ຈີນລະດົມທຶນສະໜັບສະໜູນ ແລະ ກົດດັນໃຫ້ຜູ້ຜະລິດລົດ EV ໃຊ້ຊິບພາຍໃນປະເທດ ເພື່ອ​ຫຼຸດ​ຜ່ອນ​ການ​ນຳເຂົ້າຊິບຈາກ​ຕາ​ເວັນ​ຕົກ


ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານຈີນໄດ້ອອກຄຳສັ່ງໃຫ້ບັນດາບໍລິສັດຜູ້ຜະລິດລົດໄຟຟ້າເຊັ່ນ BYD ແລະ Geely ໃຫ້ຊື້ຊິບເພີ່ມເຕີມຈາກຜູ້ຜະລິດຊິບພາຍໃນປະເທດ ເພື່ອຫຼຸດຜ່ອນການເພິ່ງພາອາໄສການນໍາເຂົ້າຈາກປະເທດຕາເວັນຕົກ ແລະ ເສີມສ້າງອຸດສາຫະກໍາ semiconductor ພາຍໃນປະເທດ.

ກະ​ຊວງ​ອຸດ​ສາ​ຫະ​ກຳ​ ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຂອງ​ຈີນ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ຜະ​ລິດ​ລົດ​ເພີ່ມ​ທະ​ວີ​ການ​ຊື້​ຊິ້ນ​ສ່ວນ​ປະກອບທີ່ຜະ​ລິດ​ພາຍ​ໃນ​ປະ​ເທດ​ໃນ​ປີ​ນີ້. ໂດຍສະເພາະແມ່ນຊິບຈີນ ເພື່ອເລັ່ງຂະບວນການຮັບຮອງເອົາຊິບທີ່ຜະລິດຢູ່ໃນທ້ອງຖິ່ນ

ແຫຼ່ງຂ່າວກ່າວວ່າ ກ່ອນໜ້ານີ້ທາງກະຊວງ ໄດ້ກໍານົດເປົ້າໝາຍທີ່ບໍ່ເປັນທາງການສໍາລັບຜູ້ຜະລິດລົດໃຫຍ່ທີ່ຈະກວມເອົາ 1 ໃນ 5 ຂອງການຊື້ຊິບພາຍໃນປີ 2025. ຢ່າງໃດກໍຕາມ, ທາງກະຊວງກັບຮູ້ສຶກບໍ່ພໍໃຈ ເນື່ອງຈາກວ່າການບັນລຸເປົ້າໝາຍດັ່ງກ່າວຍັງເປັນໄປຢ່າງຫຼ້າຊ້າ.

ອີງຈາກຂໍ້ມູນແຫຼ່ງຂ່າວຫຼາຍແຫ່ງກ່າວວ່າ ໃນຂະນະ​ນີ້ທາງກະຊວງກຳລັງ​ແນະນຳ​ບັນດາ​ບໍລິສັດ​ຕ່າງໆ ​ໃຫ້​ຫຼີກເວັ້ນ​ການ​ຊື້​​ semiconductors ຂອງ​ຕ່າງປະ​ເທດ ຖ້າ​ເປັນ​ໄປ​ໄດ້. ເຊິ່ງນີ້ໝາຍຄວາມວ່າບັນດາຜູ້ຜະລິດຊິບຕ່າງປະເທດຈະຕ້ອງຜະລິດຊິບທີ່ມີປະສິດທິພາບພາຍໃນປະເທດຈີນ ຜ່ານໂຮງງານຂອງບໍລິສັດທ້ອງຖິ່ນ ເຊັ່ນ: semiconductors Manufacturing International Corp. (SMIC) ແລະ Hua Hong Semiconductor Ltd.

ໃນຂັ້ນຕອນການສະເໜີລາຄາຫຼ້າສຸດທີ່ດໍາເນີນໂດຍບໍລິສັດທີ່ມີຊື່ສຽງໃນປະເທດລາຍໃຫຍ່, ຜູ້​ສະເໜີຈາກ​ຕ່າງ​ປະ​ເທດ​ລາຍໜຶ່ງຈະບໍ່​ສາ​ມາດ​ເຮັດ​ສັນ​ຍາ​ໄດ້ ເຖິງແມ່ນວ່າຈະມີການສະເໜີລາຄາຕໍ່າກວ່າບໍລິສັດທີ່ຊະນະຫຼາຍເຖິງ 30%.

ການ​ກະທຳ​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມານະ​ພະຍາຍາມ​ທີ່​ຕັ້ງ​ໃຈ​ຂອງ​ຈີນ​ໃນ​ການ​ສະໜັບສະໜູນ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີ​ພາຍ​ໃນ​ປະ​ເທດ. ເຊິ່ງນີ້​ແມ່ນ​ເພື່ອ​ຕອບ​ສະໜອງ​ຕໍ່​ອາ​ເມ​ຣິ​ກາ​ທີ່​ແນ​ໃສ່ການ​ຈຳກັດ​ການ​ພັດທະນາ​ຊິບ​ຂອງ​ຈີນ​ໂດຍ​ຜ່ານ​ການ​ຂວ້ຳບາດ ​ແລະ ​ຈຳກັດ​ການ​ຈຳໜ່າຍ​ເຕັກ​ໂນ​ໂລ​ຊີຂັ້ນສູງ.

ທັງນີ້​, ​ຄຳ​ສັ່ງ​ຂອງ​ລັດຖະບານ​ຈີນ​ຕໍ່​ຕະຫຼາດ​ລົດ​ໄຟຟ້າ ໄດ້ກໍໃຫ້ເກີດຄວາມເຄັ່ງຕຶງລະຫວ່າງບໍລິສັດ semiconductor ຕ່າງປະເທດເຊັ່ນ: Nvidia, NXP Semiconductor NV, Renesas Electronics Corp. ແລະ Texas Instruments Inc, ເຊິ່ງກໍາລັງແຂ່ງຂັນກັນຢ່າງດຸເດືອດກັບບໍລິສັດຈີນ ເພື່ອສະໜອງ ຊິບໃຫ້ແກ່ອຸດສາຫະກໍາຍານພາຫະນະໄຟຟ້າຂອງຈີນ ເຊິ່ງເປັນຕະຫຼາດທີ່ໃຫຍ່ທີ່ສຸດໃນໂລກ.

ຮຸ້ນຂອງຜູ້ຜະລິດຊິບເຕີຢູໂຣບທີ່ຈັດຫາຊິບໃຫ້ແກ່ບໍລິສັດລົດໄຟຟ້າຈີນ ຫຼຸດລົງໃນໄລຍະທຳອິດທີ່ດຳເນີນການຊື້ຂາຍຮຸ້ນໃນຢູໂຣບ, ໂດຍ Infineon Technologies AG ຫຼຸດລົງຫຼາຍເຖິງ 4.8%, ໃນຂະນະທີ່ STMicroelectronics NV ຫຼຸດລົງ 2.2%.

ທີ່ມາ:

economictimes.indiatimes

bloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/