື້ອເຍື່ອ ຫຼື ອະໄວຍະວະທີ່ບໍ່ແມ່ນຂອງມະນຸດ ເພື່ອປິ່ນປົວມະນຸດເອງ.

ຜົນງານການຄົ້ນຄວ້າໃໝ່ທີ່ໄດ້ຖືກຕີພິມໃນ JAMA Surgery ໂດຍນັກຄົ້ນຄວ້າຈາກໂຮງຮຽນການແພດ Birmingham Heersink ຂອງມະຫາວິທະຍາໄລ Alabama ພົບວ່າ ໝາກໄຂ່ຫຼັງຂອງໝູທີ່ຖືກດັດແປງກຳມະພັນແລ້ວບໍ່ພຽງແຕ່ຊ່ວຍໃນການຜະລິດປັດສາວະເພື່ອຂັບຂອງເສຍອອກຈາກຮ່າງກາຍເທົ່ານັ້ນ, ແຕ່ມັນຍັງໄດ້ກັ່ນຕອງຂອງເສຍອື່ນໆ ແລະ ຊ່ວຍໃຫ້ຜູ້ທີ່ໄດ້ຮັບການປູກຖ່າຍໝາກໄຂ່ຫຼັງມີຊີວິດຢູ່ຕໍ່ໄປໄດ້ອີກດ້ວຍ.

ໂດຍປົກກະຕິແລ້ວ ການປູກຖ່າຍອະໄວຍະວະຖືເປັນຂັ້ນຕອນທີ່ມີຄວາມຊັບຊ້ອນ ແລະ ມີຄວາມສ່ຽງສູງໃນການປູກຖ່າຍຈາກມະນຸດໄປຫາມະນຸດ ນອກຈາກນີ້ຍັງຕ້ອງເບິ່ງເຖິງຄວາມເຂົ້າກັນຂອງຮ່າງກາຍ ແລະ ປັດໄຈອື່ນໆອີກ. ຈາກການຄົ້ນພົບວ່າໝາກໄຂ່ຫຼັງຂອງສັດຄືໝູນັ້ນສາມາດເຂົ້າກັນໄດ້ກັບຮ່າງກາຍຂອງມະນຸດ ແລະ ອາດສາມາດເຮັດໜ້າທີ່ແທນໝາກໄຂ່ຫຼັງຂອງມະນຸດໄດ້ ຖືເປັນອີກໜຶ່ງບາດກ້າວທີ່ເຂົາໃກ້ຄວາມສຳເລັດໃນການຊ່ວຍເຫຼືອຜູ້ທີ່ເປັນໂຣກໝາກໄຂ່ຫຼັງຈຳນວນຫຼາຍທີ່ຕ້ອງການປູກຖ່າຍໝາກໄຂ່ຫຼັງໃໝ່.

Dr. Jayme Locke ຜູ້ອຳນວຍການ UAB Comprehensive Transplant Institute ແລະ ຜູ້ນໍາຂອງການຄົ້ນຄວ້າໃໝ່ນີ້ກ່າວວ່າ “ໝາກໄຂ່ຫຼັງໝູທີ່ຖືກດັດແປງກຳມະພັນນອກຈາກຈະສາມາດຜະລິດປັດສາວະໄດ້ແລ້ວ ມັນຍັງສາມາດກອງຄຣີເອຕິນີນ (Creatinine) ເຊິ່ງເປັນຂອງເສຍຈາກກ້າມຊີ້ນຂອງມະນຸດຫຼັງຈາກການໃຊ້ພະລັງງານອອກຈາກເລືອດໄດ້.

ຈາກການຄົ້ນຄວ້າຂອງມະຫາວິທະຍາໄລ Alabama ທີ່ໄດ້ປູກຖ່າຍໝາກໄຂ່ຫຼັງໝູທີ່ດັດແປງກຳມະພັນແລ້ວໃຫ້ກັບຊາຍອາຍຸ 52 ປີທີ່ມີພາວະຄວາມດັນເລືອດສູງ ແລະ ເປັນໂຣກໝາກໄຂ່ຫຼັງຊຳເຮື້ອໄລຍະທີ 2 ເຊິ່ງມີຄ່າຄຣີເອຕິນີນ (Creatinine) ສູງກວ່າມາດຕະຖານປົກກະຕິ. ພາຍຫຼັງໃນການປູກຖ່າຍໝາກໄຂ່ຫຼັງພຽງ 24 ຊົ່ວໂມງລະດັບຄຣີເອຕິນີນໃນເລືອດຂອງຜູ້ປ່ວຍລົດລົງເຫຼືອເຄິ່ງໜຶ່ງ ແລະ ກັບມາສູ່ລະດັບປົກກະຕິພາຍໃນ 48 ຊົ່ວໂມງ ໂດຍສາມາດຮັກສາຢູ່ໃນລະດັບປົກກະຕິຕະຫຼອດ 7 ມື້ທີ່ໄດ້ເຮັດການຄົ້ນຄວ້າ.

ການສຶກສາຄົ້ນຄວ້າໃນຄັ້ງນີ້ຖືເປັນອີກໜຶ່ງໃນຫຼັກຖານທີ່ສຳຄັນທີ່ສຸດທີ່ເຮັດໃຫ້ບັນດາແພດໝໍ ແລະ ນັກຄົ້ນຄວ້າຫວັງວ່າຈະພັດທະນາການປູກຖ່າຍຈາກໝູໄປສູ່ມະນຸດໄດ້ສໍາເລັດ.

ນອກຈາກນີ້ກໍຍັງມີນັກຄົ້ນຄວ້າຈາກ NYU Langone Health ທີ່ໄດ້ປູກຖ່າຍໝາກໄຂ່ຫຼັງໝູໄປສູ່ຮ່າງກາຍຂອງຊາຍທີ່ມີສະພາວະສະໝອງຕາຍ ແລະ ຮ່າງກາຍສາມາດດຳລົງຊີວິດຢູ່ໄດ້ດ້ວຍເຄື່ອງມືແພດໝໍ.

ໂດຍໃນການປູກຖ່າຍເທື່ອທຳອິດ ໝາກໄຂ່ຫຼັງໝູສາມາດເຮັດວຽກແທນໝາກໄຂ່ຫຼັງມະນຸດໄດ້ພຽງ 72 ຊົ່ວໂມງເທົ່ານັ້ນ ຫຼັງຈາກນັ້ນກໍເກີດການຕໍ່ຕ້ານເນື້ອເຍື່ອແປກປອມເຊິ່ງເປັນກົນໄກຂອງຮ່າງກາຍມະນຸດ. ໃນການປູກຖ່າຍເທື່ອທີ່ສອງ ຫຼັງຈາກທີ່ຜ່ານໄປສອງເດືອນ ໝາກໄຂ່ຫຼັງໝູທີ່ຖືກດັດແປງກຳມະພັນສາມາດເຂົ້າກັນໄດ້ກັບຮ່າງກາຍ.

ທີ່ມາ:

cnn

dailymail

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/