ລໍຖ້າໄຟຂຽວຈາກ SEC ເທົ່ານັ້ນ! 7RCC ຍື່ນຂໍ້ສະເໜີເປີດຕົວກອງທຶນ Bitcoin ETF ທີ່ເປັນມິດກັບສິ່ງແວດລ້ອມ


ເມື່ອບໍ່ດົນມານີ້, ຕະຫຼາດຫຼັກຊັບນິວຢອກ (NYSE) ໄດ້ແຈ້ງຕໍ່ສຳນັກຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ເພື່ອຍື່ນຂໍໃນການລົງທະບຽນສໍາລັບການຊື້ຂາຍຮຸ້ນ Spot Bitcoin ແລະ Carbon Credit Futures ETF ຂອງ 7RCC.

ໂດຍການຍື່ນຂໍລົງທະບຽນທຶນໃນຄັ້ງນີ້ ເກີດຂື້ນທ່າມກາງກະແສຂ່າວທີ່ຮ້ອນແຮງຂອງ Spot Bitcoin ETFs ແລະ ບັນດາບໍລິສັດຄຸ້ມຄອງຊັບສິນລາຍກວ່າ 10 ລາຍໃນສະຫະລັດທີ່ໄດ້ຍື່ນກ່ອນໜ້ານີ້ຕ່າງກໍມີຄວາມຫວັງວ່າການອະນຸມັດຂອງ SEC ນັ້ນແມ່ນກຳລັງໃກ້ເຂົ້າມາຮອດແລ້ວ.

Rali Perduhova CEO ຂອງ 7RCC ກ່າວວ່າ ພວກເຂົາມີຈຸດປະສົງເພື່ອແນໃສ່ກຸ່ມນັກລົງທຶນທີ່ສົນໃຈໃນບັນຫາສິ່ງແວດລ້ອມ ແລະ ສັງຄົມເພື່ອໃຫ້ກຸ່ມຄົນດັ່ງກ່າວເຂົ້າມາມີສ່ວນຮ່ວມໃນກອງທຶນ. ເຊິ່ງກອງທຶນສີຂຽວນີ້ຈະປະກອບດ້ວຍສິນຊັບ Bitcoin 80% ແລະ ອີກ 20% ຈະເປັນ Carbon credit futures.

ສຳລັບ Carbon credit futures ຈະຖືກເຊື່ອມໂຍງກັບມູນຄ່າຂອງສິດທິໃນການປ່ອຍອາຍພິດ ທີ່ອອກພາຍໃຕ້ລະບົບການຊື້ຂາຍສິດທິໃນການປ່ອຍອາຍພິດຂອງສະຫະພາບເອີຣົບ, ລັດຄາລິຟໍເນຍ ແລະ ໂຄງການລິເລີ່ມອາຍແກັສເຮືອນແກ້ວລະດັບພາກພື້ນຂອງ (RGGI). ໂດຍບໍລິສັດ Gemini Trust ໃນກຸ່ມ Gemini ໄດ້ຖືກຮັບເລືອກເປັນຜູ້ຄຸ້ມຄອງກອງທຶນ Spot Bitcoin ETF ແລະ Carbon Credit ຂອງ 7RCC.

Rali Perduhova ກ່າວວ່າ ພວກເຂົາໄດ້ຄາດການວ່າລາຄາຂອງ Bitcoin ຈະບັນລຸເຖິງ 200,000 ໂດລາກ່ອນທ້າຍປີນີ້ ແລະ ພວກເຮົາອາດຈະເຫັນຄວາມຕ້ອງການ Bitcoin ປະມານ 10,000 BTC ຕໍ່ມື້, ເຖິງແມ່ນວ່າຫຼັງຈາກການ Halving ຈະສາມາດຂຸດຫຼຽນໄດ້ພຽງ 450 BTC ກໍຕາມ.

ທັງນີ້, 7RCC Global ຍັັັງເປັນບໍລິສັດຈັດການການລົງທຶນທາງເລືອກສໍາລັບນັກລົງທຶນທີ່ມີຄວາມກະຕືລືລົ້ນກ່ຽວກັບແນວຄິດ ESG ເຊິ່ງເປັນກະແສໃນທົ່ວໂລກ. Spot Bitcoin ETF ທີ່ຖືກຍື່ນໃໝ່ມີຈຸດປະສົງເພື່ອເປັນຂົວຕໍ່ລະຫວ່າງອຸດສາຫະກໍາຊັບສິນດິຈິຕອນ ແລະ ນັກລົງທຶນທີ່ຄຳນຶງເຖິງແນວຄວາມຄິດຂອງການເຕີບໂຕແບບຍືນຍົງ.

ທີ່ມາ:

cointelegraph

efinancethai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/