“ຂີ້ເຫຍື້ອກຳພ້າ” ຂີ້ເຫຍື້ອທີ່ສາມາດນຳມາປ່ຽນເປັນເຊື້ອໄຟ ເພື່ອປະຢັດພະລັງງານ ແລະ ຊັບພະຍາກອນທຳມະຊາດໄດ້


“ຂີ້ເຫຍື້ອກຳພ້າ” ແມ່ນຂີ້ເຫຍື້ອທີ່ບໍ່ຜ່ານຂະບວນການລວບລວມ, ຄັດແຍກ ແລະ ປັບປຸງສະພາບໃຫ້ມີຄຸນລັກສະນະເໝາະສົມຕໍ່ການຈັດການ. ເນື່ອງຈາກຂີ້ເຫຍື້ອເຫຼົ້ານີ້ບໍ່ເປັນທີ່ຕ້ອງການຂອງໃຜ, ບ່ໍສາມາດຣີໄຊເຄິນໄດ້ ຫຼື ບໍ່ກຸ້ມຄ່າທີ່ຈະນຳໄປຣີໄຊເຄິນ ເຮັດໃຫ້ປະລິມານຂອງຂີ້ເຫຍື້ອກຳພ້າເພີ່ມສູງຂຶ້ນ ແລະ ເກີດເປັນບັນຫາຂີ້ເຫຍື້ອຕົກຄ້າງ

ອີງຕາມການສຶກສາປີ 2021 ກ່ຽວກັບອົງປະກອບຂອງຂີ້ເຫຍື້ອໃນທົ່ວປະເທດ ຈາກພະແນກຄຸ້ມຄອງສິ່ງເສດເຫຼືອ ແລະ ສານອັນຕະລາຍ ກົມ​ຄວບ​ຄຸມ​ມົນ​ລະ​ພິດ​​ພົບ​​ວ່າ​ “ຂີ້ເຫຍື້ອກຳພ້າ​​ກວມເອົາ 20% ຂອງ​ນ້ຳ​ໜັກ​ທັງ​ໝົດຂອງກອງຂີ້ເຫຍື້ອ” ແລະ ປາຍທາງຂອງຂີ້ເຫຍື້ອດັ່ງກ່າວກໍມັກຈະຢູ່ທີ່ຫຼຸມທີ່ເອົາໄວ້ຝັງຂີ້ເຫຍື້ອ ທີ່ນັບມື້ນັບເພີ່ມຂຶ້ນ ເຮັດໃຫ້ມີກິ່ນເໝັນ, ມີບັນຫານ້ຳເສຍ ແລະ ກ໊າສທີ່ປ່ອຍອອກມາຈາກຂີ້ເຫຍື້ອ ເຊິ່ງກວ່າຂີ້ເຫຍື້ອກຳພ້າຈະຍ່ອຍສະຫຼາຍກໍຕ້ອງໃຊ້ເວລາເຖິງ 100 – 500 ປີ.

ຖ້າຫາກປະຊາຊົນທຸກໃຫ້ຄວາມຮ່ວມມື ແລະ ໃຫ້ຄວາມສຳຄັນໃນການຄັດແຍກຂີ້ເຫຍື້ອ ຂີ້ເຫຍື້ອເຫຼົ່ານີ້ຈະບໍ່ຖືກຖິ້ມໃຫ້ເປັນຂີ້ເຫຍື້ອກຳພ້າ ເນື່ອງຈາກວ່າໃນປັດຈຸບັນ ພວກເຮົາໄດ້ມີເທັກໂນໂລຢີທີ່ກ້າວໜ້າ ເຮັດໃຫ້ສາມາດນໍາເອົາຂີ້້ເຫຍື້ອກໍາພ້າກັບມາແປຮູບຄືນເປັນພະລັງງານເຊື້ອໄຟເພື່ອນໍາໃຊ້ປະໂຫຍດໄດ້.

ໂດຍວີທີການດັ່ງກ່າວແມ່ນຈະນຳເອົາຂີ້ເຫຍື້ອມາແປຮູບເປັນພະລັງງານ (Waste to Energy) ໃນຮູບແບບຂອງ​ເຊື້ອ​ໄຟ​ຂີ້​ເຫຍື້ອອັດແທ່ງ (Refuse Derived Fuel; RDF) ເຊິ່ງຈະເປັນພະລັງງານທົດແທນທີ່ໃຊ້ຜະລິດໄຟຟ້າ ແທນການໃຊ້ເຊື້ອໄຟຟອສ​ຊິລ​ທີ່ມີຈຳກັດ ໃຊ້ແລ້ວໝົດໄປເຊັ່ນ: ຖ່ານ​ຫີນ​, ນ​້​ໍາ​ມັນ​ ແລະ ​ອາຍ​​ແກ໊​ສ​ທໍາ​ມະ​ຊາດ​.

ຂີ້ເຫຍື້ອກຳພ້າທີ່ຖືກປັບສະພາບແລ້ວເຊັ່ນ ທໍາ​ຄວາມ​ສະ​ອາດ​, ຕາກ​ແດດ​ໃຫ້​ແຫ້ງ​, ຄັດແຍກ ແລະ ຕັດໃຫ້ເປັນຕ່ອນນ້ອຍ ​ຈະມີພະລັງງານຄວາມຮ້ອນສູງຂຶ້ນຫຼາຍກ່ວາ 5.000 kcal/kg. ນອກຈາກນີ້ຂີ້ເຫຍື້ອກຳພ້າຍັງມີນ້ຳໜັກທີ່ເບົາ ເຮັດໃຫ້ສາມາດບີບອັດເພືຶ່ອເພີ່ມຄວາມໜາແໜ້ນ ຊ່ວຍໃຫ້ຂົນສົ່ງໄດ້ສະດວກຂຶ້ນ.

ທີ່ມາ:

https://cutt.ly/Ywtlv4Ny

https://cutt.ly/dwtlbdcl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/