ກົດເບົາໆດຽວ AI ຮູ້ລະຫັດ! AI ຕົວໃໝ່ສາມາດດັກຈັບ ລະຫັດຜ່ານຂອງເຮົາໄດ້ ພຽງແຕ່ຟັງສຽງກົດຄີບອດ


ນັກຄົ້ນຄວ້າຈາກມະຫາວິທະຍາໄລ London, Durham ແລະ Surrey ໄດ້ພັດທະນາລະບົບ AI ໃໝ່ ທີ່ສາມາດດັກຈັບຂໍ້ມູນທີ່ລະອຽດອ່ອນໄດ້ຜ່ານການຟັງສຽງກົດຈາກຄີບອດ.

ຈາກເອກະສານສະບັບໃໝ່ນີ້ໄດ້ລະບຸວ່າ ຜົນການທົດສອບຄວາມຖືກຕ້ອງຂອງ algorithm ເທິງແປ້ນພິມຂອງ MacBook Pro ມີຄວາມຖືກຕ້ອງສູງເຖິງ 93-95% ໃນການກວດຈັບວ່າຕົວອັກສອນໃດແດ່ທີ່ຖືກກົດລົງ ໂດຍອີງຈາກການບັນທຶກສຽງພຽງເທົ່ານັ້ນ.

ໂດຍການຄົ້ນຄວ້າໃນຄັ້ງນີ້ຍັງສະແດງໃຫ້ເຫັນວ່າ Microphone ທີ່ມີຢູ່ທົ່ວໄປໃນໂທລະສັບ, ແລັບທັອບ ແລະ ອຸປະກອນອື່ນໆ ສາມາດນຳໄປໃຊ້ເພື່ອຄຸກຄາມຄວາມປອດໄພຂໍ້ມູນສ່ວນຕົວຂອງພວກເຮົາ ດ້ວຍວິທີການທີ່ໃຫ້ຄວາມຖືກຕ້ອງໃນລະດັບທີ່ບໍ່ເຄີຍມີມາກ່ອນຈາກ AI.

ຈາກຜົນການຄົ້ນຄວ້າຍັງພົບອີກວ່າ ໂມເດວ AI ດັ່ງກ່າວມີຄວາມເໜືອຊັ້ນກວ່າການໃຊ້ hard were ຫຼື ວິທີການອື່ນໆທີ່ມັກຈະປະເຊີນກັບບັນຫາຂໍ້ຈຳກັດດ້ານໄລຍະທາງ ແລະ ອັດຕາການຖ່າຍໂອນຂໍ້ມູນ. ໂດຍ AI ຕົວນີ້ສາມາດວິເຄາະຈາກການປ່ຽນແປງຂອງສຽງທີ່ອອກມາຈາກປຸ່ມກົດແຕ່ລະປຸ່ມ ແລະ ສະແດງຜົນເປັນພາບຄວາມຖີ່ຂອງສຽງ, ລວມທັງສາມາດນຳມາປັບໃຊ້ກັບການກົດແປ້ນພິມທີ່ມີສຽງແຕກຕ່າງກັນໄດ້.

ນອກຈາກນີ້ ນັກຄົ້ນຄວ້າຍັງພົບອີກວ່າ ປະສິດທິພາບຂອງ AI ຈະລົດລົງພຽງເລັກນ້ອຍເມື່ອທົດສອບສຽງກົດຂອງແປ້ນພິມຜ່ານການບັນທຶກໃນການໂທແບບ Zoom. ເຫັນໄດ້ຊັດເຈນວ່າແນວທາງດັ່ງກ່າວອາດຖືກນຳໄປໃຊ້ດັກຈັບລະຫັດຜ່ານ ແລະ ຂໍ້ມູນສ່ວນຕົວອື່ນໆຂອງເຮົາໄດ້.

ແຕ່ເຖິງແບບນັ້ນກໍຢ່າຟ້າວກັງວົນໄປ, ຈາກການຄົ້ນຄວ້າພົບວ່າ ການພິມແບບສຳຜັດຈະສ້າງຄວາມສັບສົນໃຫ້ກັບໂມເດວດັກຟັງ ເຮັດໃຫ້ມີຄວາມຖືກຕ້ອງລົດລົງເຖິງ 40%.

ການປ່ຽນແປ້ນພິມ, ການເປີດສຽງຈາກລຳໂພງ ແລະ ການປ່ຽນສຽງແປ້ນພິມຈະເຮັດໃຫ້ AI ບໍ່ສາມາດໃຊ້ງານຂໍ້ມູນການວິເຄາະຈາກການດັກຟັງໄດ້ ເນື່ອງຈາກຕ້ອງກວດຈັບ ແລະ ຕ້ອງໄດ້ຮັບການເຝິກອົບຮົມໃໝ່ອີກຮອບ. ເຖິງແມ່ນວ່ານີ້ຈະເປັນວິທີຊ່ວຍປ້ອງກັນຕົນເອງຈາກໄພຄຸກຄາມຂອງ AI ແຕ່ກໍຢ່າໄດ້ວາງໃຈ ເພາະໃນອະນາຄົດ AI ນັ້ນຍັງສາມາດປົດລັອກຄຸນສົມບັດໃໝ່ ແລະ ສາມາດພັດທະນາຕົນເອງໄດ້ເລື້ອຍໆ ເພື່ອໃຫ້ມີຄວາມເໜືອຊັ້ນກວ່າກັນປ້ອງກັນຂອງມະນຸດເຮົາ.

ທີ່ມາ:

decrypt

fortune

pcmag

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/