ກຳປູເຈຍ ດຶງດູດການລົງທຶນຫຼາຍກວ່າ 1.3 ພັນລ້ານໂດລາ ເພີ່ມຂຶ້ນ 500% ໂດຍມີຈີນເປັນຜູ້ລົງທຶນລາຍໃຫຍ່


ສະພາເພື່ອການພັດທະນາແຫ່ງກຳປູເຈຍໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ກຳປູເຈຍໄດ້ອະນຸມັດໂຄງການລົງທຶນໃນຊັບສິນຖາວອນໃນໄລຍະເດືອນມັງກອນ-ກຸມພາ ມູນຄ່າປະມານ 1.39 ພັນລ້ານໂດລາ ເຊິ່ງເພີ່ມຂຶ້ນ 500% ເມື່ອທຽບກັບໄລຍະເວລາດຽວກັນຂອງປີຜ່ານມາ.

ບົດລາຍງານລະບຸວ່າ: ການລົງທຶນໃນຊັບສິນຖາວອນດັ່ງກ່າວປະມານ 545 ລ້ານໂດລາ ຫຼື 39% ຂອງເງິນທຶນທັງໝົດມາຈາກຈີນ ຂະນະທີ່ໂຄງການທີ່ໂດດເດັ່ນໄດ້ແກ່ ໂຮງງານຜະລິດອຸປະກອນເອເລັກໂຕຣນິກ, ໂຮງງານປະກອບລົດຖີບ ແລະ ລົດຖີບໄຟຟ້າ, ໂຮງງານເຫຼັກ, ໂຮງງານເສື້ອຜ້າ ແລະ ຕ່ຳແຜ່ນ, ໂຮງງານແປຮູບໝາກໄມ້, ໂຮງແຮມ ແລະ ອື່ນໆ.

ທ່ານ ເພັນ ໂສວິຊິດ ໂຄສົກກະຊວງການຄ້າຂອງກຳປູເຈຍກ່າວວ່າ: ຂໍ້ຕົກລົງຮຸ້ນສ່ວນທາງດ້ານເສດຖະກິດລະດັບພາກພື້ນ (RCEP), ຂໍ້ຕົກລົງການຄ້າເສລີກຳປູເຈຍ-ຈີນ (CCFTA) ແລະ ກົດໝາຍສະບັບໃໝ່ວ່າດ້ວຍການລົງທຶນຂອງກຳປູເຈຍຖືວ່າເປັນປັດໄຈສຳຄັນໃນການດຶງດູດນັກລົງທຶນຕ່າງປະເທດມາສູ່ກຳປູເຈຍຫຼາຍຂຶ້ນ.

ທ່ານ ໂສວິຊິດ ກ່າວຕື່ມວ່າ: ຂໍ້ຕົກລົງທັງໝົດຂອງ RCEP ແລະ CCFTA ປຽບເໝືອນແມ່ເຫຼັກດຶງດູດນັກລົງທຶນຕ່າງປະເທດມາສູ່ກຳປູເຈຍ ໂດຍການລົງທຶນໂດຍກົງຈາກຕ່າງປະເທດ ໂດຍສະເພາະຈາກຈີນ ຊ່ວຍກະຕຸ້ນການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ການຄ້າຂອງກຳປູເຈຍ ນຳມາເຊິ່ງເງິນທຶນເຕັກໂນໂລຊີ ແລະ ໂອກາດໃນການເຮັດວຽກ.

khmertimeskh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/