ຊີຣີ້ຄອງອັນດັບ 1 ໃນຈີນ “The Love You Give Me” ເລື່ອງໜ້າຮັກແບບຄອບຄົວ ພໍ່ແມ່ລູກ


ເລື່ອງ “The Love You Give Me ຫຼື ຮັກນີ້ເຈົ້າມອບໃຫ້” ຊີຣີ້ຈີນກໍາລັງມາແຮງຄອງອັນ 1 ຢູ່ປະເທດຈີນ ແລະ ເປັນຊີຣີ້ຈີນ ທີ່ຫຼາຍປະເທດກຳລັງຫຼົງຮັກ ເພາະເປັນເລື່ອງລາວຂອງຄວາມຮັກທີ່ໂຣແມນຕິກ ໜ້າຮັກໆ ແບບຄອບຄົວມີພໍ່ ແມ່ ແລະ ລູກ. ຕອບໂຈດໄດ້ຫຼາຍກຸ່ມຄົນ ຜູ້ໃຫຍ່ເບິ່ງໄດ້ຜູ້ນ້ອຍເບິ່ງດີ ເໝາະກັບທຸກເພດທຸກໄວ.

ນຳສະແດງໂດຍ Wang Yuwen ແລະ Wang Ziqi ທີ່ຂາດບໍ່ໄດ້ເລີຍຄືນັກສະແດງໜຸ່ມນ້ອຍ Cui Yi Xin ຜູ້ສະແດງເປັນລູກຂອງພະເອກ ແລະ ນາງເອກ. ຄວາມສາມາດຂອງໜຸ່ມນ້ອຍຄົນນີ້ ຖືວ່າບໍ່ທຳມະດາ ເຮັດໃຫ້ຄົນເບິ່ງອິນໄປຕາມບົດສະແດງຂອງລາວ ເຊິ່ງຜ່ານມາກໍເຄີຍສະແດງມາແລ້ວຫຼາຍເລື່ອງ ແລະ ເລື່ອງນີ້ ນ້ອງກໍສະແດງອອກມາໄດ້ໜ້າຮັກຫຼາຍ ຈົນເຮັດໃຫ້ຜູ້ຮັບຊົມຫຼົງຮັກໄປຕາມໆກັນ.

ສ່ວນພະເອກກັບນາງເອກ ສອງຄົນນີ້ເປັນນັກສະແດງຈີນ ທີ່ເຄີຍສະແດງນຳກັນມາແລ້ວກ່ອນໜ້ານີ້ ຖ້າບອກວ່າເລື່ອງນີ້ຕໍ່ຈາກເລື່ອງຫຼິ້ນທີ່ຜ່ານກໍສາມາດເຊື່ອໄດ້. ສອງຄົນນີ້ ຫຼາຍຄົນກໍຈິ້ນກັນທັງໃນຈໍ ແລະ ນອກຈໍ. ສະແດງບົດບາດໃດກໍເໝາະສົມກັນ ເມື່ອກັບມາຮ່ວມງານກັນອີກຄັ້ງ ແຟນໆຕ່າງກໍພາກັນດີໃຈໄປຕາມໆກັນ.

ນອກຈາກນີ້ ເລື່ອງດັ່ງກ່າວຍັງໄດ້ຄອງອັນດັບ 1 ໃນແອັບ WeTV ອີກດ້ວຍ ແຕ່ເລື່ອງນີ້ແມ່ນເດີນທາງມາຮອດຕອນຈົບແລ້ວ ແຕ່ກໍສາມາດເບິ່ງຢ້ອນຫຼັງໄດ້ ໃນຕອນຈົບກໍຈົບໄດ້ດີ.

ຂໍ້ມູນຈາກ:

https://bit.ly/42ZIJeo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/