ເກີດເຫດລະເບີດສະລະຊີບ ທີ່ປາກີສະຖານ ເປັນເຫດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 60 ຄົນ ແລະ ບາດເຈັບອີກຫຼາຍຮ້ອຍຄົນ

ປາກີສະຖານ

ຕອນແລງ ຂອງວັນທີ 30 ທີ່ເມືອງ ເປຊາວາ ປະເທດປາກີສະຖານ ໄດ້ເກີດລະເບີດຢ່າງຮຸນແຮງ ໃຈກາງມັດສະຍິດແຫ່ງໜຶ່ງ ເປັນເຫດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 60 ຄົນ ແລະ ບາດເຈັບອີກຫຼາຍຮ້ອຍຄົນ ທາງການຄາດວ່າ ເປັນການລະເບີດສະລະຊີບ ເພື່ອກໍ່ການຮ້າຍ.

ລາຍງານລະບຸວ່າ ມັດສະຍິດ ແຫ່ງດັ່ງກ່າວຕັ້ງຢູ່ພາຍໃນອານາເຂດຂອງເຈົ້າໜ້າທີ່ຕຳຫຼວດ ເຊິ່ງການລະບາດດັ່ງກ່າວເກີດຂຶ້ນໃນໄລຍະທີ່ປະຊາຊົນກຳລັງເຮັດການລະໝາດ (ສູດມົນ) ໂດຍຜູ້ທີ່ເຂົ້າລະໝາດສ່ວນໃຫຍ່ໃນຕອນນັ້ນແມ່ນເປັນເຈົ້າໜ້າທີ່ຕຳຫຼວດ.

ປາກີສະຖານ

ໂມຮາໝັດ ໄອຈາສ ຊ່ານ ຜູ້ບັນຊາການຕຳຫຼວດເມືອງ ເປຊາວາ ລະບຸໃນຖະແຫຼງການວ່າ ເຫດດັ່ງກ່າວໜ້າຈະເກີດຈາກການຕັ້ງໃຈກໍ່ການຮ້າຍ ບໍ່ກ່ຽວກັບສາສະໜາແຕ່ຢ່າງໃດ.

ເຊບາສ ຊາຣີຟ Shehbaz Sharif  ນາຍົກລັດຖະມົນຕີປະເທດປາກີສະຖານລະບຸໃນຖະແຫຼງການວ່າ: “ການສັງຫານຊາວມຸດສະລິມທີ່ກຳລັງໝອບຂາບຕໍ່ໜ້າພະເຈົ້າ ອັລເລາະ ຢ່າງໂຫດຮ້າຍນັ້ນ ຂັດຕໍ່ຄຳສອນຂອງຄຳພີກຸລຣານ. ການໂຈມຕີບ້ານຂອງອັລເລາະເປັນຂໍ້ພິສູດວ່າຜູ້ກໍ່ເຫດບໍ່ກ່ຽວຂ້ອງກັບສາສະໜາ ອິດສະລາມ”.

ປາກີສະຖານ

ຜູ້ກໍ່ການຮ້າຍຕ້ອງການສ້າງຄວາມວິຕົກກັງວົນ ໂດຍການໂຈມຕີໄປທີ່ຜູ້ປະຕິບັດໜ້າທີ່ປົກປ້ອງ ປາກີສະຖານ ເຊິ່ງປະຊາຊົນທຸກຄົນ ແລະ ທຸກສະຖາບັນໃນປາກີສະຖານ ຈະຮ່ວມກັນປ້ອງກັນການກໍ່ການຮ້າຍ”

ໃນຂະນະທີ່ ອັນໂຕນິໂອ ກູເຕເລສ ເລຂາທິການສະຫະປະຊາຊາດ ໄດ້ກ່າວປະນາມການກໍ່ເຫດຄັ້ງນີ້ວ່າ: ສິ່ງນີ້ເປັນການກະທຳທີ່ໜ້າລັງກຽດ ເພາະຜູ້ລົງມືກໍ່ເຫດເລືອກທີ່ຈະໂຈມຕີໃສ່ສະຖານທີ່ສັກສິດ ເຊິ່ງເປັນສູນລວມຄວາມເຊື່ອ ແລະ ປະກອບພິທີກຳທາງສາສະໜາຂອງຜູ້ຄົນສ່ວນໃຫຍ່ໃນປາກີສະຖານ.

ປາກີສະຖານ

ຢ່າງໃດກໍຕາມ ມາຮອດປັດຈຸບັນ ຍັງບໍ່ມີກຸ່ມກໍ່ການຮ້າຍ ຫຼື ກຸ່ມຫົວຮຸນແຮງກຸ່ມໃດ ອອກມາປະກາດສະແດງຄວາມຮັບຜິດຊອບ ຫຼື ສະແດງຕົວວ່າເປັນການກໍ່ເຫດຂອງຕົນ ເຊິ່ງຫຼາຍຝ່າຍກໍຕັ້ງຂໍ້ສົງໄສວ່າເປັນກຸ່ມຫົວຮຸນແຮງ ທີ່ຕໍ່ຕ້ານລັດຖະບານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/