Binance ຈັບມືກັບ Mastercard ເປີດຕົວບັດເຕີມເງິນ ໃນບຣາຊິວ

Binance

ກ້າວໄປອີກໜຶ່ງກ້າວສຳລັບ ວົງການ ຄຣິບໂຕ ເມື່ອບັດ Mastercard ບັດທີ່ໃຊ້ຊຳລະເງິນໄດ້ໃນເກືອບທຸກປະເທດທົ່ວໂລກ ຈະອະນຸຍາດໃຫ້ ປະຊາຊົນໃນປະເທດ ບຣາຊິວ ສາມາດຊຳລະເງິນດ້ວຍສະກຸນເງິນ ດິຈິຕອລ 13 ສະກຸນເງິນ ລວມເຖິງ Bitcoin, Ethereum ແລະ Binance USD (BUSD).

ໂດຍບັດດັ່ງກ່າວຈະຊ່ວຍໃຫ້ຜູ້ໃຊ້ສາມາດ ຊຳລະເງິນດ້ວຍສະກຸນເງິນ ດິຈິຕອລ 13 ສະກຸນເງິນ ທີ່ມີທັງ Bitcoin, Ethereum ແລະ Binance USD (BUSD) ໂດຍທາງ Binance ບອກວ່າ ບັດຂອງ Binance ນັ້ນ ຈະເອີ້ນເກັບຄ່າທຳນຽມ 0.9% ຕໍ່ໜຶ່ງທຸລະກໍາ ແລະ ເສີມວ່າຈະໃຫ້ເງິນຄືນສູງເຖິງ 8% ດ້ວຍ ຄຣິບໂຕ ແລະ ຈະອະນຸຍາດໃຫ້ຖອນເງິນຜ່ານຕູ້ ATM ໄດ້ໂດຍບໍ່ຕ້ອງເສຍຄ່າທຳນຽມອີກນຳ.

Binance

ກຸຍເຮີມີ ນາເຊີ (Guilherme Nazar) ຜູ້ຈັດການຂອງ Binace ບຣາຊິວກ່າວໃນງານຖະແຫຼງຂ່າວວ່າ: “ຂະນະນີ້ຜະລິດຕະພັນທັງໝົດກຳລັງຢູ່ໃນຂັ້ນຕອນການທົດສອບ ແລະ ຈະເປີດໃຫ້ໃຊ້ງານທົ່ວໄປໃນອີກບໍ່ເທົ່າໃດອາທິດທາງໜ້າ”.

Binance

“ບຣາຊິວເປັນຕະຫຼາດທີ່ມີຄວາມກ່ຽວຂ້ອງເປັນຢ່າງຍິ່ງ ກັບ Binance ແລະ ພວກເຮົາກໍຍັງຈະລົງທຶນກັບບໍລິການໃໝ່ໆ ສຳລັບຜູ້ໃຊ້ບໍລິການໃນທ້ອງຖິ່ນ ຕະຫຼອດຈົນເຖິງການພັດທະນາລະບົບ Block Chain ແລະ ລະບົບນິເວດຄຣິບໂຕ ພາຍໃນປະເທດ”

Binance

ທາງ Binance ຍັງເປີດເຜີຍອີກວ່າ ໃນປີ 2022 ທີ່ຜ່ານມາປະຊາຊົນບຣາຊິວ ຜູ້ທີ່ໃຊ້ບໍລິການ Mastercard ມີ 49% ທີ່ໄດ້ເຮັດທຸລະກຳກ່ຽວກັບ ຄຣິບໂຕ ຢ່າງໜ້ອຍ 1 ຄັ້ງໃນຕະຫຼອດ 12 ເດືອນທີ່ຜ່ານມາ ທຽບໃສ່ຄ່າສະເລ່ຍທົ່ວໂລກ ແມ່ນຈະຢູ່ທີ່ 41%.

ຂອບໃຈຂໍ້ມູນຈາກ: https://bit.ly/3Y6Ys8S

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/