ຕາລີບັນຫ້າມແມ່ຍິງອັບການິສຖານ ເຂົ້າອຸທິຍານແຫ່ງຊາດ


ກຸ່ມຕາລີບັນບໍ່ອະນຸຍາດໃຫ້ແມ່ຍິງເດີນທາງເຂົ້າໄປໃນອຸທິຍານແຫ່ງຊາດໃນອັບການິສຖານ ໂດຍໃຫ້ເຫດຜົນພຽງການແຕ່ງກາຍບໍ່ເໝາະສົມຂອງແມ່ຍິງເວລາຢູ່ນອກເຮືອນ ຫຼັງຈາກພົບວ່າຜູ້ຍິງທີ່ໄປທ່ຽວບໍ່ສວມໃສ່ຮິຍາບ ຫຼື ສວມໃສ່ຮິຍາບບໍ່ຖືກຕ້ອງ.

ລັດຖະບານຕາລີບັນ ສັ່ງຫ້າມແມ່ຍິງບໍ່ໃຫ້ເຂົ້າໄປໃນອຸທິຍານແຫ່ງຊາດແບນເດແອມີ ເຊິ່ງຕັ້ງຢູ່ໃນແຂວງບາມິຍັນ ໂດຍ ໂມຮຳມັດ ຄາເລັດ ຮານາຟີ ຮັກສາການລັດຖະມົນຕີກະຊວງສິນທຳຂອງອັບການິສຖານ ໄດ້ອອກມາເປີດເຜີຍວ່າ ມີແມ່ຍິງກຸ່ມໜຶ່ງບໍ່ຍອມປະຕິບັດຕາມກົດການສວມໃສ່ຮິຍາບພາຍໃນອຸທິຍານແຫ່ງຊາດດັ່ງກ່າວ ຈຶ່ງມີການຮຽກຮ້ອງໄປເຖິງຜູ້ນຳສາສະໜາ ແລະ ໜ່ວຍງານຮັກສາຄວາມໝັ້ນຄົງ.

ທາງດ້ານ ລັດຖະມົນຕີວ່າກະຊວງສິນທຳຍັງກ່າວສັ້ນໆວ່າ “ການທ່ອງທ່ຽວຊົມເມືອງບໍ່ແມ່ນສິ່ງຈຳເປັນສຳລັບຜູ້ຍິງ” ພ້ອມກັບຜູ້ນຳສາສະໜາໃນແຂວງບາມິຍານເປີດເຜີຍວ່າ ມີການຮຽກຮ້ອງເລື່ອງການບໍ່ສວມໃສ່ຮິຍາບ ຫຼື ສວມຮິຍາບແບບບໍ່ເໝາະສົມໃນອຸທິຍານແຫ່ງຊາດດັ່ງກ່າວ ເຊິ່ງນັກທ່ອງທ່ຽວ ບໍ່ແມ່ນປະຊາຊົນທ້ອງຖິ່ນ.

ເຈົ້າໜ້າທີ່ຂອງຮິວແມນໄຮວໍເປີດເຜີຍວ່າ ການທີ່ແມ່ຍິງຖືກສັ່ງຫ້າມບໍ່ໃຫ້ໄປໃຫ້ໄປທ່ຽວອຸທິຍານແຫ່ງຊາດໃນມື້ຄວາມເທົ່າທຽມຂອງສະຕີເປັນເລື່ອງທີ່ສະແດງໃຫ້ເຫັນວ່າ ອັບການິສຖານໄຮ້ຄວາມເຄົາລົບໃນສະຕີ. ທາງດ້ານຜູ້ແທນພິເສດດ້ານສິດທິິມະນຸດຊົນຂອງສະຫະປະຊາດ ໄດ້ຕັ້ງຄຳຖາມເຖິງການຫ້າມບໍ່ໃຫ້ແມ່ຍິງໄປທ່ຽວອຸທິຍານແຫ່ງຊາດເຊັ່ນກັນ.

ຢ່າງໃດກໍຕາມ ຄວາມເຄື່ອນໄຫວດັ່ງກ່າວເກີດຂຶ້ນ ຫຼັງຈາກກຸ່ມຕາລີບັນເລິ່ມຈຳກັດສິດທິ ແລະ ເສລີພາບຂອງແມ່ຍິງໃນອັບການິສຖານ ເຖິງແມ່ນວ່າຫຼາຍປະເທດລວມທັງອົງການສະຫະປະຊາຊາດ ຈະອອກມາປະນາມການຈຳກັດສິດທິແມ່ຍິງກໍຕາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/