ຫຼວງພະບາງຊຸກຍູ້ການປູກກາເຟໃນຮົ່ມໄມ້ ຕັ້ງເປົ້າຜະລິດໃຫ້ໄດ້ 100 ໂຕນ ສ້າງທາງເລືອກ ປະກອບອາຊີບ ໃຫ້ປະຊາຊົນ


ເມື່ອບໍ່ດົນມານີ້ ອຳນາດການປົກຄອງແຂວງ ຫຼວງພະບາງ ໄດ້ລົງຊຸກຍູ້ ຕິດຕາມປະຊາຊົນທີ່ ກຳລັງປູກກາເຟໃນກ້ອງຮົ່ມໄມ້ ຫວັງວ່າ ກາເຟຈະເປັນທາງເລືອກໃໝ່ຂອງຊາວກະສິກອນ ເຊິ່ງຈະເລີ່ມເກັບກ່ຽວຢ່າງເຕັມທີ່ໃນປີນີ້ ເປັນປີທຳອິດ. ພ້ອມຕັ້ງເປົ້າໃນອະນາຄົດ ຈະຜະລິດໃຫ້ໄດ້ 100 ໂຕນ ສ້າງທາງເລືອກ ປະກອບອາຊີບ ໃຫ້ປະຊາຊົນ.

ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍທີມງານ ຂັ້ນແຂວງ-ເມືອງ ລົງຕິດຕາມ, ຊູກຍູ້ການປູກກາເຟໃນຮົ່ມໄມ້ທໍາມະຊາດ ຂອງປະຊາຊົນ ບ້ານຫ້ວຍທອງ ເມືອງວຽງຄໍາ. ພ້ອມທັງຊີ້ນໍາ ໃຫ້ອົງການປົກຄອງບ້ານ ສືບຕໍ່ເສີມຂະຫຍາຍມູນເຊື້ອຜະລິດເປັນສິນຄ້າ ຕິດພັນກັບການຮັກສາປ່າໄມ້ທໍາມະຊາດ ແນໃສ່ເຮັດໃຫ້ປະຊາຊົນ ຫຼຸດພົ້ນອອກຈາກທຸກຍາກໄດ້ເທື່ອລະກ້າວ.

ທ່ານ ບຸນເພັງ ນາຍບ້ານຫ້ວຍທອງ ໄດ້ໃຫ້ຮູ້ວ່າ: ບ້ານຫ້ວຍທອງ ມີ 109 ຄອບຄົວ, ພົນລະເມືອງ 866 ຄົນ, ຍິງ 317 ຄົນ ເປັນເຜົ່າມົ້ງ 100% ປະຊາຊົນຢຶດຖືອາຊີບ ປູກຝັງ-ລ້ຽງສັດ ເປັນຕົ້ນຕໍ, ພິເສດແມ່ນການປູກກາເຟໃນຮົ່ມໄມ້ທໍາມະຊາດ ເປັນອີກໜຶ່ງອາຊີບ ຂອງປະຊາຊົນພາຍໃນບ້ານ ເຊິ່ງໄດ້ເລີ່ມປູກໃນປີ 2019 ໂດຍການສະໜັບສະໜູນ ຂອງໂຄງການສ້າງຄວາມເຂັ້ມແຂງ ແລະ ພັດທະນາ ກາເຟລາວ, ທັງໄດ້ຮັບການຕິດຕາມຊຸກຍູ້ຢ່າງໃກ້ຊິດ ຈາກວິຊາການຂອງຫ້ອງການສິກໍາ ແລະ ປ່າໄມ້ເມືອງ. ມາຮອດປັດຈຸບັນ, ມີຄອບຄົວປູກກາເຟໃນຮົ່ມໄມ້ທໍາມະຊາດ 17 ຄອບຄົວ, ມີ 21.000 ກວ່າຕົ້ນ, ເນື້ອທີ່ຫຼາຍກວ່າ 8 ເຮັກຕາ, ໃຫ້ໝາກແລ້ວ 2 ເຮັກຕາເຄິ່ງ, ຄາດວ່າຈະໄດ້ຮັບຜົນຜະລິດໝາກແດງ ໃນປີນີ້ 1 ໂຕນ.

ເພື່ອເປັນການແກ້ໄຂຄວາມທຸກຍາກ, ສ້າງລາຍຮັບທີ່ໝັ້ນຄົງ, ອົງການປົກຄອງບ້ານມີແຜນການຈະຂະຫຍາຍເນື້່ອທີ່ປູກກາເຟໃຫ້ໄດ້ 50 ເຮັກຕາ, ຜະລິດການກາເຟໝາກແດງໃຫ້ໄດ້ 100 ໂຕນ ແລະ ສ້າງສູນປຸງແຕ່ງກາເຟ ເພື່ອສ້າງມູນຄ່າເພີ່ມໃຫ້ໄດ້ 1 ສູນ.

ໃນທົ່ວປະເທດລາວ ການປູກກາເຟສາມາດສ້າງວຽກເຮັດງານທຳໃຫ້ແກ່ຊາວກະສິິກອນໄດ້ຫຼາຍກວ່າ 25,000 ຄອບຄົວ ແລະ ມີຫຼາຍກວ່າ 100,000ຄົນທີ່ປະກອບອາຊີບທີ່ຕິດພັນກັບອຸດສາຫະກຳກາເຟ.

ໂດຍລະບົບການປູກ ກາເຟໃນລາວ ຈະແບ່ງອອກເປັນ 3 ລະບົບຫຼັກໆ ກໍຄື ການປູກກາເຟກາງແຈ້ງ, ການປູກໃນຮົ່ມ ແລະ ການປູກສະຫຼັບກັບປ່າໄມ້.

ການປູກໃນຮົ່ມລະບົບນີ້ແມ່ນການປູກກາເຟຢູ່ກ້ອງຕົ້ນໄມ້ເຊັ່ນ: ຕົ້ນໝາກ, ຕົ້ນກໍ່ ແລະ ຕົ້ນໄມ້ຕ່າງໆ ທີ່ສາມາດນຳມາເປັນສ່ວນປະກອບ ຫຼື ປຸງແຕ່ງເປັນອາຫານໄດ້. ເຊິ່ງຕົ້ນໄມ້ເຫຼົ່ານີ້ບໍ່ພຽງແຕ່ສະໜອງຮົ່ມໃຫ້ຕົ້ນກາເຟເທົ່ານັ້ນ ແຕ່ຍັງສາມາດສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບເພີ່ມແກ່ຊາວກະສິກອນອີກດ້ວຍ.

https://www.facebook.com/permalink.php?story_fbid=pfbid0QkVEtudGZMuqL8jrqW1MGJa9e9v88Jus3UywvkzumX3wumLockGDvMniF8zYUey4l&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/