ກົມພາສີ ປຶກສາຫາລືໃນການປ່ຽນແປງຈັດເກັບລາຍຮັບໃຫ້ວ່ອງໄວ ໃຫ້ມີປະສິດທິພາບ-ປະສິດທິຜົນ

ກົມພາສີ

ກົມພາສີ ກະຊວງການເງິນ ແລະ ພາກທຸລະກິດ ຈັດກອງປະຊຸມພົບປະແລກປ່ຽນຄຳຄິດຄໍາເຫັນ ກ່ຽວກັບນະໂຍບາຍການເງິນ ອັນເປັນການກະຕຸກຊຸກຍູ້ດ້ານເສດຖະກິດ ໃຫ້ມີການຂະຫຍາຍຕົວ, ການອຳນວຍຄວາມສະດວກທາງດ້ານພາສີ, ການຄ້າ, ຂັ້ນຕອນ ແລະ ກົນໄກຕ່າງໆ ໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳມິດ ໄຊອາສາ ຮອງຫົວໜ້າກົມພາສີ ກະຊວງການເງິນ ແລະ ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີຄະນະກົມພາສີ, ຄະນະພະແນກ, ຄະນະດ່ານພາສີສາກົນ ແລະ ຜູ້ຕາງໜ້າຈາກພາກທຸລະກິດ ເຂົ້າຮ່ວມ.

ກົມພາສີ

ທ່ານ ຄຳມິດ ໄຊອາສາ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ກະຊວງການເງິນ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈັດກອງປະຊູມພົບປະ ແລະ ປ່ຽນບົດຮຽນ ເພື່ອເປັນການແລກປ່ຽນຄຳຄິດຄໍາເຫັນ ໂດຍສະເພາະແມ່ນນະໂຍບາຍການເງິນ ອັນເປັນການກະຕຸກຊຸກຍູ້ດ້ານເສດຖະກິດໃຫ້ມີການຂະຫຍາຍຕົວ. ເປັນຕົ້ນ ແມ່ນການລົດອາກອນຊົມໃຊ້ນໍ້າມັນລົງ ເພື່ອຊ່ວຍເຫຼືອຜູ້ບໍລິໂພກ ແລະ ຈຳກັດການຮົ່ວໄຫຼຂອງລາຍຮັບງົບປະມານ ໂດຍສະເພາະແມ່ນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຄຳສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ເຊິ່ງກົມພາສີໄດ້ໃຫ້ຄວາມສຳຄັນແກ່ການເພີ່ມທະວີຮ່ວມມືກັບພາກທຸລະກິດເພື່ອຍົກສູງການອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ, ຂັ້ນຕອນ ແລະ ກົນໄກຕ່າງໆ ໄດ້ຖືກຕັດຮອນລົງ ເພື່ອໃຫ້ສະພາບແວດລ້ອມໃນການດຳເນີນທຸລະກິດມີການປັບປຸງດີຂຶ້ນ, ທາງຂະແໜງພາສີ ໄດ້ພະຍາຍາມນໍາໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບໃຫ້ມີຄວາມສະດວກວ່ອງໄວ, ເຮັດໃຫ້ການບໍລິການພາກລັດຂອງພວກເຮົາມີປະສິດທິພາບ, ປະສິດທິຜົນ ແລະ ລົດຜ່ອນຂັ້ນຕອນທີ່ບໍ່ຈຳເປັນລົງ ເພື່ອຊ່ວຍເຫຼືອພາກທຸລະກິດທາງດ້ານເວລາ ແລະ ຕົ້ນທຶນ.

ໃນໄລຍະກ່ອນການແຜ່ລະບາດຂອງ ພະຍາດໂຄວິດ-19, ກົມພາສີ ກໍໄດ້ຈັດກອງປະຊຸມພົບປະກັບພາກທຸລະກິດຜ່ານມາ ແລະ ຂະແໜງພາສີ ກໍໄດ້ນຳເອົາບັນດາຄຳຄິດເຫັນໄປປັບປຸງແກ້ໄຂ, ເຊິ່ງກົມພາສີໄດ້ອອກເປັນນິຕິກຳ ແລະ ລະບຽບການ, ປັບປຸງກົນໄກຕ່າງໆ ເຊິ່ງພວກເຮົາເຫັນໄດ້ຈາກຕົວຊີ້ວັດທີ 8 (ຕົວຊີ້ວັດການຂ້າມແດນ) ແມ່ນມີທ່າອ່ຽງດີຂຶ້ນ. ຄຽງຄູ່ກັນນີ້, ພາຍຫຼັງທີ່ໄດ້ມີມາດຕະການຜ່ອນຜັນຂອງການແຜ່ລະບາດພະຍາດໂຄວິດ-19 ເຫັນໄດ້ວ່າບັນຍາກາດການທ່ອງທ່ຽວ, ການລົງທຶນຂອງພາກທຸລະກິດກໍມີທ່າອ່ຽງດີຂຶ້ນ.

ກົມພາສີ

ການພົບປະຄັ້ງນີ້, ຈຶ່ງເປັນໂອກາດອັນດີທີ່ໄດ້ມີການປຶກສາຫາລື-ແລກປ່ຽນຄຳຄິດຄຳເຫັນ ຕໍ່ການໃຫ້ບໍລິການຈາກຂະແໜງພາສີ, ສຳລັບກົມພາສີກໍຈະໄດ້ນຳສະເໜີບາງໜ້າວຽກທີ່ຈະເຜີຍແຜ່ ແນະນຳໃຫ້ແກ່ພາກທຸລະກິດ ກ່ຽວກັບການຫັນວຽກງານພາສີເປັນທັນສະໄໝ ແລະ ການອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ, ສ່ວນພາກທຸລະກິດ ກໍຢາກຮັບຟັງຄຳຄິດຄຳເຫັນໃນການປະຕິບັດກົດໝາຍ, ລະບຽບການ ແລະ ການໃຫ້ບໍລິການຂອງເຈົ້າໜ້າທີ່ພາສີ.

ໃນກອງປະຊຸມດັ່ງກ່າວ, ຍັງໄດ້ມີການເຜີຍແຜ່ລະບຽບການທາງພາສີທີ່ສຳຄັນ, ພ້ອມທັງເປີດໂອກາດໃຫ້ພາກທຸລະກິດ ແລະ ເຈົ້າໜ້າທີ່ພາສີ ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ, ຍົກໃຫ້ເຫັນດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນໄລຍະຜ່ານມາ ເພື່ອເປັນຂໍ້ມູນນຳໄປປັບປຸງແກ້ໄຂຕໍ່ໜ້າ.

ຂອບໃຈຂໍ້ມູນຈາກ: https://bit.ly/3HGcZ5Y

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/