ນາຍົກລັດຖະມົນຕີ ຊີ້ນຳໃຫ້ 2 ແຂວງພາກໃຕ້ ເອົາໃຈໃສ່ສົ່ງເສີມການຜະລິດທົດແທນການນຳເຂົ້າ ແກ້ໄຂບັນຫາເສດຖະກິດ-ການເງິນ


ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊີ້ນຳໃຫ້ 2 ແຂວງພາກໃຕ້ ອັດຕະປື ແລະ ເຊກອງ ເອົາໃຈໃສ່ສົ່ງເສີມການຜະລິດທົດແທນການນຳເຂົ້າ ຈຳກັດການໄຫຼອອກຂອງເງິນຕາຕ່າງປະເທດ ແກ້ໄຂບັນຫາເສດຖະກິດ-ການເງິນ.

ໂດຍເມື່ອບໍ່ດົນມານີ້ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ຊີ້ນໍາ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ແຂວງເຊກອງ ແລະແຂວງອັດຕະປື.

ທ່ານນາຍົກໄດ້ແນະນຳໃຫ້ ການນຳຂອງທັງສອງແຂວງ ສືບຕໍ່ເກັບລາຍຮັບເຂົ້າງົບປະມານ ໂດຍສະເພາະພູດຂອງສູນກາງ ໃຫ້ບັນລຸຕາມແຜນ ຫຼື ລື່ນແຜນທີ່ກຳນົດໄວ້; ເຄັ່ງຄັດຄຸ້ມຄອງບໍລິສັດນຳເຂົ້າ-ສົ່ງອອກສິນຄ້າ, ລວມທັງການຊໍາລະສະສາງສິນຄ້າທີ່ສົ່ງອອກ ໃຫ້ຜ່ານລະບົບທະນາຄານ; ຫຼຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ໂດຍສະເພາະສິນຄ້າຟຸມເຟືອຍ, ສິນຄ້າທີ່ສາມາດຜະລິດເອງໄດ້ ໄປຄຽງຄູ່ກັບສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ຫຼາຍຂຶ້ນ ແລະ ກາຍເປັນຄ່ານິຍົມໃໝ່ເທື່ອລະກ້າວ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ; ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດ (ການປູກ-ການລ້ຽງ) ເພື່ອສະໜອງຮັບໃຊ້ພາຍໃນ ແລະ ສົ່ງອອກ ໃຫ້ເປັນຂະບວນການກວ້າງຂວາງ.

ພ້ອມດຽວກັນ ໃຫ້ເພີ່ມທະວີດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໃຫ້ຫຼາຍ, ດໍາເນີນຂັ້ນຕອນອະນຸມັດໂຄງການໃຫ້ໄວ, ການນໍາເຂົ້າທຶນ ຕ້ອງຜ່ານລະບົບທະນາຄານ ແລະ ແລກປ່ຽນເປັນເງິນກີບ ກ່ອນນໍາໄປໃຊ້ຈ່າຍ; ກະກຽມສະເຫຼີມສະຫຼອງ ແລະ ສຳມະນາ ວັນສຳຄັນທາງດ້ານປະຫວັດສາດຂອງຊາດ ໃຫ້ມີເນື້ອໃນ, ເປັນຂະບວນການຟົດຟື້ນ ແລະ ບົນຈິດໃຈປະຢັດ; ຈັດຕັ້ງຜັນຂະຫຍາຍ ຜົນການຢ້ຽມຢາມຕ່າງປະເທດ ຂອງການນໍາຂັ້ນສູງ ໃນໄລຍະຜ່ານມາ ໂດຍສະເພາະ ເອກະສານທີ່ໄດ້ລົງນາມຮ່ວມມືດັ່ງກ່າວ; ເອົາໃຈໃສ່ຄຸ້ມຄອງແຮງງານພາຍໃນໃຫ້ດີ ໂດຍສ້າງເງື່ອນໄຂໃຫ້ເຂົາເຈົ້າມີວຽກເຮັດງານທຳ ໃນຂົງເຂດວຽກງານການຜະລິດ, ການພັດທະນາໂຄງການຕ່າງໆ ຢູ່ພາຍໃນແຂວງ ໄປຄຽງຄູ່ກັບການສົ່ງເສີມວຽກງານການຮຽນ-ການສອນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນະພາບ.

ໃນໄລຍະ ຫຼາຍເດືອນທີ່ຜ່ານມາ ລັດຖະບານໄດ້ພະຍາຍາມເຮັດວຽກຢ່າງໜັກ ໃນການແກ້ໄຂບັນຫາເສດຖະກິດ-ການເງິນຂອງຊາດ ທັງການອອກນະໂຍບາຍທີ່ຮັດກຸມທາງດ້ານການເງິນ ເຊັ່ນ ການປະກາດຢຸດຫົວໜ່ວຍແລກປ່ຽນຕ່າງໆ ທີ່ບໍ່ແມ່ນຂອງທະນາຄານ, ການເພີ່ມອາກອນນຳເຂົ້າສິນຄ້າບາງປະເພດ ເພື່ອຈຳກັດການນຳເຂົ້າ ລວມໄປຮອດຄວາມພະຍາຍາມໃນການຊຸກຍູ້ໃຫ້ທຸກທຸລະກຳທາງການເງິນຂອງທັງພາກລັດ-ທຸລະກິດ ແມ່ນໃຫ້ເຮັດຜ່ານລະບົບທະນາຄານ.

Lao National Radio

Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/