ຈຳປາສັກ ຕ້ອງສືບຕໍ່ເພີ່ມການລ້ຽງສັດໃຫ້ຫຼາຍຂຶ້ນ ສະໜອງຕະຫຼາດພາຍໃນ ແລະ ສົ່ງອອກຕ່າງປະເທດ


ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຊີ້ນຳໃຫ້ ບໍລິສັດຜູ້ລ້ຽງງົວ ຂະຫຍາຍການລ້ຽງງົວໃຫ້ຫຼາຍຂຶ້ນ ສ້າງສິນຄ້າອາຫານຂອງຕົນເອງ ສ້າງບຸກຄະລາກອນດ້ານວິຊາການ ເສີມຂະຫຍາຍແນວພັນງົວ ເພື່ອຕອບສະໜອງຄວາມຕ້ອງການຕະຫຼາດພາຍໃນ ແລະ ສົ່ງອອກຕ່າງປະເທດ.

ຄຳເຫັນດັ່ງກ່າວ ເກີດຂຶ້ນ ເມື່ອບໍ່ດົນມານີ້ ລະຫວ່າງການເດີນທາງຂອງທ່ານ ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໃນການລົງເຄື່ອນໄຫວຊຸກຍູ້ການຜະລິດກະສິກຳເປັນສິນຄ້າຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ.

ໃນການລົງເຄື່ອນໄຫວໃນຄັ້ງນີ້ ຄະນະດັ່ງກ່າວໄດ້ລົງຢ້ຽມຢາມ ບໍລິສັດ ລາວຟາມ ທີ່ລ້ຽງງົວພັນຊີ້ນ ຂອງທ່ານ ດາວັນ ບຸບຜາພັນ ເຊິ່ງຕັ້ງຢູ່ເຂດຄຸ້ມຄອງຂອງບ້ານ ຫ້ວຍກອງ ກຸ່ມທີ 9 ເມືອງປາກຊ່ອງ ຫ່າງຈາກເມືອງປາກຊ່ອງໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 33 ກິໂລແມັດ ເຊິ່ງມີເນື້ອທີ່ດິນທັງໝົດ 113 ເຮັກຕາ. ໃນນັ້ນເນື້ອທີ່ດິນປູກຫຍ້າ 90 ເຮັກຕາ, ເຊິ່ງເປັນຟາມລ້ຽງງົວພັນຊີ້ນ ມີ 5 ສາຍພັນຄື: ພັນແອງກັຊ, ຊາລູເລ, ບຣາມັນ, ພັນບັກຄິວ, ພັນບິຊມາດເຕີ້, ປັດຈຸບັນມີງົວທັງໝົດ 1.120 ກວ່າໂຕ. ແຜນການໃນຕໍ່ໜ້າຈະຂະຫຍາຍຟາມຕື່ມ ຢູ່ທີ່ນະຄອນຫຼວງວຽງຈັນ.

ໃນການຢ້ຽມຢາມລາວຟາມ ຄັ້ງນີ້ ທ່ານ ລັດຖະມົນຕິກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ທິດຊີ້ນຳສຶບຕໍ່ຂະຫຍາຍການລ້ຽງໃຫ້ຫຼາຍກວ່າເກົ່າ, ສ້າງສູດອາຫານທີ່ເປັນຂອງຟາມເອງ, ສ້າງບຸກຄະລາກອນດ້ານວິຊາການຕ່າງໆ ເພື່ອຂະຫຍາຍແນວພັນງົວພາຍໃນຟາມ ແລະ ພ້ອມທັງສົ່ງເສີມປະຊາຊົນລ້ຽງ ແລະ ສ້າງຟາມລ້ຽງງົວຕົວແບບເພື່ອຕະຫຼາດພາຍໃນ ແລະ ສົ່ງອອກ.

ຄະນະດັ່ງກ່າວ ຍັງໄດ້ໄປຢ້ຽມຢາມ ສວນປູກຖົ່ວລຽນ ຂອງບໍລິສັດ ດາຍຖັງ ເບື້ອງຕົ້ນບໍລິສັດດັ່ງກ່າວໄດ້ລົງທຶນປູກໝາກນ໋ອດ ເພື່ອສົ່ງອອກເປັນສີນຄ້າ, ແຕ່ເຫັນວ່າ ການປູກໝາກນ໋ອດມີອາຍຸ ແລະ ໃຫ້ຜົນເກັບກ່ຽວພຽງແຕ່ 3 ປີ. ດັ່ງນັ້ນບໍລິສັດ ຈຶ່ງຫັນມາປູກຖົ່ວລຽນໃນເນື້ອທີ່ 700 ກວ່າເຮັກຕາ ມາເຖິງປັດຈຸບັນນີ້, ການປູກຖົ່ວລຽນມາໄດ້ 3 ປີ, ເພື່ອເປັນການປັບປຸງດິນ ແລະ ເປັນການສ້າງລາຍຮັບເພີ່ມບໍລິສັດ ກໍໄດ້ປູກໝາກກ້ວຍ, ສາລີ ສັບຫວ່າງຕົ້ນຖົ່ວລຽນນຳຕື່ມອີກ.

ອຳນາດການປົກຄອງແຂວງຈຳປາສັກ ໃຫ້ຄຳໝັ້ນສັນຍາວ່າ ຈະສົ່ງເສີມ ແລະ ເສີມສ້າງການຜະລິດກະສິກຳ ເພື່ອຍາດແຍ່ງເອົາຄວາມຕ້ອງການພາຍໃນທີ່ເພີ່ມຂຶ້ນ.

ແຂວງ​ຈຳປາສັກມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ກະ​ສິ​ກຳ​ຢ່າງ​ໃຫຍ່​ຫຼວງ ແລະ ໃນ​ຫຼາຍ​ປີ​ມາ​ນີ້ ຊາວ​ກະ​ສິ​ກອນ​ໄດ້​ປູກ​ເຂົ້າ, ກາ​ເຟ, ຊາ, ໝາກ​ໄມ້, ຜັກ​ແລະ​ພືດ​ອື່ນໆ.

ຈໍາປາສັກເປັນທີ່ຮູ້ກັນດີທາງດ້ານຜະລິດຕະພັນກາເຟຄຸນະພາບສູງ, ເຊິ່ງຫຼາຍຊະນິດໄດ້ຂາຍໄປປະເທດອື່ນ. ໂດຍສິ່ງທ້າທາຍຂອງຕະຫຼາດບາງຄັ້ງ ກໍໄດ້ບັງຄັບໃຫ້ຊາວກະສິກອນຂາຍພືດຂອງເຂົາເຈົ້າໃນລາຄາຕໍ່າ ຫຼືເຮັດໃຫ້ສູນເສຍ, ເຊິ່ງເຮັດໃຫ້ພວກເຂົາຂັດຂວາງການຂະຫຍາຍກະສິກໍາຂອງເຂົາເຈົ້າ.

ແນວໃດກໍຕາມ, ອຳນາດການປົກຄອງແຂວງຈຳປາສັກ ຈະສືບຕໍ່ຊຸກຍູ້ການຜະລິດກະສິກຳ ແລະ ປຸງແຕ່ງພືດ ເພື່ອເພີ່ມມູນຄ່າໃຫ້ແກ່ການຜະລິດກະສິກຳ, ເປີດກວ້າງຕະຫຼາດການຜະລິດ, ສ້າງລາຍຮັບໃຫ້ແກ່ຊາວກະສິກອນໃຫ້ນັບມື້ນັບເພີ່ມຂຶ້ນ.

https://www.facebook.com/permalink.php?story_fbid=pfbid038DjKkUebNokmSWnwYfbN6CEpKHFRA65r6ZSvbCo1LdwQUy6o9q9C7LjZV4QhYiBTl&id=100063552519728

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/