ສະຫະລັດໄດ້ສ້າງຮ່າງກົດໝາຍໃໝ່ໂດຍສະເໜີໃຫ້ຫ້າມໃຊ້ຫຼຽນ USDT ແລະ Blockchain ທີ່ສ້າງໂດຍປະເທດຈີນ ເພື່ອຄວາມໝັ້ນຄົງຂອງປະເທດຊາດ


ສະຫະລັດມິີຄວາມຕັ້ງໃຈທີ່ຈະຍົກເລີກເຄືອຂ່າຍທີ່ພັດທະນາໂດຍຈີນທີ່ໃຊ້ໃນການຂັບເຄື່ອນທຸລະກໍາ cryptocurrency ຢ່າງບໍ່ມີກໍານົດ ແລະ ໃນຮ່າງກົດໝາຍໃໝ່ແມ່ນຈະມີຮາກຖານມາຈາກຮ່າງກົດໝາຍທັງສອງຝ່າຍທີ່ສະເໜີໂດຍສະພານິຕິບັນຍັດ.

ໃນວັນພຸດທີ່ຜ່ານມາ, ສະພານິຕິບັນຍັດຂອງສະຫະລັດ ແລະ ຄະນະກໍາມະການຫຼັກຊັບແລະ ຕະຫຼາດຫຼັກຊັບ (SEC) ທີ່ນໍາພາໂດຍ Abigail Spanberger ແລະ Zach Nunn ໄດ້ສະເໜີຮ່າງກົດໝາຍຂຶ້ນມາໃໝ່ເພື່ອຈໍາກັດເຈົ້າໜ້າທີ່ລັດຖະບານກາງຈາກການເຮັດທຸລະກິດໂດຍໃຊ້ເຄືອຂ່າຍ blockchain ໃນປະເທດຈີນ, ໂດຍຮ່າງກົດໝາຍສະບັບໃໝ່ໄດ້ມີການລະບຸວ່າ ທຸລະກຳທາງທຸລະກິດໂດຍໃຊ້ crypto ຈະຖືກ “ຈຳກັດ” ແລະ “ຖືກເນລະເທດພ້ອມກັບ USDT ຂອງ Tether”

ເຫດການ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງຊັດເຈນເຖິງຂໍ້ກັງຂາຂອງ​ວໍ​ຊິງ​ຕັນຕໍ່​ສາຍ​ສຳພັນກັບປະເທດ​ຈີນ​ສຳລັບ​ສະກຸນເງິນ​ດິຈິ​ຕອນ. ໃນຂະນະດຽວກັນ, ຄຳຖະແຫຼງການຈາກບຸກຄົນທີ່ກ່ຽວຂ້ອງກັບຮ່າງກົດໝາຍໃໝ່ນີ້ ອາດຈະເປັນສິ່ງທີ່ສະທ້ອນເຖິງສົງຄາມເຢັນກັບອຸດສາຫະກໍາ crypto. ​ເນື່ອງຈາກວ່າ​ຮ່າງ​ກົດໝາຍ​ດັ່ງກ່າວ​ໄດ້ສະແດງ​ໃຫ້​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ​ຕ້ອງການ​ສະກັດ​ກັ້ນ​ບໍ່​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ສະຫະລັດ ​ແລະ​ເ ຈົ້າໜ້າ​ທີ່​ລັດຖະບານໃຊ້ແພລັດຟອມ Crypto ສໍາລັບສ້າງໂອກາດໃນການລົງທຶນ. ໃນບັນດາບໍລິສັດ crypto ທີ່ໄດ້ຖືກກ່າວເຖິງໃນຮ່າງກົດໝາຍນີ້ແມ່ນ iFinex, ບໍລິສັດແມ່ຂອງ Tether ເຊິ່ງໄດ້ມີການລະບຸເຖິງການຫ້າມໃຊ້ຫຼຽນ USDT ທີ່ເປັນຫຼຽນທີ່ໃຫຍ່ທີ່ສຸດໃນໂລກ. ແລະນີ້ໝາຍຄວາມວ່າ ທຸລະກຳທີີ່ໃຊ້ USDT ທັງໝົດຈະຖືກລຶບອອກ.

ໃນຂະນະດຽວກັນ, ຂໍ້ສະເໜີໃນຮ່າງ​ກົດໝາຍ​ດັ່ງກ່າວຍັງພະຍາຍາມທີ່ຈະຫ້າມບໍ່ໃຫ້​ເຈົ້າ​ໜ້າ​ທີ່​ຂອງລັດຖະບານ​ ​ຕິດຕາມ​ທຸລະ​ກຳ​ດິຈິ​ຕອນ​ໂດຍ​ໃຊ້​ແພລັດຟອມ crypto ທີ່​ພັດທະນາ​ໃນ​ຈີນ ແລະ ຍັງໄດ້ລະບຸວ່າ ຈະຕັດຂາດບໍ່ໃຫ້ເຈົ້າໜ້າທີ່ຂອງລັດຖະບານເຂົ້າມາຫຍຸ້ງກ່ຽວໃນການສະໜັບສະໜຸນ blockchain ໃນປະເທດຈີນທີ່ກ່ຽວຂ້ອງກັບການຊື້ຂາຍ crypto.

Zach Nunn ເຊິ່ງເປັນສະມາຊິກສະພາຄົນໃໝ່ທີ່ເຂົ້າຮ່ວມຄະນະກຳມາທິການໃນປີນີ້. ໂດຍລາວ​ໄດ້​ສະ​ແດງ​ຄວາມ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ທີ່​ກ່າວ​ມາ​ນີ້ວ່າ:

“ພາຍໃນທົດສະວັດຕໍ່ໄປ ອາເມຣິກາທຸກຄົນຈະເກັບຂໍ້ມູນສ່ວນຕົວທີ່ສຳຄັນໄວ້ໃນເຕັກໂນໂລຊີ blockchain, ສະນັ້ນການລົງທຶນອັນໃຫຍ່ຫຼວງຂອງຈີນໃນໂຄງສ້າງພື້ນຖານນີ້ເຮັດໃຫ້ເກີດຄວາມກັງວົນກ່ຽວກັບຄວາມປອດໄພແຫ່ງຊາດ ແລະ ຄວາມເປັນສ່ວນຕົວຂອງຂໍ້ມູນຢ່າງຫຼວງຫຼາຍ”

ນອກຈາກນີ້ ເຈົ້າໜ້າທີ່ຂອງລັດຖືກຫ້າມບໍ່ໃຫ້ໃຊ້ເຄືອຂ່າຍ blockchain ອື່ນໆອີກຫຼາຍແຫ່ງລວມເຖິງ Spartan Network, Red Date Technology Co. ແລະ The Conflux, ເຊິ່ງເຄືອຂ່າຍເຫຼົ່ານີ້ເປັນ blockchain ທີ່ຢູ່ເບື້ອງຫຼັງຂອງສະກຸນເງິນດິຈິຕອນຂອງຈີນ ແລະ ສະໜັບສະໜູນຜະລິດຕະພັນ blockchain ເຊັ່ນ Digital Yuan ຂອງທະນາຄານກາງຈີນ (CBDC).

ທີ່ມາ:

cryptopolitan

CWD

nunn.house.gov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/