ຕະຫຼາດຫຼັກຊັບລອນດອນ ປະກາດອະນຸຍາດໃຫ້ຊື້ຂາຍ BTC ແລະ ETH ໃນຮູບແບບຕາສານໜີ້ໄດ້ ເລີ່ມຊື້ຂາຍຕັ້ງແຕ່ວັນທີ 28 ພຶດສະພາເປັນຕົ້ນໄປ


ຫຼັງຈາກຕະຫຼາດຫຼັກຊັບລອນດອນ ໄດ້ປະກາດຮອງຮັບເອົາການຍື່ນຂໍ ETN (Exchange Traded Notes) ສໍາລັບ Bitcoin ແລະ Ethereum ເມື່ອສອງອາທິດທີ່ຜ່ານມາ. ຫຼ້າສຸດກໍໄດ້ມີການປະກາດມື້ສຳລັບການການຊື້ຂາຍ ETN ຢ່າງເປັນທາງການ ໂດຍຈະເລີ່ມຕົ້ນໃນວັນທີ 28 ພຶດສະພາທີ່ຈະມາເຖິງນີ້.

ຕະຫຼາດຫຼັກຊັບລອນດອນ (LSE) ກ່າວວ່າ “ເພື່ອຮັບປະກັນວ່າຜູ້ສະເໜີຂາຍອອກຫຼັກຊັບ ETN ຈະປະຕິບັດຕາມຂໍ້ກໍານົດທີ່ໄດ້ລະບຸໄວ້ໃນເອກະສານຂໍ້ມູນ Crypto ETN ຢ່າງຄົບຖ້ວນ. ນອກຈາກນີ້ຍັງໄດ້ໃຫ້ອົງການຈັດຕັ້ງເຫຼົ່ານີ້ໃຊ້ເວລາໃນການກະກຽມເອກະສານສໍາລັບການສ້າງໂປຣແກຣມ Crypto ETN. ເຊິ່ງຈໍາເປັນຕ້ອງມີໃບສະເໜີແນະພື້ນຖານ (base prospectus) ​ຈາກ FCA ຈຶ່ງໄດ້ກໍານົດໃຫ້ວັນທີ 28 ພຶດສະພາເປັນມື້ເລີ່ມຕົ້ນໃນການຊື້ຂາຍ.

ອີງຕາມທີ່ໄດ້ລະບຸໄວ້ໃນເອກະສານຂໍ້ມູນ Crypto ETN, ໄດ້ມີຂໍ້ກໍານົດບາງຢ່າງເຊິ່ງໄດ້ແກ່ “ETNs ທີ່ໄດ້ຮັບອະນຸຍາດສໍາລັບການຊື້ຂາຍໃນຕະຫຼາດຫຼັກຊັບລອນດອນ (LSE) ແມ່ນເໝາະສໍາລັບນັກລົງທຶນມືອາຊີບເທົ່ານັ້ນ ແລະ ມີການຊື້ຂາຍພຽງແຕ່ຢູ່ໃນກຸ່ມການຄ້າທີ່ກໍານົດຢ່າງຊັດເຈນວ່າ ສໍາລັບນັກລົງທຶນມືອາຊີບເທົ່ານັ້ນ”

ETN (Exchange Traded Notes) ແມ່ນ ຕາສານໜີ້ຊະນິດໜຶ່ງທີ່ມີການເຄື່ອນໄຫວຕາມລາຄາສິນຊັບອ້າງອີງ. ດັ່ງນັ້ນ, Crypto ETN ຈະຊ່ວຍໃຫ້ນັກລົງທຶນສາມາດຊື້ຂາຍຫຼັກຊັບທີ່ລາຄາສະທ້ອນໃຫ້ເຫັນເຖິງການເໜັງຕີງຂອງສິນຊັບດິຈິຕອນໃນຕະຫຼາດຫຼັກຊັບໄດ້.

ທັງນີ້, ໃນປະກາດຍັງໄດ້ລະບຸວ່າ ຜູ້ສະເໜີຂາຍ ETN ທີ່ຕ້ອງການຍື່ນຂໍອະນຸມັດການຊື້ຂາຍຫຼັກຊັບ ຈະຕ້ອງຍື່ນເອກະສານກ່ອນກຳນົດເສັ້ນຕາຍໃນວັນທີ 15 ເມສາ ແລະ ຈະໄດ້ຮັບການອະນຸມັດພາຍໃນວັນທີ 22 ພຶດສະພາ.

ທີ່ມາ:

theblock

docs.londonstockexchange

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/