ທະນາຄານກາງອາເຈນຕິນາປັບອັດຕາດອກເບ້ຍຂຶ້ນ 97% ທ່າມກາງພາວະເງິນເຟີ້ໃນຮອບ 30 ປີ


ທ່າມກາງການຕໍ່ສູ້ກັບສະພາວະເງິນເຟີ້ໃນອາເຈນຕິນາ, ທະນາຄານກາງໃນປະເທດຈຶ່ງໄດ້ປັບອັດຕາດອກເບ້ຍຂຶ້ນເປັນ 97% ແລະ ເພີ່ມອັດຕາດອກເບ້ຍຂຶ້ນ 600 ຈຸດ ເພື່ອກຽມພ້ອມໃນການຮັບມືກັບວິກິດການເງິນເຟີ້ທີ່ເພີ່ມທະວີຄວາມຮຸນແຮງຂຶ້ນສູ່ລະດັບສູງສຸດໃນຮອບ 30 ປີ.

ໃນຖະແຫຼງການຂອງທະນາຄານກາງອາເຈນຕິນາ ທະນາຄານໄດ້ປະກາດການຕັດສິນໃຈທີ່ຈະແຊກແຊງໃນທັນທີເພື່ອປ້ອງກັນ “ຄວາມຜັນຜວນທາງການເງິນ” ໃນຖານະທີ່ເປັນຕົວແປສໍາຄັນທີ່ເຮັດໃຫ້ເກີດສະພາວະເງິນເຟີ້. ໃນປັດຈຸບັນ, ອາເຈນຕິນາກໍາລັງປະສົບກັບຄວາມບໍ່ແນ່ນອນທາງດ້ານເສດຖະກິດ ແລະ ການເລືອກຕັ້ງປະທານາທິບໍດີທີ່ກຳລັງຈະມາເຖິງ.

ທະນາຄານກາງອາເຈນຕິນາໄດ້ປະກາດເປົ້າໝາຍຂອງຕົນໃນການເພີ່ມອັດຕາດອກເບ້ຍຂຶ້ນເປັນ 97%.

ທາງທະນາຄານກາງລະບຸວ່າ “BRCA ຍັງສືບຕໍ່ຕິດຕາມການປ່ຽນແປງຂອງລະດັບລາຄາທົ່ວໄປ. ການປ່ຽນແປງໃນຕະຫຼາດການເງິນ ແລະ ຕະຫຼາດເງິນຕາຕ່າງປະເທດ ແລະ ນະໂຍບາຍການເງິນລວມເພື່ອປັບອັດຕາດອກເບ້ຍ”

ໂດຍການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ລະ​ຫວ່າງ​ດັດ​ຊະ​ນີ​ລາ​ຄາ​ບໍ​ລິ​ໂພກ​ອາ​ເຈນ​ຕິ​ນາທີ່ສູງຂຶ້ນແຕະ 102,5% ໃນ​ເດືອນ​ກຸມ​ພາ​. ຂະນະ​ທີ່​ຕົວ​ເລກອັດຕາ​ເງິນ​ເຟີ້​ຂອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ສຸດ​ນັບ​ຕັ້ງແຕ່​ປີ 1991.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/