ລາຄາ Bitcoin ຍັງຄົງຫຼຸດລົງຕໍ່າກວ່າລະດັບ 40,000 ໂດລາຢ່າງຕໍ່ເນື່ອງ ຫຼັງຈາກທີ່ Grayscale ເທຂາຍ BTC ເປັນຈໍານວນຫຼາຍ


ລາຄາຂອງ Bitcoin ໄດ້ມີການຫຼຸດລົງຢ່າງຮຸນແຮງໃນມື້ນີ້ ໂດຍຫຼຸດລົງຫຼາຍກວ່າ 4.42% ໃນ 24 ຊົ່ວໂມງທີ່ຜ່ານມາແຕະຈຸດຕໍ່າສຸດທີ່ 39,474 ໂດລາ.

ໂດຍສາເຫດຫຼັກໆທີ່ເຮັດໃຫ້ລາຄາ Bitcoin ຫຼຸດລົງຢ່າງຮຸນແຮງແມ່ນຄາດວ່າຈະມາຈາກຫຼາຍປັດໄຈ ແລະ ເປັນຜົນສືບເນື່ອງມາຕັ້ງແຕ່ມື້ວານນີ້ທີ່ Terraform Labs ໄດ້ຍື່ນເອກະສານລົ້ມລະລາຍ, ພ້ອມກັບການເທຂາຍ Bitcoin ເປັນຈໍານວນຫຼາຍຂອງ Grayscale GBTC. ເຊິ່ງໃນປັດຈຸບັນ Grayscale ໄດ້ຖືຄອງ Bitcoin ຈຳນວນ 563,000 BTC ຫຼຸດລົງຈາກ 613,000 BTC, ເນື່ອງຈາກນັກລົງທຶນສະຖາບັນຫັນໄປສົນໃຈ Bitcoin Spot ETF ຫຼາຍກວ່າຫຼັງຈາກການອະນຸມັດ.

ທັງນີ້, FTX ແລະ ກອງທຶນປ້ອງກັນຄວາມສ່ຽງ Alameda Research ຍັງໄດ້ເທຂາຍຮຸ້ນ Grayscale Bitcoin Trust (GBTC) ຫຼາຍກວ່າ 2 ໃນ 3. ໂດຍ FTX ອາດຈະໄດ້ເງິນທຶນກັບມາໃຊ້ຈ່າຍໃນການບໍລິຫານທຸລະກິດຄືນຢ່າງໜ້ອຍ 600 ລ້ານໂດລາຈາກການເທຂາຍຮຸ້ນ Grayscale Bitcoin Trust (GBTC). ໂດຍໃນຂໍ້ມູນໄດ້ລະບຸວ່າ FTX ໄດ້ມີການຖືຮຸ້ນ Grayscale Bitcoin Trust 22.28 ລ້ານຮຸ້ນ (ມູນຄ່າປະມານ 902 ລ້ານໂດລາ) ກ່ອນວັນທີ 11 ມັງກອນ ແລະ ເມື່ອ Spot Bitcoin ETF ໄດ້ຮັບການອະນຸມັດໂດຍ SEC. ຫຼັງຈາກນັ້ນ, ມັນຈຶ່ງຖືກປ່ຽນເປັນກອງທຶນ Spot ETF ແລະ ສົ່ງຜົນໃຫ້ FTX ຂາຍຮຸ້ນໄປຫຼາຍກວ່າ 2 ໃນ 3 ຈາກຮຸ້ນທັງໝົດທີ່ຖືຄອງໃນເວລາພຽງ 3 ມື້ຫຼັງຈາກເປີດການຊື້ຂາຍ.

ໃນຂະນະທີ່ຂຽນ, ລາຄາຂອງ Bitcoin ໃນຕະຫຼາດໄດ້ມີການຊື້ຂາຍກັນຢູ່ທີ່ 40,004 ໂດລາ ເຊິ່ງຫຼຸດລົງ 2.94% ໃນ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

en.bitcoinsistemi

cointelegraph

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/