ຊຸມຊົນແອອັດໃນອິນເດຍ ປ່ຽນມາທາສີຫຼັງຄາສະທ້ອນແສງແດດສີຂາວ ເພື່ອຮັບມືກັບອາກາດຮ້ອນ ແລະ ຫວັງລົດອັດຕາການເສຍຊີວິດຈາກຄື້ນຄວາມຮ້ອນ


ສະພາບອາກາດທີ່ຮ້ອນອົບເອົ້າໃນອິນເດຍນັ້ນ ຖືເປັນວິກິດການທີ່ອັນຕະລາຍຢ່າງຍິ່ງ, ຈາກການສຶກສາພາຍໃນປີ 2021 ອັດຕາການເສຍຊີວິດປະຊາຊົນອິນເດຍທີ່ເກີດຈາກການປະສົບໄພຄື້ນຄວາມຮ້ອນແມ່ນຢູ່ທີ່ 17.000 ຄົນນັບຈາກສະຖິຕິຕັ້ງແຕ່ປີ 1971 ແລະ 2019. ໂດຍສະເພາະປະຊາຊົນຜູ້ທຸກຍາກ ໃນເຂດຊຸມຊົນແອອັດທີ່ບໍ່ມີເງິນພຽງພໍໃນການຈ່າຍຄ່າໄຟຟ້າ ແລະ ບໍ່ສາມາດນຳໃຊ້ອຸປະກອນທຳຄວາມເຢັນ. ກຸ່ມທີ່ໄດ້ຮັບຜົນກະທົບຫຼາຍເປັນຕົ້ນກໍແມ່ນເພດຍິງ ທີ່ເປັນຜູ້ເຮັດວຽກໃຊ້ແຮງງານເປັນຫຼັກ, ພົບວ່າອາກາດທີ່ຮ້ອນຫຼາຍແມ່ນກະທົບໂດຍກົງຕໍ່ການສູນເສຍລາຍໄດ້ຂອງພວກເຂົາ ເນື່ອງຈາກບໍ່ສາມາດເຮັດວຽກໃນສະພາບອາກາດທີ່ຮ້ອນອົບເອົ້າໄດ້.

ເພື່ອແກ້ໄຂບັນຫາ ແລະ ສ້າງຄວາມເຂັ້ມແຂງໃນການປັບຕົວຂອງຊຸມຊົນຕໍ່ການປ່ຽນແປງດິນຟ້າອາກາດ, ອົງກອນ Mahila Housing Trust (MHT) ທີ່ເປັນອົງກອນບໍ່ສະແຫວງຜົນກໍາໄລດ້ານການຊ່ວຍເຫຼືອຊຸມຊົນແອອັດທີ່ທຸກຍາກໃນເມືອງຕ່າງໆຂອງອິນເດຍເປັນເວລາ 28 ປີ, ພວກເຂົາໄດ້ຊຸກຍູ້ດ້ານການສ້າງຄວາມຕ້ານທານຕໍ່ສະພາບອາກາດຮ້ອນໃນການຕິດຕັ້ງຫຼັງຄາເຮືອນທີ່ເຢັນຂຶ້ນໄດ້ 30.000 ຫຼັງ ໃນ 9 ຕົວເມືອງ, ທັງໄດ້ມີບົດບາດເຂົ້າມາຊ່ວຍບັນດາຄົວເຮືອນໃນຊຸມຊົນແອອັດດ້ວຍການໃຫ້ຄວາມຮູ້ໃນການປັບຕົວກັບສະພາບອາກາດທີ່ຮ້ອນ ແລະ ສະໜອງການທາສີສະທ້ອນແສງແດດສີຂາວເພື່ອບໍ່ໃຫ້ລັງສີຄວາມຮ້ອນທະລຸເຂົ້າໄປໃນອາຄານ, ພ້ອມທັງຊ່ວຍໃຫ້ອາກາດໃນເຮືອນເຢັນຂຶ້ນ.

ຊາວບ້ານໃນເມືອງ Jodhpur ແລະ Ahmedabad ທີ່ໄດ້ມີການເຂົ້າຮ່ວມທົດລອງທາສີນີ້ກັບຄົວເຮືອນຂອງພວກເຂົາ, ແມ່ນເຜີຍວ່າເນື່ອງຈາກເມືອງທີ່ເຂົາຢູ່ແມ່ນມີອາກາດທີ່ຮ້ອນຫຼາຍຈົນສົ່ງຜົນກະທົບໃຫ້ຊີວິດການເປັນຢູ່ມີຄວາມຍາກລຳບາກເຊັ່ນ: ມີຄວາມອິດເມື່ອຍ, ຮ່າງກາຍມີອາການຂາດນໍ້າ; ເຊິ່ງອາການເຫຼົ່ານີ້ແມ່ນເປັນຄວາມສ່ຽງທີ່ກໍ່ໃຫ້ເກີດການຂາດສະຕິຈາກຄວາມຮ້ອນ, ເປັນລົມ ແລະ ຜົດຜື່ນຈາກຄວາມຮ້ອນ. ພ້ອມທັງຍັງສົ່ງຜົນທີ່ອັນຕະລາຍສູງຕໍ່ແມ່ຍິງທີ່ຖືພາ ເຮັດໃຫ້ເກີດມີພາວະແຊກຊ້ອນທີ່ຕາມມາ.

ໃນເມື່ອກ່ອນນັ້ນຊາວບ້ານແມ່ນຕ້ອງມີການປັບຕົວຢ່າງຍາກລໍາບາກຕໍ່ກັບສະພາບອາກາດທີ່ຮ້ອນ, ພວກເຂົາຈະໃຊ້ວິທີຫົດນໍ້າໃສ່ຜ້າກັ້ງໃຫ້ມີຄວາມຊຸ່ມ, ນໍານໍ້າເທໃສ່ເປົາຜ້າໃຫ້ປຽກ ແລະ ນໍາເປົາໄປວາງຢາຍໄວ້ຕາມຫຼັງຄາເຮືອນ ເພື່ອໃຫ້ລົມພັດເອົາອາກາດເຢັນລົງໄປໃນລຸ່ມອາຄານ.

ການສີສະທ້ອນແສງແດດນີ້ ເປັນຍຸດທະວິທີທີ່ສາມາດເຂົ້າເຖິງຄົວເຮືອນທີ່ທຸກຍາກໄດ້ຢ່າງງ່າຍດາຍ, ເພາະບໍ່ຈໍາເປັນຕ້ອງມີການປຸກສ້າງສິ່ງໃດເພີ່ມເຕີມ ພຽງແຕ່ນໍາສີໄປທາຫຼັງຄາ ຫຼື ດາດຟ້າຂອງເຮືອນກໍຈະຊ່ວຍລົດອຸນຫະພູມພາຍໃນເຮືອນຢ່າງມີປະສິດທິພາບເຖິງ 2 ຫາ 4 ອົງສາ.

ທັງນີ້ ສີສະທ້ອນແສງແດດຍັງຖືກນໍາໄປສຶກສາເພື່ອວັດປະສິດທິພາບຂອງການລົດຄວາມຮ້ອນພາຍໃນຄົວເຮືອນ, ໂດຍທຳການທົດລອງລະຫວ່າງຫຼັງຄາທີ່ມີການທາສີ ແລະ ຫຼັງຄາທີ່ບໍ່ຜ່ານການທາ. ພົບວ່າອຸນຫະພູມຂອງຫຼັງຄາທີ່ຖືກທາສີ ແມ່ນເຢັນລົງ 1 ອົງສາເມື່ອທຽບກັບຫຼັງຄາທີ່ບໍ່ຜ່ານການທາ.

ເພື່ອໃຫ້ບັນດາຄົວເຮືອນທີ່ທຸກຍາກ ທີ່ຖືກຂະໜານນາມວ່າເປັນຊຸມຊົນທີ່ທຸກຍາກທີ່ສຸດໃນໂລກ ໄດ້ມີການເຂົ້າເຖິງການນໍາໃຊ້ສີທາສະທ້ອນແສງນີ້, ໂຄງການ MHT ກໍໄດ້ໃຫ້ຄວາມຊ່ວຍເຫຼືອທາງດ້ານຄ່າໃຊ້ຈ່າຍ ຈາກປົກກະຕິລາຄາຂອງສີແມ່ນຕົກຢູ່ທີ່ 5 ລິດ ຕໍ່ 1.620 ລູປີ ຫຼື 19 ໂດລາ, ແຕ່ທາງໂຄງການກໍສະໜອງໃຫ້ໃນລາຄາທີ່ຖືກລົງທີ່ 300 ລູປີ ຫຼື 4 ໂດລາ. ອີກທັງໂຄງການກໍມີຄວາມຕັ້ງໃຈທີ່ຈະສືບຕໍ່ຂະຫຍາຍນະວິດຕະກໍາການປັບຕົວຕໍ່ສະພາບອາກາດຮ້ອນນີ້ໃຫ້ກັບອີກ 5.000 ຫຼັງຄາເຮືອນໃນທົ່ວອິນເດຍ ພາຍໃນປີ 2026.

ແຫຼ່ງທີ່ມາ:

https://www.bbc.com/future/article/20230628-the-white-roofs-cooling-womens-homes-in-indian-slums

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/