ທຫລ ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມືກັນ ໃນການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອຮັກສາສະຖຽນລະພາບຂອງເງິນກີບ


ເພື່ອຮັບປະກັນໃຫ້ເງິນຕາຕ່າງປະເທດທີ່ຫາໄດ້ຈາກແຫຼ່ງຕ່າງໆເຂົ້າມາໃນລະບົບທະນາຄານຂອງລາວ ແລະ ຊຸກຍູ້ການສະຫງວນເງິນຕາຕ່າງປະເທດ ເພື່ອຮັກສາສະຖຽນລະພາບຂອງເງິນກີບ ຕາງໜ້າທະນາຄານ ແຫ່ງ ສປປ ລາວ ໄດ້ສະເໜີໃຫ້ ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ ຮ່ວມມືກັນໃນເລື່ອງນີ້ ລວມທັງພາກທຸລະກິດ ແລະ ສະມາຊິກພາກລັດ.

ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າ​ກົມ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ທະນາຄານ​ແຫ່ງ ສປປ ລາວ ກ່າວກັບສື່ມວນຊົນວ່າ: ປັດຈຸບັນ ປະເທດລາວ ປະສົບກັບ ອັດຕາເງິນເຟີ້ ທີ່ສູງ ແລະ ຂາດແຄນ ເງິນຕາຕ່າງປະເທດ ແຕ່ຄວາມຕ້ອງການ ເງິນຕາຕ່າງປະເທດ ທີ່ຈຳເປັນ ເພື່ອຊື້ສິນຄ້າ ນໍາເຂົ້ານັ້ນຍັງເພີ່ມຂຶ້ນເລື້ອຍໆ. ສະນັ້ນລັດຖະບານ​ຍັງ​ຕ້ອງການ​ເງິນຕາ​ຕ່າງປະ​ເທດ​ຈຳນວນຫຼາຍເພື່ອ​ຊຳລະ​ໜີ້​ສິນ​ທີ່​ຄ້າງ​ຢູ່​ກັບ​ຫົວໜ່ວຍ​ຕ່າງປະ​ເທດ.

ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ກ່າວວ່າ: “ແນວໃດກໍຕາມ, ພວກເຮົາມີຄວາມໝັ້ນໃຈວ່າ ຖ້າພວກເຮົາສາມາດສົ່ງເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານ ແລະ ຊຸກຍູ້ຄັງສຳຮອງເງິນຕາຕ່າງປະເທດຂອງພວກເຮົາໄດ້, ອັດຕາເງິນເຟີ້ຈະລົດລົງ ແລະ ຈະບໍ່ເປັນບັນຫາຄືກັບໃນທຸກມື້ນີ້.

ທຸກພາກສ່ວນກ່ຽວຂ້ອງຂອງພາກລັດ ໂດຍສະເພາະບັນດາກະຊວງການເງິນ, ອຸດສາຫະກຳ ແລະ ການຄ້າ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຄວນຮັບປະກັນໃຫ້ເງິນຕາຕ່າງປະເທດທີ່ໄດ້ຈາກການຂາຍທີ່ດິນເຂົ້າໃນຊ່ອງທາງທີ່ເໝາະສົມ, ໃນຂະນະທີ່ເງິນກີບຄວນໃຊ້ເຂົ້າໃນການຊຳລະ ຄ່າອາຫານ, ໂຮງແຮມ ແລະ ເຄື່ອງບໍລິໂພກຕ່າງໆ.

ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ພາກ​ລັດ ​ແລະ ຜູ້​ປະກອບ​ທຸລະ​ກິດ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ຢູ່​ທະນາຄານ​ເທົ່າ​ນັ້ນ, ​ເຊິ່ງສາມາດ​ສ້າງ​ຄັງ​ສຳຮອງ​ໃຫ້​ເຂົາ​ເຈົ້າ​ມີ​ເງິນຕາ​ຕ່າງປະ​ເທດ​ຫຼາຍ​ຂຶ້ນ​ເພື່ອ​ໃຫ້ພຽງພໍໃນການໃຊ້ຈ່າຍ ແລະ ຮອງຮັບຄວາມຕ້ອງການຂອງສັງຄົມໄດ້.

ປະເທດທີ່ພັດທະນາແລ້ວສ່ວນໃຫຍ່ໃຫ້ທະນາຄານເປັນຜູ້ຮັບຜິດຊອບດ້ານການແລກປ່ຽນເງິນຕາຕ່າງປະເທດ, ເຊິ່ງຮັບປະກັນການຄຸ້ມຄອງເງິນຕາຕ່າງປະເທດໃຫ້ຖືກຕ້ອງຕາມອັດຕາແລກປ່ຽນທີ່ຖືກຕ້ອງ ແລະ ຮັບປະກັນບໍ່ໃຫ້ການແລກປ່ຽນທີ່ຜິດກົດໝາຍເກີດຂຶ້ນ.

ກົມຄຸ້ມຄອງເງິນຕາຕ່າງປະເທດຂອງທະນາຄານແຫ່ງ ສປປ ລາວ ກໍາລັງຊຸກຍູ້ໃຫ້ທຸກຄົນໃຊ້ເງິນກີບໃນການເຮັດທຸລະກໍາທັງໝົດແທນເງິນຕາຕ່າງປະເທດເຊັ່ນ ເງິນໂດລາສະຫະລັດ ແລະ ບາດໄທ.

ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ກ່າວຕື່ມອີກວ່າ: “ເຖິງແມ່ນວ່າການປ່ຽນແປງປະເພນີ ທີ່ເຄີຍໃຊ້ເງິນໂດລາ ເງິນບາດ ໃນຕະຫຼາດບາດເຮົາຢ່າງແຜ່ຫຼາຍ ຈະເປັນເລື່ອງຍາກ ແຕ່ລັດຖະບານ​ຄວນ​ດຳ​ເນີນ​ມາດ​ຕະການ​ອັນ​ຮີບ​ດ່ວນ​ໃຫ້​ສອດຄ່ອງ​ກັບ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ ​ແລະ ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີຊຸດ​ໃໝ່​ເພື່ອ​ຄວບ​ຄຸມ​ການ​ນຳ​ໃຊ້​ເງິນຕາ​ຕ່າງປະ​ເທດ, ຖ້າ​ທຸກ​ບຸກຄົນ ​ແລະ ​ແຕ່ລະ​ອົງການ​ລັດຖະບານ​ປະຕິບັດ​ຕາມ​ລະບຽບ​ການ, ສະຖານະ​ການ​ຈະ​ດີ​ຂຶ້ນ ​ແລະ ລັດຖະບານ​ຈະ​ມີ​ທ່າ​ທີ​ເຂັ້ມ​ແຂງ​ກວ່າ​ເກົ່າ”.

ທ່ານ ເພັດສະຖາພອນ ຍັງໃຫ້ຮູ້ອີກວ່າ ສປປ ລາວມີທ່າແຮງທີ່ເຂັ້ມແຂງໃນການສົ່ງອອກຊັບພະຍາກອນທຳມະຊາດ ໂດຍສະເພາະແຮ່ທາດ ແລະ ການຄ້າ ການລົງທຶນ ຂອງປະເທດຄູ່ຮ່ວມມື ຮ່ວມກັບ ເສັ້ນທາງລົດໄຟ ລາວ-ຈີນ ຈະເຮັດໃຫ້ເສດຖະກິດ ຟື້ນຕົວຄືນ ແລະ ອັດຕາເງິນເຟີ້ຈະລົດລົງ.

https://www.vientianetimes.org.la/sub-new/Business/Business_BOL154.php

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/