ຂະແໜງການຂຸດຄົ້ນບໍ່ແຮ່ ເປັນແມ່ແຮງສຳຄັນໃນການດຶງດູດການລົງທຶນ ມາແຂວງຫົວພັນ


ການຂຸດຄົ້ນບໍ່ແຮ່ ເປັນຂະແໜງການສຳຄັນ ແລະ ເປັນແມ່ແຮງ ດຶງດູດການລົງທຶນມາ ແຂວງຫົວພັນ ແຕ່ຂະນະດຽວກັນ ການຄຸ້ມຄອງຍັງພົບບາງຂໍ້ຄວາມຫຍຸ້ງຍາກ ເພາະການອະນຸຍາດບາງໂຄງການທັບຊ້ອນກັນ.

ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ ມີຫຼາຍບໍລິສັດໃຫ້ຄວາມສົນໃຈເຂົ້າໄປລົງທຶນຂຸດຄົ້ນບໍ່ແຮ່ຢູ່ພາຍໃນແຂວງຫົວພັນ, ເຊິ່ງຂະແໜງການທີ່ກ່ຽວຂ້ອງຂອງແຂວງໄດ້ເອົາໃຈໃສ່ຄຸ້ມຄອງກວດກາ, ໃນນີ້ ໂຄງການບໍ່ເຫັນດີແມ່ນໃຫ້ຢຸດຊົ່ວຄາວ ຫຼື ເຖິງຂັ້ນລົບລ້າງ ເພື່ອເຮັດໃຫ້ການລົງທຶນຖືກຕ້ອງຕາມລະບຽບການ. ນອກຈາກນີ້ ຈະເນັ້ນໃຫ້ຜູ້ປະກອບການມີການປຸງແຕ່ງແຮ່ທາດກ່ອນສົ່ງອອກ ເພື່ອເພີ່ມມູນຄ່າ, ທັງສ້າງວຽກເຮັດງານທໍາໃຫ້ປະຊາຊົນພາຍໃນແຂວງ.

ສໍາລັບ ປີ 2023 ຜ່ານມາ, ແຂວງຫົວພັນ ສາມາດຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ (ຫີນກໍ່ສ້າງ) ໄດ້ 61.226 ແມັດກ້ອນ, ລວມມູນຄ່າ 4,89 ຕື້ກີບ; ຂຸດຄົ້ນ-ປຸງແຕ່ງ ແລະຈຳໜ່າຍແຮ່ເຫຼັກ ໄດ້ 117.092,08 ໂຕນ, ມູນຄ່າ 8,57 ລ້ານໂດລາສະຫະລັດ, ຜະລິດ ແລະ ຈໍາໜ່າຍແຮ່ຫາຍາກໄດ້ 6.310 ໂຕນ, ມູນຄ່າ 25,84 ລ້ານໂດລາສະຫະລັດ;  ສ່ວນແຮ່ກົ່ວ, ແຮ່ຊືນ, ແຮ່ສັງກະສີ ແລະ ແຮ່ມັງການ ບໍ່ທັນໄດ້ສົ່ງອອກ.

ທີ່ມາ:

https://www.facebook.com/photo/?fbid=930944872374663&set=a.524845539651267

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/