ຊົນເຜົ່າ “ມຸນດາຣີ” ຈາກຊູດານໃຕ້ ຊົນເຜົ່າທີ່ເອົາງົວ 70-100 ໂຕ ເປັນຄ່າດອງ


ໃນໂລກນີ້ ມີວັດທະນະທຳ ແລະ ເອກະລັກອັນສວຍງາມສະເພາະຂອງປະເທດນັ້ນໆທີ່ແຕກຕ່າງກັນໄປ. “ເຜົ່າມຸນດາຣີ” ກໍເປັນໜຶ່ງໃນຊົນເຜົ່າທີ່ມີຄວາມໂດດເດັ່ນໜ້າສົນໃຈ ຂຶ້ນຊື່ວ່າເປັນເຜົ່າທີ່ຮັກງົວຍິ່ງກວ່າສິ່ງອື່ນໃດ.

ຊົນເຜົ່າມຸນດາຣີ ມີສົງຄາມທີ່ຍາວນານ ທີ່ຫາກໍມີຄວາມສະຫງົບເມື່ອບໍ່ເທົ່າໃດປີມານີ້. ພ້ອມກັນນີ້ ຍັງເປັນເຜົ່າທີ່ຫ່າງໄກຄວາມຈະເລີນທຸກຢ່າງ ຍັງຄົງມີວິຖີຊີວິດແບບດັ້ງເດີມ. ຖ້າໃຜຢາກໄປສຳຜັດເຖິງຊົນເຜົ່ານີ້ ກໍຈະມີຄ່າໃຊ້ຈ່າຍສູງພໍສົມຄວນ ແລະ ຕ້ອງມີຄົນພາໄປ.

ເຜົ່າມຸນດາຣີຈະອາໄສຢູ່ກັບງົວ ເວລາອາບນ້ຳກໍຈະເອົາປັດສາວະງົວມາອາບ ເພາະເຊື່ອວ່າຈະຊ່ວຍປິ່ນປົວໂຣກຜິວໜັງໄດ້ດີ ເປັນຢາ ແລະ ແຊມພູ ສຳລັບພວກເຂົາ. ແຕ່ພິເສດກວ່ານັ້ນຄືປັດສາວະງົວຈະບໍ່ມີກິ່ນເລີຍ. ການເປົ່າກົ້ນງົວ ຖືເປັນພາລະກິດທີ່ເດັກຊາຍຕ້ອງເຮັດ ໂດຍຈະເປົ່າເພື່ອໃຫ້ນົມງົວອອກມາ. ສ່ວນເດັກນ້ອຍຜູ້ຍິງ ມີໜ້າທີ່ຊ່ວຍແມ່ແຕ່ງກິນ ໄປຕັກນ້ຳທີ່ມີຄວາມໄກເຖິງ 3 ກິໂລແມັດ ທັງແບກທັງອຸ້ມ ມີຄວາມອົດທົນສູງເລີຍກໍວ່າໄດ້.

ງົວຄືມໍລະດົກສົມບັດ ຍິ່ງມີຫຼາຍຍິ່ງໝາຍເຖິງວ່າຄົນນັ້ນລວຍ (ງົວຈະບໍ່ຖືກກິນ) ຍິ່ງງົວຫຼາຍຍິ່ງໄປສູ່ຂໍຜູ້ຍິງໄດ້ງ່າຍ. ຜູ້ຊາຍມີໜ້າທີ່ລ້ຽງງົວ ຕອນແລງຈະເອົາຂໍ້ເທົ່າມາທາໃຫ້ງົວ ປະກອບກັບພາໄປຫາຫຍ້າກິນ.

ຄຸນສົມບັດຜູ້ຍິງທີ່ຜູ້ຊາຍຕ້ອງແຕ່ງງານນຳ ກໍຄື ສູງ, ຫຸ່ນໃຫຍ່, ແຂງແຮງ, ເຮັດວຽກເຮືອນຊານເປັນ ສາມາດມີລູກໄດ້ຫຼາຍ, ຄ່າດອງຂັ້ນຕ່ຳແມ່ນງົວ 50 ໂຕ ແລະ ງົວຈະເພີ່ມຂຶ້ນຖ້າຫາກຄຸນສົມບັດຕາມມາດຕະຖານ ປະມານ 70-100 ໂຕ. ຜູ້ຊາຍເຜົ່ານີ້ ລ້ຽງງົວຢ່າງດຽວ ສ່ວນຜູ້ຍິງເລີ່ມຕັ້ງແຕ່ປຸກເຮືອນຈົນເຮັດອາຫານປະໄວ້ ລໍຖ້າສາມີກັບມາແຕ່ລ້ຽງງົວ.

ສ່ວນເດັກນ້ອຍເກີດມາພໍຮູ້ຄວາມໜ້ອຍໜຶ່ງ ແມ່ນຕ້ອງໄດ້ດູແລຕົນເອງ ເພາະແມ່ບໍ່ຄ່ອຍວ່າງ ຍ້ອນເບິ່ງລູກນ້ອຍຢູ່ຕະຫຼອດ, ພໍລ້ຽງລູກກໍຈະລ້ຽງໄປກັບທຳມະຊາດທີ່ພວກເຂົາອາໄສຢູ່.

ຂໍ້ມູນຈາກ: Daily News   World Forum

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/