ຄາດໝົດປີ 2023 ເສດຖະກິດ ເຊກອງ ຂະຫຍາຍຕົວ 5,5% ມູນຄ່າ GDP ເທົ່າກັບ 2.685 ຕື້ກີບ


ໝົດປີ 2023 ນີ້ ອຳນາດການປົກຄອງ ແຂວງເຊກອງ ໄດ້ຄາດຄະເນ ເສດຖະກິດ ຂອງເຊກອງ ຂະຫຍາຍຕົວ 5,5% ມູນຄ່າ GDP ເທົ່າກັບ 2.685 ຕື້ກີບ ສະເລ່ຍໃສ່ຫົວຄົນບັນລຸໄດ້ 19,43 ລ້ານກີບ.

ຕົວເລກດັ່ງກ່າວ ຖືກລາຍງານໂດຍທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ທີ່ໄດ້ລາຍງານສະພາບການໂດຍຫຍໍ້ ໃນໂອກາດການລົງມາຢ້ຽມຍາມແຂວງເຊກອງຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເມື່ອບໍ່ດົນມານີ້.

ໂດຍທ່ານ ເຫຼັກໄຫຼ ສີວິໄລ ໄດ້ລາຍງານວ່າ: ໂດຍລວມແລ້ວ ແຂວງເຊກອງແມ່ນຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນ.

ຄາດຄະເນໝົດປີ 2023 ເສດຖະກິດຂະຫຍາຍຕົວໃນລະດັບ 5,5% ມູນຄ່າ GDP ເທົ່າກັບ 2.685 ຕື້ກີບ, ສະເລ່ຍໃສ່ຫົວຄົນບັນລຸໄດ້ 19,43 ລ້ານກີບ. ໃນນີ້, ຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 4,95% ກວມເອົາ 36,72%, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 7,98% ກວມເອົາ 29,79% ແລະ ຂະແໜງບໍລິການ ເພີ່ມຂຶ້ນ 3,85% ກວມເອົາ 33,49 ຂອງ GDP.

ການເກັບລາຍຮັບເຂົ້າງົບປະມານ 10 ເດືອນ ປີ 2023 ສາມາດປະຕິບັດໄດ້ 227,44 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 113,05%, ຄາດຄະເນໝົດປີຈະປະຕິບັດໄດ້ 120%; ດ້ານລາຍຈ່າຍປະຕິບັດໄດ້ 308,24 ຕື້ກີບ ເທົ່າກັບ 72,11% ຂອງແຜນການ, ຄາດຄະເນໝົດປີຈະສາມາດປະຕິບັດໄດ້ຕາມແຜນ; ການນໍາເຂົ້າສິນຄ້າ ປະຕິບັດໄດ້ 8,97 ລ້ານໂດລາ ເທົ່າກັບ 28,37% ຂອງແຜນການ; ການສົ່ງອອກສິນຄ້າ ປະຕິບັດໄດ້ 233,46 ລ້ານໂດລາ  ເທົ່າກັບ 628,42% ຂອງແຜນການ (ເກີນດຸນການຄ້າເກືອບ 6 ເທົ່າຕົວ),ໃນນັ້ນ ການສົ່ງອອກສ່ວນຫຼາຍແມ່ນ ໄຟຟ້າ, ຖ່ານຫີນ ແລະ ຜົນຜະລິດກະສິກໍາ. ການລົງທຶນ ສາມາດປະຕິບັດໄດ້ 1.042,12 ຕື້ກີບ, ກວມເອົາ 39,22% ຂອງ GDP. ໃນນັ້ນ: ທຶນຂອງລັດ 73,13 ຕື້ກີບ, ກວມເອົາ 3,74%, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 119 ຕື້ກີບ ກວມເອົາ 11,41%; ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 50 ລ້ານກ່ວາໂດລາ ກວມເອົາ 81,56% ຂອງທຶນທັງໝົດ. ອັນທີ່ພົ້ນເດັ່ນ ການກໍ່ສ້າງເຂື່ອນໄຟຟ້າອີມູນ ສຳເລັດ 99%, ເຂື່ອນໄຟຟ້າຫ້ວຍລະແງ ສໍາເລັດ 95% ແລະ ໂຄງການປັບປຸງ-ສ້ອມແປງເຂື່ອນໄຟຟ້າເຊຂະໝານ 3 ສໍາເລັດ 100% ແລະ ໄດ້ເປີດນໍາໃຊ້ເຄື່ອງຈັກແລ້ວ. ນອກນັ້ນ, ໂຄງການພັດທະນາດ່ານສາກົນດາກຕະອອກ-ນາມຢາງ, ໂຄງການລ້ຽງງົວ ຂອງບໍລິສັດ NTF, ໂຄງການຂຸດຄົ້ນແຮ່ບົກຊິດ, ໂຄງການໄຟຟ້າພະລັງລົມ ແລະ ອື່ນໆ ກໍໄດ້ເລັ່ງຈັດຕັ້ງປະຕິບັດມີຄວາມຄືບໜ້າດີ.

ການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໄດ້ເອົາໃຈໃສ່ແກ້ໄຂບັນຫາການແລກປ່ຽນເງິນຕາ; ຕິດຕາມ, ກວດກາ ແລະ ດັດສົມຄືນໃໝ່ບັນດາບໍລິສັດທີ່ເຮັດໜ້າທີ່ນໍາເຂົ້າ-ສົ່ງອອກ; ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ ອັນພົ້ນເດັ່ນແຂວງສາມາດກຸ້ມຕົນເອງດ້ານສະບຽງອາຫານຄື: ໄຂ່, ຊີ້ນໝູ, ງົວ-ຄວາຍ ແລະ ພືດຜັກ; ປັບປຸງຂອດຂັ້ນການອະນຸມັດການລົງທຶນພາຍໃນແຂວງ ໂດຍມອບໃຫ້ພະແນກແຜນການ ແລະ ການລົງທຶນແຂວງເປັນໃຈກາງ ເຮັດໜ້າທີ່ບໍລິການກົນໄກຜ່ານປະຕູດຽວ ແລະ ໄດ້ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການຜັນຂະຫຍາຍນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແລະ ເພື່ອກະຕຸ້ນເສດຖະກິດ ໃຫ້ຫົວໜ່ວຍທຸລະກິດ, ຜູ້ປະກອບການພາຍໃນແຂວງ ແນໃສ່ສ້າງຄວາມສາມາດ, ຄວາມຮັບຮູ້ເຂົ້າໃຈ, ເປັນພື້ນຖານໃນການປະເມີນຄວາມພ້ອມ ແລະ ກຽມເງື່ອນໄຂຕ່າງໆໃນການສະເໜີການເຂົ້າຫາແຫຼ່ງທຶນ.

https://www.facebook.com/lnrlao/posts/pfbid02cuLnXzcfrKrpfhJqPuaTt2JDFPX62taLh5APqCSsnFjwEsBn5euYKzdoHyYYe4QQl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/