ຄື້ນຄວາມຮ້ອນປົກຄຸມສະຫະລັດອາເມຣິກາ ພ້ອມເຕືອນປະຊາຊົນ 113 ລ້ານຄົນໃຫ້ລະວັງ


ປະຊາຊົນຂອງສະຫະລັດອາເມຣິກາ ທີ່ມີຫຼາຍກວ່າ 113 ລ້ານຄົນຕ້ອງພົບກັບຄື້ນຄວາມຮ້ອນທີ່ເຂົ້າມາປົກຄຸມໃນອາທິດທີ່ຜ່ານມາ ພ້ອມກັບມີປະກາດແຈ້ງເຕືອນໄພຄື້ນຄວາມຮ້ອນໃນບາງພື້ນທີ່ທາງຕາເວັນຕົກສຽງໃຕ້ແລ້ວ.

ໜ່ວຍງານບໍລິການສະພາບອາກາດແຫ່ງຊາດຂອງສະຫະລັດອາເມຣິກາ (National Weather Service) ເປີດເຜີຍວ່າ ມີປະຊາຊົນກວ່າ 113 ລ້ານຄົນທີ່ໄດ້ຮັບການປະກາດເຕືອນໄພສະພາບອາກາດຮ້ອນທີ່ແຜ່ປົກຄຸມຫຼາຍພື້ນທີ່ຕັ້ງແຕ່ຕອນໃຕ້ໄປຈົນຮອດທາງຕາເວັນອອກຂອງອາເມຣິກາ ຕັ້ງແຕ່ລັດຟໍລິດາ, ເທັກຊັດ ໄປຮອດ ແຄລິຟໍເນຍ.

ໂດຍມີລາຍງານວ່າ ສະຖິຕິການໃຊ້ເຄື່ອງປັບອາກາດໃນລັດເທັກຊັດສູງຂຶ້ນທຳລາຍສະຖິຕິການໃຊ້ໄຟຟ້າຕິດຕໍ່ກັນ 2 ມື້ແລ້ວ ເນື່ອງຈາກປະຊາຊົນສ່ວນໃຫຍ່ຕ້ອງເປີດແອເພື່ອຄາຍຄວາມຮ້ອນ. ໃນຕອນນີ້ໜ່ວຍພະຍາກອນອາກາດຄາດວ່າ ຈະມີປະຊາຊົນປະມານ 27 ລ້ານຄົນທີ່ຈະຕ້ອງພົບກັບອຸນຫະພູມເກີນ 43 ອົງສາໃນອີກບໍ່ຈັກມື້ທາງໜ້າ. ແຕ່ໃນວັນເສົາຄາດວ່າອຸນຫະພູມສູງສຸດຈົນເກີນ 46 ອົງສາໃນບາງພື້ນທີ່ ແລະ ຄາດວ່າຈະຍັງຄົງຮ້ອນໄປຈົນຮອດອາທິດໜ້າ.

ສ່ວນທີ່ເມືອງຟິນິກ ອາດຈະທຳລາຍສະຖິຕິພື້ນທີ່ທີ່ມີຄວາມຮ້ອນຕໍ່ເນື່ອງຍາວນານທີ່ສຸດໃນຕະຫຼອດ 5 ​ມື້ ໂດຍອຸນຫະພູມຈະແຕະ 43 ອົງສາ ທາງດ້ານ ລາສເວກັສ ທີ່ເຄີຍທຳລາຍສະຖິຕິຄວາມຮ້ອນຕໍ່ເນື່ອງຍາວນານຮອດ 18 ມື້ ຄັ້ງນີ້ຄາດວ່າອຸນຫະພູມຈະຮອດ 47 ອົງສາໃນບໍ່ເທົ່າໃດມື້ທາງໜ້າ ໂດຍຫຸບເຂົາມໍລະນະໃນລັດແຄລິຟໍເນຍ ເຊິ່ງເປັນຈຸດທີ່ຮ້ອນທີ່ສຸດໃນໂລກ ຄາດວ່າໜ້າຈະທຳລາຍສະຖິຕິທີ່ເຄີຍມີມາ ບັນທຶກໄວ້ວ່າທີ່ 54 ອົງສາ.

ຢ່າງໃດກໍຕາມ ຂໍ້ມູນຂອງສູນຄວບຄຸມໂຣກຕິດຕໍ່ຂອງສະຫະລັດອາເມຣິກາ (Centers for Disease Control and Prevention: CDC) ໄດ້ອອກມາເປີດເຜີຍວ່າ ໃນແຕ່ລະປີຈະມີປະຊາຊົນປະມານ 700 ຄົນທີ່ເສຍຊີວິດຈາກສາເຫດທີ່ກ່ຽວຂ້ອງກັບສະພາບອາກາດທີ່ຮ້ອນເກີນໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/