Western Union ປະກາດໃຊ້ Ripple Blockchain ແລະ ຫຼຽນ XRP ເພື່ອຍົກລະດັບການເຮັດທຸລະກໍາຂ້າມພົມແດນທີ່ດີຂຶ້ນ


Western Union ຜູ້ໃຫ້ບໍລິການທາງດ້ານການໂອນເງິນລະດັບໂລກ ກໍາລັງກຽມຂະຫຍາຍທຸລະກິດຂອງຕົນສູ່ຕະຫຼາດ Crypto ທີ່ມີການເຕີບໂຕຢ່າງໄວວາໃນປັດຈຸບັນ, ໂດຍມີຈຸດປະສົງທີ່ຈະຍົກລະດັບຂຶ້ນອີກຂັ້ນໃນການເຮັດທຸລະກຳຂ້າມພົມແດນ ແລະ ຕອກຢ້ຳຄວາມມຸ່ງໝັ້ນໃນການສ້າງນະວັດຕະກຳ ເພື່ອປັບຕົວເຂົ້າໃນລະບົບນິເວດທີ່ມີການປ່ຽນແປງຢູ່ຕະຫຼອດເວລາ.

Hikmet Ersek CEO ຂອງ Western Union ໄດ້ເປີດເຜີຍການເຄື່ອນໄຫວເຊີງກົນລະຍຸດໃນການປະຊຸມຂອງນັກວິເຄາະ ເພື່ອສຳຫຼວດເຖິງຄວາມເປັນໄປໄດ້ໃນການທີ່ຈະເອົາເທັກໂນໂລຢີ blockchain ຂອງ Ripple ແລະ ຫຼຽນ XRP ເຂົ້າໃນການດໍາເນີນງານຂອງບໍລິສັດ. ໂດຍທາງ Ripple ເຊິ່ງໄດ້ຮ່ວມງານກັບ Western Union ມາເປັນເວລາດົນກໍໄດ້ອອກມາກ່າວວ່າ ພວກເຂົາກໍໄດ້ມີການທົດສອບ ແລະ ແກ້ໄຂບັນຫາຕ່າງໆກັບ Western Union ເຊັ່ນກັນ ແລະ ໜຶ່ງໃນນະວັດຕະກໍາຂອງ Ripple ຄື “xRapid” ກໍເປັນໂຊລູຊັນທີ່ອອກແບບມາເພື່ອປະສົມປະສານ XRP ເຂົ້າໄປໃນລະບົບການຊຳລະເງິນແບບດັ້ງເດີມ.

ທັງນີ້່ ບໍ່ໄດ້ມີພຽງ Western Union ເທົ່ານັ້ນທີ່ໃຊ້ blockchain ຂອງ Ripple ໃນການເຮັດທຸລະກຳຂ້າມພົມແດນພຽງແຫ່ງດຽວ, ສະຖາບັນການເງິນ ແລະ ບໍລິສັດໂອນເງິນຂ້າມພົມແດນຕ່າງໆກໍໄດ້ໃຊ້ເທັກໂນໂລຢີນີ້ເພື່ອເພີ່ມໃນການເຮັດທຸລະກຳ, ຫຼຸດຕົ້ນທຶນ ແລະ ເພີ່ມປະສິດທິພາບ. ການໃຊ້ງານຜົນປະໂຫຍດຈາກ XRP ທີ່ຈັບຕ້ອງໄດ້ນີ້ກໍາລັງຊຸກຍູ້ຄວາມຕ້ອງການຂອງສະກຸນເງິນດິຈິຕອນໃນຖານະສິນຊັບສຳລັບການໂອນເງິນຂ້າມພົມແດນ ໄດ້ເພີ່ມຄຸນຄ່າຂອງມັນໃຫ້ແຂງແຮງ ແລະ ດຶງດູດ​ນັກ​ລົງ​ທຶນ​ໃຫ້ເຂົ້າມາລົງທຶນໃນສະກຸນ​ເງິນ​ດິ​ຈິ​ຕອນ​ຫຼາຍຂຶ້ນ.

Brad Garlinghouse CEO ຂອງ Ripple ໄດ້ຍົກໃຫ້ເຫັນຄວາມໄດ້ປຽບໃນການແຂ່ງຂັນຂອງ XRP ໃນຄວາມໄວໃນການເຮັດທຸລະກໍາທຽບກັບ Bitcoin, ເຮັດໃຫ້ Ripple ເປັນຄູ່ແຂ່ງທີ່ສາມາດພັດທະນາໄດ້ຢ່າງໄວວາໃນຕະຫຼາດ Crypto.

ນອກຈາກນີ້, ການເພີ່ມຂຶ້ນຂອງລາຄາຢ່າງໄວວານີ້ແມ່ນຜົນມາຈາກຫຼາຍປັດໄຈ ລວມທັງຄວາມເຊື່ອໝັ້ນທີ່ເພີ່ມຂຶ້ນໃນຕະຫຼາດ crypto. ໂດຍສະເພາະແມ່ນຂ່າວໃນທາງບວກຂອງ Ripple ໄດ້ປະກອບສ່ວນເຂົ້າໃນທ່າອ່ຽງທີ່ສູງຂຶ້ນຂອງ XRP.

ຈາກຜົນການສໍາຫຼວດທີ່ຜ່ານມາຍັງຊີ້ໃຫ້ເຫັນວ່າ XRP ກໍາລັງເຕີບໂຕໃນຄວາມນິຍົມກຸ່ມນັກລົງທຶນ GenZ ໃນເກົາຫຼີໃຕ້.

ລາຄາຂອງ XRP ໄດ້ມີການເພີ່ມຂຶ້ນຢ່າງຫຼວງຫຼາຍ ນັບຕັ້ງແຕ່ລາຄາຂອງມັນຢູ່ທີ່ 0.4762 ໂດລາໃນວັນທີ 18 ສິງຫາ ໄດ້ເພີ່ມຂຶ້ນເປັນ 0.5282 ໂດລາໃນປັດຈຸບັນ.

ທີ່ມາ:

bitcoinist

thecryptoalert

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/