ຈີນ ເຮັດຍອດຂາຍລົດກວ່າ 500,000 ຄັນໃນຣັດເຊຍ


ກຸ່ມຜູ້ຜະລິດລົດຂອງຈີນ ມີຍອດຈຳໜ່າຍລົດໃນຣັດເຊຍເປັນປະຫວັດສາດ ເຊິ່ງມີຍອດຂາຍ 553,000 ຄັນໃນປີ 2023 ຄິດເປັນເກືອບເຄິ່ງໜຶ່ງຂອງຍອດຂາຍທັງໝົດໃນຕະຫຼາດລົດຣັດເຊຍ ໂດຍແບຣນລົດຂອງຈີນທີ່ໄດ້ຮັບຄວາມນິຍົມສູງສຸດໄດ້ແກ່ Haval, Chery ແລະ Geely.

ລາຍງານຈາກ Otkritie Auto ໜ່ວຍທຸລະກິດລົດຂອງ Otkritie Bank ຂອງຣັດເຊຍລະບຸວ່າ ສັດສ່ວນລົດຂອງຈີນໃນຕະຫຼາດຣັດເຊຍເພີ່ມສູງຂຶ້ນຈາກ 17% ເປັນ 49%. ໃນປີຜ່ານມາ ບັນດາຕົວແທນຈຳໜ່າຍໃນຣັດເຊຍໄດ້ນຳເຂົ້າລົດຂອງຈີນ 30 ແບຣນຢ່າງເປັນທາງການ ໂດຍມີ 15-17 ແບຣນທີ່ເຂົ້າສູ່ຕະຫຼາດຣັດເຊຍຜ່ານການນຳເຂົ້າແບບຄູ່ຂະໜານ (Parallel import) ເຊິ່ງເປັນການນໍາເຂົ້າ ແລະ ຈັດຈຳໜ່າຍສິນຄ້າແບຣນ ໂດຍບໍ່ໄດ້ຜ່ານຕົວແທນຈຳໜ່າຍຢ່າງເປັນທາງການຂອງປະເທດນັ້ນໆ.

ນອກຈາກນີ້ ບັນດາຜູ້ຊ່ຽວຊານຈາກ Otkritie Auto ເຊື່ອວ່າ ຍອດຈໍາໜ່າຍລົດຂອງຈີນໃນຣັດເຊຍຈະຍັງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງໃນປີນີ້ ແລະ ຄາດວ່າຍອດຈຳໜ່າຍລົດທັງໝົດຂອງແບຣນ Changan, Haval ແລະ Chery ລວມກັນແມ່ນເກືອບ 600,000 ຄັນ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/