ພໍ່ແມ່ຊາວອິນເດຍ ປີນກຳແພງເພື່ອບອກຄຳຕອບສອບເສັງໃຫ້ລູກ


ຊາວບ້ານໃນເມືອງຫາຍານະ ປະເທດອິນເດຍ ໄດ້ເຜີຍແຜ່ວິດີໂອ ຄົນຈຳນວນຫຼາຍປີນຂຶ້ນໄປຕາມກຳແພງຂອງໂຮງຮຽນຈັນທຣາວາທີ ເພື່ອສົ່ງໃບສະເຫຼີຍຄຳຕອບສອບເສັງໃຫ້ລູກຫຼານ ທີ່ກຳລັງສອບເສັງກັນຢູ່ ໂດຍມີລາຍງານລະບຸວ່າ ໃນຂະນະທີ່ມີການສອບເສັງຂອງເດັກນ້ອຍເກຣດ 10 (ມ.5) ປາກົດວ່າມີບົດເສັງໄດ້ຮົ່ວໄຫຼອອກມາ ແລະ ມີການບອກຄຳຕອບຕໍ່ໆກັນມາ.

ປາກົດວ່າ ໃນມື້ສອບເສັງ ຜູ້ປົກຄອງຂອງເດັກຈຳນວນຫຼາຍ ພາກັນປີນກຳແພງໂຮງຮຽນເພື່ອສົ່ງໃບຄຳຕອບໃຫ້ກັບລູກໆ. ແຕ່ສຸດທ້າຍແລ້ວທາງສຳນັກການສຶກສາທ້ອງຖິ່ນໄດ້ອອກມາລະບຸວ່າ ກຳລັງຈະພິຈາລະນາທີ່ຈະຍົກເລີກການສອບເສັງດັ່ງກ່າວ ແລະ ຈະຈັບຕົວຄົນທີ່ເຜີຍແຜ່ບົດສອບເສັງອອກໄປ ມາລົງໂທດອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

matichon

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/