ບໍ່ເລືອກວຽກ ບໍ່ທຸກຍາກ! “Bharat Jain” ຊາຍຂໍທານຈາກມຸມໄບທີ່ລວຍທີ່ສຸດໃນໂລກ ໂດຍມີຊັບສິນທັງໝົດຢູ່ທີ່ 75 ລ້ານຣູປີ


ໃຜໆກໍຍາກທີ່ຈະເປັນເສດຖີ ແຕ່ການທີ່ຈະກາຍເປັນເສດຖີນັ້ນມັນກັບເປັນເລື່ອງທີ່ຍາກລຳບາກເຫຼືອເກີນ ຫຼາຍຄົນເຮັດໄດ້ແຕ່ພຽງເພີ້ຝັນ ໃນຂະນະທີ່ມີອີກຫຼາຍຄົນກຳລັງພະຍາຍາມສ້າງຖານະດ້ວຍທຸລະກິດທີ່ສ້າງກຳໄລ ແລະ ໃຫ້ຜົນຕອບແທນສູງ. ແຕ່ສຳລັບ ບາລັດ ຈາອິນ (Bharat Jain) ເຂົາໄດ້ຕັດສິນໃຈເລືອກເສັ້ນທາງຊີວິດໂດຍເຮັດອາຊີບເປັນຂໍທານ ໂດຍຈະນັ່ງຂໍຕາມບ່ອນທີ່ມີຄົນຢ່າງໄປມາຫຼາຍ ຕໍ່ມາກໍໄດ້ກາຍມາເປັນມະຫາເສດຖີທີ່ມີຊັບສິນຫຼາຍເຖິງ 75 ລ້ານຣູປີ ຫຼື ປະມານ 912.819,75 ໂດລາ ເຮັດໃຫ້ເຂົາເປັນຂໍທານທີ່ລວຍທີ່ສຸດໃນໂລກ.

ບາລັດ ຈາອິນ ຈະເລາະຂໍເງິນຕາມສະຖານທີ່ສຳຄັນ ແລະ ມີຄົນຍ່າງໄປມາຫຼາຍໃນມຸມໄບ ໂດຍສາມາດເຮັດເງິນໄດ້ເຖິງ 2.000 – 2.500 ຣູປີ (24,34 – 30,43ໂດລາ) ທຸກໆ 10 – 12 ຊົ່ວໂມງ ແລະ ສ້າງລາຍໄດ້ເຖິງ 75.000 ຣູປີຕໍ່ເດືອນ (912,82 ໂດລາຕໍ່ເດືອນ). ຫຼັງຈາກນັ້ນ ບາລັດ ຈາອິນ ກໍທ້ອນເງິນດັ່ງກ່າວຈົນສາມາດຊື້ຄອນໂດສອງແຫ່ງໃນມຸມໄບໄດ້ ໂດຍຄອນໂດແຕ່ລະແຫ່ງມີມູນຄ່າເຖິງ 7 ລ້ານຣູປີ ຫຼື ປະມານ 85.196,51 ໂດລາ.

ນອກຈາກນີ້ ບາລັດ ຈາອິນ ຍັງມີຮ້ານອີກສອງແຫ່ງໃນມຸມໄບ ແລະ ປ່ອຍໃຫ້ຄົນອື່ນເຊົ່າໃນລາຄາ 30.000 ຣູປີຕໍ່ເດືອນ (365,13 ໂດລາຕໍ່ເດືອນ). ປັດຈຸບັນ ບາລັດ ຈາອິນ ພ້ອມຄອບຄົວໄດ້ອາໄສຢູ່ໃນຄອນໂດ duplex ມູນຄ່າ 1,2 ລ້ານຣູປີ ຫຼື ປະມານ 14.605,12 ໂດລາ ໃນເມືອງ Parel , ແລະເຖິງແມ່ນວ່າຄອບຄົວຂອງເຂົາຈະຂໍໃຫ້ເຂົາຢຸດຂໍທານ ແຕ່ ບາລັດ ຈາອິນ ກໍຍັງຢືນຢັນທີ່ຈະເຮັດອາຊີບນີ້ຕໍ່ໄປເລື້ອຍໆ.

ທີ່ມາ:

knocksense

kapook

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/